ລາຍການໂທລະພາບສຳລັບເດັກກ່ອນໄວຮຽນ ” ເຮືອນຂອງຂ້ອຍ ” ຈະຊ່ວຍສົ່ງເສີມການຮຽນຮູ້ ແລະ ສ້າງພັດທະນາການຂອງເດັກ

279

ລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນທີ່ມີຊື່ວ່າ “ ເຮືອນຂອງຂ້ອຍ ” ຫຼື My House ຈະເຮັດໃຫ້ເດັກໄດ້ຮຽນຮູ້ທັກສະໃນການຢູ່ຢ່າງປອດໄພ ແລະ ມີສຸຂະພາບແຂງແຮງໃນໄລຍະທີ່ມີການລະບາດຂອງພະຍາດ. ພ້ອມດຽວກັນນັ້ນສ້າງພັດທະນາການໃຫ້ເດັກ.

ວັນທີ 25 ກັນຍາ 2020 ນະຄອນຫຼວງວຽງຈັນ ກະຊວງສຶກສາທິການ ແລະ ກີລາ, ກະຊວງຖະແຫຼງຂ່າ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ອົງການຢູນີເຊັບ ໄດ້ຈັດພິທີເປີດໂຕລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ  “ ເຮືອນຂອງຂ້ອຍ ” ທີ່ແນໃສ່ການໃຫ້ ຄວາມຮູ້ຕ່າງໆກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ – 19.

ລາຍການໂທລະພາບ ສຳລັບການພັດທະນາເດັກກ່ອນໄວຮຽນຊຸດໃໝ່ ແມ່ນມີທັງໝົດ 10 ຕອນ ສືບເນື່ອງຈາກຄວາມສຳເລັດຂອງລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ “ ບ້ານຂອງຂ້ອຍ ” ເຊິ່ງຈະໄດ້ອອກອາກາດທາງໂທລະພາບແຫ່ງຊາດ, ໂທລະພາບລາວສະຕາຣ໌ ແລະ ສະຖານີໂທລະພາບຂອງກະຊວງສຶກສາທິການ ແລະ ກີລາ ຊ່ອງ 8 ຂອງສັນຍານດາວທຽມ ລາວແຊັດ ( Lao Sat Channel 8 ) ແລະ ໂທລະພາບແຂວງຕ່າງໆ. ລາຍການໂທລະພາບສໍາລັບເດັກກ່ອນໄວຮຽນຊຸດນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ເພື່ອຕອບໂຕ້ກັບການລະບາດພະຍາດໂຄວິດ – 19, ລາຍການນີ້ຍັງຈະໄດ້ເຜີຍແຜ່ໃນສື່ສັງຄົມອອນລາຍ ແລະ ຢູທູບ ອີກດ້ວຍ.

ທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວວ່າ: “ ເດັກທີ່ໄດ້ຜ່ານການສຶກສາກ່ອນໄວຮຽນໃນລະບົບ ຫຼື ນອກລະບົບ ໄດ້ຮັບໂອກາດຮໍ່າຮຽນ ແລະ ການພັດທະນາ ແມ່ນສາມາດເຂົ້າໂຮງຮຽນປະຖົມໄດ້ທັນເວລາ ແລະ ມີ ຄວາມພ້ອມດີກວ່າເດັກທີ່ບໍ່ໄດ້ເຂົ້າຫ້ອງກຽມປະຖົມ; ພວກເຮົາຫວັງວ່າລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ  “ ເຮືອນຂອງຂ້ອຍ ” ອາຍຸຕໍ່າກວ່າ 6 ປີ ຈະປະກອບສ່ວນໃນການສ້າງ ຄວາມພ້ອມ ໃນການເຂົ້າໂຮງຮຽນປະຖົມຂອງເດັກນ້ອຍລາວ ”.

ຕົວລະຄອນເອກຂອງລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນທີ່ຜະລິດດ້ວຍຄົນລາວເອງໃນ ສປປ ລາວ ແມ່ນປະກອບດ້ວຍ ທ້າວ ຄໍາຮູ້ ອາຍຸ 6 ປີ ( ອ້າຍ ) ທີ່ຮຽນຊັ້ນປະຖົມ ແລະ ນາງ ຄໍາຫຼ້າ ອາຍຸ 5 ປີ ( ນ້ອງ ) ທີ່ຮຽນຢູ່ຫ້ອງກຽມປະຖົມ. ນອກຈາກນີ້, ຍັງມີຕົວລະຄອນອື່ນໆ ເຊັ່ນ: ພໍ່ແມ່ ແລະ ແມ່ເຖົ້າ, ເພງ ແລະ ເນື້ອໃນເລື່ອງແມ່ນແບບລາວພື້ນບ້ານ. ໂຄງການນີ້ແມ່ນລວມເອົາບັນດານັກສິລະປິນລາວ ທີ່ມີພອນສະຫວັນ ແລະ ມີແນວຄິດສ້າງສັນ ລວມທັງໄວໜຸ່ມ ແລະ ຍັງສ້າງຄວາມສາມາດໃຫ້ເຂົາເຈົ້າອີກດ້ວຍ.

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ລາຍການໂທລະພາບສຳລັບເດັກກ່ອນໄວຮຽນ “ ເຮືອນຂອງຂ້ອຍ ” ມີທັງໝົດ 10 ຕອນນີ້ ຈະເຮັດໃຫ້ເດັກໄດ້ຮຽນຮູ້ທັກສະໃນການຢູ່ຢ່າງປອດໄພ ແລະ ມີສຸຂະພາບແຂງແຮງໃນໄລຍະທີ່ມີການລະບາດຂອງພະຍາດ. ພ້ອມດຽວກັນນັ້ນ, ເດັກກໍຍັງຈະໄດ້ສືບຕໍ່ຮຽນຮູ້ພື້ນຖານຕ່າງໆ ເຊັ່ນ: ພະຍັນຊະນະ, ການນັບເລກ, ສີ, ຮູບຊົງຕ່າງໆ, ຊື່ຂອງດອກໄມ້, ສັດ ແລະ ສິ່ງອື່ນໆ ”.

ລາຍການໂທລະພາບສຳລັບເດັກກ່ອນໄວຮຽນ ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາດ້ານຮ່າງກາຍ, ຄວາມຮູ້ຄວາມເຂົ້າໃຈດ້ານສັງຄົມ ແລະ ອາລົມຂອງເດັກ ລວມທັງວິທີແກ້ໄຂບັນຫາ, ການຮັບມືກັບສະຖານະການຫຍຸ້ງຍາກ, ຄວາມສາມາດໃນການເຮັດວຽກຮ່ວມກັບຄົນອື່ນ, ຈິນຕະນາການ, ຄວາມຮັບຜິດຊອບ ແລະ ການຄວບຄຸມອາລົມ, ສິ່ງທີ່ສຳຄັນທີ່ສຸດແມ່ນເດັກຈະຮຽນທັກສະທຸກຢ່າງໃນເວລາເຂົາເຈົ້າມ່ວນຊື່ນໄປກັບການຫຼິ້ນ.

ທ່ານ ນາງ ເພຍ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ ໄດ້ກ່າວເຖິງຄວາມສຳຄັນໃນການພັດທະນາເດັກຂອງລັດຖະບານ ແລະ ໄດ້ເນັ້ນໜັກວ່າ: “ ໃນໄລຍະຕົ້ນຂອງຊີວິດ, ສະໝອງຂອງເດັກນ້ອຍຈະສ້າງການເຊື່ອມຕໍ່ໃນອັດຕາທີ່ໜ້າຕົກໃຈໃນຂະບວນການເສີມສ້າງສະໝອງ, ການເຊື່ອມຕໍ່ລະບົບປະສາດໄດ້ຖືກສ້າງຂຶ້ນ ໂດຍພັນທຸກຳ ແລະ ຜ່ານປະສົບການໃນຊີວິດ ກໍຄືການໄດ້ຮັບໂພຊະນາການທີ່ດີ ແລະ ການກະຕຸ້ນສະໝອງແມ່ນຈາກການປາກເວົ້າ, ຫຼິ້ນ ແລະ ຄວາມເອົາໃຈໃສ່ຈາກຜູ້ດູແລ, ການປະສົມປະສານຂອງພັດທະນາການທາງທຳມະຊາດ ແລະ ການລ້ຽງດູ ແມ່ນການສ້າງຮາກຖານໃຫ້ກັບອະນາຄົດຂອງເດັກ. ດ້ວຍເຫດນີ້, ລາຍການກາຕູນ ເຮືອນຂອງຂ້ອຍ ຈຶ່ງມີຄວາມສຳຄັນຫຼາຍ ເພາະວ່າການກະຕຸ້ນສະໝອງຂອງເດັກນ້ອຍຜ່ານການຫຼິ້ນແມ່ນຈະຊ່ວຍໃຫ້ພວກເຂົາເລີ່ມຕົ້ນຊີວິດທີ່ດີທີ່ສຸດ ”.

ການລົງທຶນໃນການພັດທະນາເດັກກ່ອນໄວຮຽນ ແມ່ນວິທີການທີ່ກຸ້ມຄ່າໃນການເສີມຂະຫຍາຍຄວາມຈະເລີນກ້າວໜ້າຮ່ວມກັນ, ສົ່ງເສີມການເຕີບໂຕຂອງເສດຖະກິດແບບສ່ວນຮ່ວມ, ຂະຫຍາຍໂອກາດທີ່ເທົ່າທຽມກັນ ແລະ ລຶບລ້າງ ຄວາມທຸກຍາກ. ສຳລັບທຸກໆ 1 ໂດລາສະຫະລັດ ໃນການລົງທຶນເພື່ອການພັດທະນາເດັກກ່ອນໄວຮຽນ ຈະໄດ້ຮັບຜົນຕອບແທນສູງເຖິງ 13 ໂດລາສະຫະລັດ.

ທ່ານ ເກອິໂຊະ ທາເກວະກະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ກ່າວວ່າ: ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ອຸປະກອນທາງດ້ານການແພດທີ່ມີມູນຄ່າ ປະມານ 4 ລ້ານໂດລາສະຫະລັດ ໂດຍຜ່ານອົງການຈັດຕັ້ງສາກົນໃຫ້ແກ່ລັດຖະບານລາວ. ພ້ອມນີ້, ຍັງໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຄື່ອງມືທາງການແພດ ມູນຄ່າປະມານ 13,6 ລ້ານໂດລາ ເພື່ອສະໜັບສະໜູນການສະກັດກັ້ນການລະບາດຂອງໂຄວິດ – 19; ປີນີ້ແມ່ນຄົບຮອບ 65 ປີ ຂອງສາຍພົວພັນດ້ານການທູດຍີ່ປຸ່ນ – ລາວ ແລະ ຄົບຮອບ 5 ປີ ຂອງການພົວພັນຄູ່ຮ່ວມມືສອງຝ່າຍດ້ານຍຸດທະສາດ, ຍີ່ປຸ່ນເປັນຄູ່ຮ່ວມມືຍຸດທະສາດຂອງ ສປປ ລາວ ໃນນາມທີ່ເປັນຄູ່ຮ່ວມມືດ້ານຍຸດທະສາດຂອງ ສປປ ລາວ, ປະເທດຍີ່ປຸ່ນຈະສືບຕໍ່ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການແກ້ໄຂສະຖານະການທີ່ຫຍຸ້ງຍາກນີ້.

ລາຍການໂທລະພາບສຳລັບເດັກກ່ອນໄວຮຽນ “ ເຮືອນຂອງຂ້ອຍ ” ( My House ) ເລີ່ມອອກອາກາດໃນວັນທີ 26 ກັນຍາເປັນຕົ້ນໄປດັ່ງນີ້:

▶ ໃນລາຍການໂທລະພາບແຫ່ງຊາດລາວ 3 ອອກທຸກວັນອາທິດ ເວລາ 06:00 – 06:15 ໂມງເວລາ 15:00 – 15:15 ໂມງ;

▶ ໂທລະພາບລາວສະຕາຣ໌ ອອກທຸກໆວັນສຸກ, ເສົາ ແລະ ອາທິດ ເວລາ 07:15 – 07:30 ໂມງ.

▶ ໂທລະພາບສຶກສາ ແລະ ກີລາ 8 ອອກວັນຈັນ – ອາທິດ ເວລາ 19:15 – 19:30 ໂມງ.