ເຟດ – ລັດຖະບານ ເຫັນດີນຳໃຊ້ເງິນກອງທຶນໂຄວິດຊ່ວຍພາກທຸລະກິດ

162

ທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ແລະ ລັດຖະມົນຕີກະຊວງການເງິນສະຫະລັດ ອາເມຣິກາ ໄດ້ເຂົ້າລາຍງານຕໍ່ກຳມາທິການການເງິນຂອງວຸດທິສະພາສະຫະລັດ ໃນການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດໂຄວິດ – 19.

ທ່ານ ໂຣເຈີ ພາວເວລ ປະທານ ເຟດ ກ່າວວ່າ: ຂະນະນີ້ຍັງມີເງິນຈຳນວນຫຼາຍແສນລ້ານໂດລາສະຫະລັດໃນກອງທຶນຊ່ວຍເຫຼືອຜົນກະທົບຈາກພະຍາດໂຄວິດ – 19 ເຊິ່ງມີວົງເງິນປະມານ 230 ຕື້ໂດລາສະຫະລັດ ໂດຍເຟດ ແລະ ກະຊວງການເງິນສະຫະລັດ ເຫັນດີທີ່ຈະນຳເອົາເງິນຈຳນວນດັ່ງກ່າວໄປຊ່ວຍເຫຼືອພາກຄົວເຮືອນ ແລະ ພາກທຸລະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19.

ທັງນີ້, ເງິນຈຳນວນດັ່ງກ່າວມາຈາກໂຄງການ Paycheck Protection Program ຂອງລັດຖະບານ ແລະ ໂຄງການ Main Street Lending Program ຂອງເຟດ.

ແນວຄິດທີ່ຈະນຳໃຊ້ເງິນຈຳນວນດັ່ງກ່າວໄປຊ່ວຍເຫຼືອພາກຄົວເຮືອນ ແລະ ພາກທຸລະກິດເກີດຈາກສະພາຄອງເກຣດ ແລະ ລັດຖະບານສະຫະລັດເກີດຄວາມຂັດແຍ່ງໃນການອອກມາດຕະການກະຕຸ້ນເສດຖະກິດຄັ້ງໃໝ່ ໂດຍພັກຣີພັບລີກັນ ແລະ ເດໂມແຄຣັດ ຍັງມີ ຄວາມເຫັນບໍ່ເປັນເອກະພາບໃນຂອບເພດານມາດຕະການກະຕຸ້ນເສດຖະກິດຂອງລັດຖະບານ ໂດຍສະເພາະການຂະຫຍາຍເວລາຊ່ວຍເຫຼືອຜູ້ວ່າງງານ ເຊິ່ງໄດ້ໝົດອາຍຸລົງແລ້ວຕັ້ງແຕ່ວັນທີ 31 ກໍລະກົດຜ່ານມາ ເຊິ່ງພັກຣີພັບລີກັນຕ້ອງການຫຼຸດຈຳນວນເງິນຊ່ວຍເຫຼືອລົງສູ່ລະດັບ 300 ໂດລາສະຫະລັດຕໍ່ຄົນຕໍ່ອາທິດ, ໃນຂະນະທີ່ເດໂມແຄຣັດຕ້ອງການຮັກສາເງິນຊ່ວຍເຫຼືອຜູ້ວ່າງງານໄວ້ທີ່ 600 ໂດລາສະຫະລັດຕໍ່ຄົນຕໍ່ອາທິດ.