ຈະລາຈອນສະຫວັນນະເຂດເຂັ້ມງວດ ລົງເຜີຍແຜ່ລະບຽບການສັນຈອນແກ່ປະຊາຊົນ

94

ໃນຕອນເຊົ້າວັນທີ 23 ກັນຍາ 2020 ທີ່ຜ່ານມາ ທາງພະແນກຈາລະຈອນແຂວງສະຫວັນນະເຂດໄດ້ສົມທົບກັບຕໍາຫຼວດຈາລະຈອນເມືອງເຊໂປນ, ໄດ້ສ້າງຂະບວນການໂຄສະນາລະບຽບການສັນຈອນເພື່ອຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ, ນຳໂດຍ ທ່ານ ພັນໂທ ປະລິນຍາໂທ ພອນທະວົງ ໄຊຍະສິດ ຮອງພະແນກຈາລະຈອນແຂວງສະຫວັນນະເຂດໄດ້ນຳພາທີມງານຈາລະຈອນແຂວງ ແລະ ຈາລະຈອນເມືອງລົງໂຄສະນາລະບຽບການສັນຈອນເພື່ອຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ.

ຈຸດປະສົງໃນການລົງໂຄສະນາໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ທຸກພາກສ່ວນຢູ່ໃນສັງຄົມບໍ່ວ່າຈະເປັນພາກສ່ວນລັດ, ພາກສ່ວນເອກະຊົນພົນລະເມືອງລາວ,ຊາວຕ່າງປະເທດທຸກທົ່ວໜ້າທີ່ມາດຳລົງຊີວິດຢູ່ໃນແຂວງສະຫວັນນະເຂດໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງການເກີດອຸບັດເຫດ, ເປັນເຈົ້າການນໍາກັນໃນການໂຄສະນາເຜີຍແຜ່ກ່ຽວກັບກົດລະບຽບໃນການສັນຈອນ ແລະ ກົດໝານຈາລະຈອນທາງບົກ, ເພື່ອເຮັດໃຫ້ຜູ້ຂັບຂີ່, ຜູ້ໃຊ້ລົດໃຊ້ຖະໜົນທັງຫຼາຍໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຕໍ່ຂໍ້ກຳນົດ, ກົດໝາຍກໍ່ຄືກົດລະບຽບການສັນຈອນທາງບົກໄດ້ຢ່າງເລິກເຊິ່ງເຮັດໃຫ້ເຂົາເຈົ້າມີສະຕິຕື່ນຕົວໃນການສັນຈອນຕາມເສັ້ນທາງຢ່າງມີຄວາມຂ່ອງຕົວ, ສະດວກ ແລະ ປອດໄພ.

ພ້ອມນີ້ກໍ່ເພື່ອເຮັດໃຫ້ສະພາບການເກີດອຸບັດເຫດທີ່ມີຄວາມຮຸນແຮງ, ມີຜົນເສຍຫາຍສູງ, ສົ່ງຜົນກະທົບຕໍ່ເສດຖະກິດຂອງແຂວງໃຫ້ຫຼຸດຜ່ອນລົງ, ແນໃສ່ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນຕາມເສັ້ນທາງຫຼວງແຫ່ງຊາດເລກທີ 9 ແລະ ເສັ້ນທາງ 13 ໃຕ້ ໃຫ້ເຂົ້າໃຈ ແລະ ຮັບຮູ້ໃນການຢຸດ, ການຈອດຕາມຕົວເມືອງເຂດຊຸມຊົນ, ຂອບເຂດຕະຫຼາດ, ຮ້ານຄ້າ, ຮ້ານອາຫານໃຫ້ມີຄວາມຈົບງາມ ແລະ ເປັນລະບຽບຮຽບຮ້ອຍ. ເຊິ່ງການລົງໂຄສະນາໃນຄັ້ງນີ້ ມີ 2 ຈຸດດ້ວຍກັນຄື: ເສັ້ນທາງແຍກຕະຫຼາດ ແລະ ຈຸດເສັ້ນທາງໂຮງຮຽນ ມສ ນາບໍ່.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງສະຫວັນນະເຂດ