ຊົມເຊີຍ! ກາເຟ ບໍລະເວນ ແລະ ຊາປາກຊ່ອງ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດ

430

ໃນວັນທີ 25 ກັນຍາ 2020 ທີ່ເມືອງປາກຊ່ອງ ແຂວງຈຳປາສັກ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບຮັບໃບຢັ້ງຢືນຖິ່ນກຳເນີດ ເລກທີ LA/GI/03 ໃຫ້ແກ່ສະມາຄົມ ກາເຟບໍລະເວນ ແລະ ໃບຢັ້ງຢືນຖິ່ນກຳເນີດເລກທີ LA/GI /04, ລົງວັນທີ 14 ກັນຍາ 2020 ໃຫ້ຊາປາກຊ່ອງ(ຖິ່ນກຳເນີດຢູ່ລາວ LAO GEOGRA PHICAL INDICATION) ຊຶ່ງໃບຢັ້ງຢືນນີ້ໄດ້ຈົດເຂົ້າຢູ່ໃນການຂຶ້ນທະບຽນຖິ່ນກຳເນີດແຫ່ງຊາດ.

ທ່ານ ບໍ່ວຽງຄຳ ວົງດາລາ ກ່າວວ່າ: ການຈົດທະບຽນປົກປ້ອງຖິ່ນກຳເນີດຊາປາກຊ່ອງ ແລະ ກາເຟບໍລະເວນ ແມ່ນແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກ ຮັກສາຄຸນນະພາບທີ່ມີເອກະລັກສະ ເພາະຂອງຊາປາກຊ່ອງ ແລະ ກາເຟບໍລະເວນ, ມີປະຫວັດຄວາມເປັນມາທີ່ຍາວນານ ຕິດພັນກັບວັດ ທະນະທໍາ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນຢູ່ພູພຽງບໍລະເວນ ມາໄດ້ຫລາຍສະຕະວັດແລ້ວ, ການປົກປ້ອງພູມປັນຍາທອ້ງຖິ່ນແບບດັ້ງເດີມ ໃຫ້ເປັນຊັບສິນທາງປັນຍາຂອງທ້ອງຖິ່ນນັ້ນ ທີ່ເປັນການສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນ ຈາກບັນພະບູລຸດສູ່ຄົນລຸ້ນປັດຈຸບັນ ແລະ ຈະອະນຸລັກ ຕໍ່ໆໄປຢ່າງຍືນຍົງ.

ພ້ອມດຽວກັນນັ້ນ, ການອະນຸລັກດັ່ງກ່າວຍັງຈະເປັນການສົ່ງເສີມ ການທ່ອງທ່ຽວ, ສ້າງມູນຄ່າເພີ່ມໃຫ້ສິນຄ້າເອກະລັກຂອງທ້ອງຖິ່ນ.

ໂອກາດດຽວກັນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໃຫ້ຮູ້ວ່າ: ຄຸນນະພາບທີ່ມີເອກະລັກສະເພາະຂອງຊາປາກຊ່ອງ ແລະ ກາເຟບໍລະເວນ ແມ່ນຍ້ອນປັດໄຈທາງລະບົບນິເວດທີ່ອຸດົມສົມບູນ ຕິດພັນກັບພູມປັນຍາທ້ອງຖິ່ນແບບດັ້ງເດີມ, ວິຖີການດໍາລົງຊີວິດ, ມີປະຫວັດຄວາມເປັນມາ ແລະ ຊື່ສຽງອັນເປັນທີ່ຮັບຮູ້ຂອງຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ມາໄດ້ຫລາຍສະຕະວັດແລ້ວນັ້ນ.

ຈຶ່ງເຮັດໃຫ້ຜູ້ຜະລິດ-ຜູ້ປະກອບການ ຊາປາກຊ່ອງ ແລະ ກາເຟບໍລະເວນ ຂອງແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງສາລະວັນ ເຕົ້າໂຮມກັນ ເປັນສະມາຄົມ ສົ່ງເສີມຊາປາກຊ່ອງ ແລະ ສະມາຄົມສົ່ງເສີມກາເຟບໍລະເວນ ໄດ້ກໍານົດເອົາຊາ 4 ລາຍການ ຄື: ຊາຂຽວ, ຊາແດງ, ຊາດໍາ ແລະຊາຂາວ; ສ່ວນກາເຟ ມີ 8 ລາຍການຄື: ກາເຟນ້ອຍໝາກຊ້ອມ ປຸງແຕ່ງແບບປຽກ, ກາເຟນ້ອຍໝາກຊ້ອມປຸງແຕ່ງແບບແຫ້ງ, ກາເຟກາງໝາກຊ້ອມ ປຸງແຕ່ງແບບປຽກ, ກາເຟກາງໝາກຊ້ອມ ປຸງແຕ່ງແບບແຫ້ງ, ກາເຟນ້ອຍຂົ້ວ, ກາເຟກາງຂົ້ວ, ກາເຟຂົ້ວ ທີ່ໄດ້ມາຈາກການປະສົມກາເຟໝາກຊ້ອມ, ກາເຟຂົ້ວ ແລະ ຂົ້ວບົດ ທີ່ໄດ້ມາຈາກການເຟໝາກຊ້ອມ ປົກປ້ອງເປັນສິນຄ້າຖິ່ນກໍາເນິດ.

ທີ່ມາ: ຂ່າວສານປະເທດລາວ