ຫຼາຍແຂວງຂຸ້ນຂ້ຽວ ກຽມທີມຮ່ວມຊີງໄຊບານເຕະທົ່ວປະເທດ ຕ້ອນຮັບວັນຊາດ

132

ມາຮອດປັດຈຸບັນ ຫຼາຍໆແຂວງເລີ່ມມີການເຄື່ອນໄຫວຈັດການແຂ່ງຂັນ, ຝຶກຊ້ອມ ແລະ ຄັດເລືອກນັກກີລາ ເພື່ອກຽມຄວາມພ້ອມກຽມເຂົ້າຮ່ວມການແຂ່ງຂັນບານເຕະລາຍການໃຫຍ່ລະດັບປະເທດຄື ບານເຕະທົ່ວປະເທດ ຕ້ອນວັນຊາດທີ 2 ທັນວາຄົບຮອບ 45 ປີຢ່າງຍິ່ງໃຫຍ່ ທັງປະເພດຍິງ ແລະ ປະເພດຊາຍ.

ລາຍການນີ້ຖືເປັນລາຍການທໍາອິດທີ່ ສະຫະພັນບານເຕະແຫ່ງຊາດລາວ ຈັດຂຶ້ນເພື່ອເປີດໂອກາດໃຫ້ທີມແຕ່ລະແຂວງເຂົ້າຮ່ວມຊີງໄຊ ແລະ ເປັນເວທີໃຫ້ກັບນັກກີລາຕ່າງແຂວງຫຼາຍຂຶ້ນ ທັງທີມຍິງ ແລະ ທີມຊາຍ

ກ່ອນໜ້ານີ້ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໃຫ້ສໍາພາດວ່າ: ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນເພື່ອເປັນການຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແນ່ນອນຈະເປັນຄັ້ງທໍາອິດ ເພື່ອຕໍ່ຍອດໃຫ້ຄັ້ງຕໍ່ໄປທີ່ວາງແຜນຈະຈັດຢ່າງໜ້ອຍ 5 ປີຕໍ່ໜຶ່ງຄັ້ງໃຫ້ເປັນປະເພນີຕໍ່ໆໄປ.

ທ່ານກ່າວອີກວ່າ: ສໍາລັບທຸກໆນັດແມ່ນຈະຈັດທີ່ ນະຄອນຫຼວງວຽງຈັນ ເນື່ອງຈາກມີຄວາມພ້ອມຫຼາຍທີ່ສຸດບໍ່ວ່າຈະເປັນ ສະໜາມ, ທີ່ພັກ ແລະ ອື່ນໆ ໂດຍພວກເຮົາມີແຜນໃຊ້ທັງໝົດ 6 ສະໜາມ ໂກຍສະເພາະແມ່ນສະໜາມແຫ່ງຊາດ ຫຼັກ 16, ສະໜາມກີລາກອງທັບ ແລະ ສະໜາມກີລາກາງມະຫາວິທະຍາໄລແຫ່ງຊາດ ເປັນສະໜາມຫຼັກ ເພື່ອແຂ່ງຂັນໃນທຸກໆມື້ໄລຍະ 3 ອາທິດຕາມທີ່ວາງໄວ້. ສ່ວນເງື່ອນໄຂຂອງນັກກີລາ ຈະບໍ່ໃຫ້ນັກກີລາຈາກ ລີກສູງສຸດຂອງ ສປປ ລາວ ( ລາວລີກ 1 ) ເຂົ້າຮ່ວມການແຂ່ງຂັນ ໂດຍອະນຸຍາດໃຫ້ໃຊ້ນັກກີລາ ສາຍ ກ ( ລາວລີກ 2 ), ສ່ວນນະໂຍບາຍສໍາລັບທີມເຂົ້າຮ່ວມແຂ່ງຂັນແມ່ນ ສຕລ ຈະເປັນຜູ້ຮັບຄ່າເດີນທາງ ແລະ ທີ່ພັກໃນໄລຍະແຂ່ງຂັນ.

ແນ່ນອນວ່າ ລາຍການນີ້ທີມຫຼາຍໆແຂວງກໍມີຄວາມພ້ອມເປັນທີ່ສຸດ ເພາະຢູ່ໃນໄລຍະການກຽມທີມລຸຍການແຂ່ງຂັນບານເຕະ ໃນກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊວາງຂວາງ ເປັນເຈົ້າພາບ, ແຕ່ເນື່ອງຈາກພົບສະພາບຄວາມຫຍຸ້ງຍາກຫຼາຍອັນ ໂດຍສະເພາະ ໂຄວິດ-19 ເຮັດໃຫ້ຕ້ອງເລື່ອນການແຂ່ງຂັນໄປຈັດໃນປີໜ້າ 2021.

ທີມທີ່ເລີ່ມມີການຝຶກຊ້ອມ ມີທີມແຂວງຈໍາປາສັກ ທີ່ຄັດໄດ້ແລ້ວ 33 ນັກເຕະ ກ່ອນຄັດໃຫ້ເຫຼືອນັກເຕະຕາມໂກຕ້າ ໂດຍນັກເຕະສ່ວນໃຫຍ່ເປັນນັກເຕະໜ້າໃໝ່ຫຼາຍຄົນ ເຊິ່ງເປັນແຂວງທີ່ໜ້າຕິດຕາມ ເພາະກ່ອນໜ້ານີ້ຫາກໍສໍາເລັດການແຂ່ງຂັນບານເຕະຊີງຂັນທ່ານເຈົ້າແຂວງ ແລະ ສາມາດຄັດນັກເຕະເດັ່ນໆໄດ້ຫຼາຍຄົນ ແລະ ແຂວງສະຫວັນນະເຂດ ແມ່ນໄດ້ສໍາເລັດການຄັດເລືອກທັງປະເພດຍິງ ແລະ ປະເພດຊາຍ ເມື່ອທ້າຍອາທິດທີ່ຜ່ານມາ (ລຸ້ນປະກາດລາຍຊື່ໄວໆນີ້)

ສ່ວນແຂວງອື່ນໆທີ່ເລີ່ມເຄື່ອນໄຫວກໍມີ ແຂວງໄຊສົມບູນ ເປີດການແຂ່ງຂັນບານເຕະຊີງຂັນເຈົ້າແຂວງ ຂຶ້ນໃນອາທິດທີ່ຜ່ານມາ ເຊັ່ນດຽວກັບແຂວງເຊກອງ ກໍຈັດການແຂ່ງຂັນບານເຕະຊີງຂັນເຈົ້າແຂວງ. ນອກນັ້ນ, ກໍຍັງມີ ທີມແຂວງອັດຕະປື ກໍເລີ່ມຝຶກຊ້ອມຢ່າງເປັນທາງການໃນອາທິດ ທີ່ຜ່ານມາ.

ຂະນະທີ່ ທີມນະຄອນຫຼວງວຽງຈັນ ຕົວເຕັງແມ່ນຢູ່ໃນໄລຍະເລືອກຄູຝຶກ, ສ່ວນນັກກີລາແມ່ນໃຊ້ຊຸດກິລາແຫ່ງຊາດ ຄັ້ງທີ 11 ທີ່ຄວ້າລາຍການບານເຕະ 4 ເສົ້າ ເພື່ອທົດສອບທີມກ່ອນລຸຍ ຊຽງຂວາງ ໃນຕົ້ນປີທີ່ຜ່ານມາ ແຕ່ນັກເຕະໃນລາວລີກ 1 ຕ້ອງຖືກຕັດອອກຈາກທີມຊຸດນີ້ເປັນທີ່ແນ່ນອນແລ້ວ. ຢ່າງໃດກໍຕາມ ນະຄອນຫຼວງວຽງຈັນ ກໍຍັງມີນັກເຕະຈາກສະໂມສອນ ນະຄອນຫຼວງ ເອັຟຊີ ທີມໃນລາວລີກ 2 ທີ່ມີນັກເຕະເດັ່ນໆຫຼາຍຄົນມາເສີມທີມ.

ສໍາລັບ ຄວາມເຄື່ອນໄຫວຫຼ້າສຸດໃນທ້າຍອາທິດທີ່ຜ່ານມາ ທີ່ຫ້ອງປະຊຸມຊັ້ນ 2 ຂອງສະຫະພັນບານເຕະແຫ່ງຊາດລາວ ໄດ້ມີການຈັດກອງປະຊຸມກະກຽມຄວາມພ້ອມ ຈັດການແຂ່ງຂັນບານເຕະທົ່ວປະເທດ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ເຊິ່ງໃນນັ້ນແມ່ນມີການວາງແຜນ ແລະ ຊອກຫາມື້ສັນວັນດີໃນການເປີດການແຂ່ງຂັນ ແຕ່ຍັງບໍ່ມີການປະກາດຢ່າງເປັນທາງການ ໂດຍກໍານົດຈັດໃນຕົ້ນເດືອນພະຈິກ 2020.

ຂອບໃຈຮູບຈາກ: ສະຫະພັນບານເຕະແຂວງສະຫວັນນະເຂດ Savannakhet Football Federation