ເທສລາ ຍື່ນຟ້ອງລັດຖະບານອາເມຣິກາກໍລະນີເກັບພາສີນຳເຂົ້າຊິ້ນສ່ວນຈາກຈີນ

101

ສຳນັກຂ່າວບລູມເບີກ ລາຍງານວ່າ: ບໍລິສັດເທສລາ ຜູ້ຜະລິດລົດໄຟຟ້າລາຍໃຫຍ່ໄດ້ຍື່ນຟ້ອງລັດຖະບານສະຫະລັດອາເມຣິກາຕໍ່ສານການຄ້າສາກົນໃນນະຄອນນິວຢອກ ສະຫະລັດອາເມຣິກາ ເພື່ອບໍ່ໃຫ້ລັດຖະບານເກັບພາສີນຳເຂົ້າຊິ້ນສ່ວນລົດຈາກ ສປ ຈີນ ໃນອັດຕາ 25% ໂດຍມີ ທ່ານ ໂຣເບີດ ໄລຮາຍເຊີ ເຈົ້າໜ້າທີ່ການຄ້າລະດັບສູງຂອງສະຫະລັດເປັນຈຳເລີຍໃນຄະດີນີ້.

ເທສລາ ລະບຸວ່າ: ທ່ານ ໄລຮາຍເຊີ ເປັນໜຶ່ງໃນຄະນະເຮັດວຽກຂອງລັດຖະບານສະຫະລັດ ພາຍໃຕ້ການນຳຂອງປະທານາທິບໍດີ ໂດນັລ ທຣຳ ທີ່ຍູ້ດັນໃຫ້ເກັບພາສີນຳເຂົ້າຊິ້ນສ່ວນປະກອບລົດຈາກ ສປ ຈີນ ໂດຍເທສລາ ລະບຸວ່າຕົ້ນທຶນການນຳເຂົ້າຊິ້ນສ່ວນເພີ່ມຂຶ້ນນັ້ນ ຈະສ້າງຄວາມເສຍຫາຍຕໍ່ຖານະການເງິນຂອງບໍລິສັດ.

ເທສລາ ຕ້ອງການໃຫ້ສານປະກາດວ່າ: ການເກັບພາສີນຳເຂົ້າຊິ້ນສ່ວນລົດຈາກຈີນນັ້ນຖືວ່າເປັນການລະເມີດກົດໝາຍ ແລະ ເທສລາຕ້ອງການໃຫ້ລັດຖະບານສະຫະລັດສົ່ງຄືນເງິນພາສີຂອງບໍລິສັດທີ່ຈ່າຍໄປແລ້ວກ່ອນໜ້ານີ້ ພ້ອມດອກເບ້ຍໃຫ້ເທສລາ.

ການດຳເນີນການດັ່ງກ່່າວຂອງເທສລາ ເພື່ອບໍ່ຢາກເສຍພາສີນຳເຂົ້າເພີ່ມໃນອັດຕາ 25% ເຊິ່ງເທສລາໄດ້ນຳເຂົ້າຄອມພິວເຕີ ແລະ ຈໍສະແດງພາບທີ່ຜະລິດໃນ ສປ ຈີນ ໂດຍອຸປະກອນເຫຼົ່ານີ້ຖືວ່າເປັນຊິ້ນສ່ວນສຳຄັນໃນການຜະລິດລົດໄຟຟ້າ Model 3 ຂອງເທສລາ ໂດຍ ທ່ານ ອິລອນ ມັສ ປະທານບໍລິສັດເທສລາ ກ່າວວ່າການຫຼີກລຽງສົງຄາມການຄ້າຈະເປັນປະໂຫຍດຕໍ່ທຸກປະເທດ.