ຫ້າມນໍາສິ່ງເຫຼົ່ານີ້ປະໄວ້ໃນລົດ

211

ປັດຈຸບັນຝົນເລີ່ມຢຸດຕົກແດ່ແລ້ວ ສິ່ງທີ່ຕາມມາແມ່ນສະພາບອາກາດທີ່ຮ້ອນອົບເອົ້າໃນຕອນກາງເວັນ ເວົ້າສະເພາະການຈອດລົດຕາກແດດ ເປັນເຫດເຮັດໃຫ້ອຸນຫະພູມໃນລົດເພີ່ມຂຶ້ນ, ສະນັ້ນສິ່ງທີ່ຫ້າມປະສິ່ງຂອງໄວ້ໃນລົດໃນເມື່ອລົດຕາກແດດດົນໆ ເຊິ່ງມັນຈະສົ່ງຜົນກະທົບຕໍ່ລົດຂອງທ່ານໃນກໍລະນີຮ້າຍແຮງ ອາດເຮັດໃຫ້ໄຟໄໝ້ລົດໄດ້. ສະນັ້ນ, ຄໍລໍ້າລົດມື້ນີ້ຈະນໍາສະເໜີສິ່ງທີ່ຫ້າມປະໄວ້ໃນລົດມີຫຍັງແດ່ມາຮູ້ຈັກນຳກັນເລີຍ:

  • ກັບໄຟແຊັດ: ເພາະຖ້າຖືກແສງແດດເປັນເວລາດົນນານອາດເກີດການລະເບີດ ສ່ຽງຕໍ່ການເກີດໄຟລຸກໄໝ້ໄດ້.

  • ກະປ໋ອງສະເປຕ່າງໆ: ເພາະຄວາມຮ້ອນຈະເຮັດໃຫ້ວັດສະດຸທີ່ເປັນສານເຄມີ ແລະ ແກ໊ສໃນກະປ໋ອງຂະຫຍາຍຕົວ ແລະ ເກີດລະເບີດຂຶ້ນໄດ້.

  • ອຸປະກອນທີ່ມີແບັດເຕີຣີ: ເປັນຕົ້ນແມ່ນໂທລະສັບ, ພາວເວີແບັງ, ໂນດບຸ໊ກ ເພາະສານລີຊຽມໃນແບັດເຕີລີເປັນໂລຫະທີ່ໄວຕໍ່ປະຕິກິລິຍາທາງເຄມີ ເມື່ອໄດ້ຮັບຄວາມຮ້ອນອາດເຮັດໃຫ້ເກີດການລັດວົງຈອນ ແລະ ລະເບີດຂຶ້ນ.

  • ກວດນໍ້າດື່ມທີ່ມີນໍ້າເຕັມ: ບໍ່ຄວນວາງໄວ້ໃນຄອນໂຊນໜ້າລົດ ເພາະນໍ້າໃນກວດເມື່ອຖືກແສງແດດສ່ອງໄດ້ມູມຈະເກີດການຫັກມູມຂອງແສງແດດໄປຈຸດດຽວກັນ ສາມາດເຮັດໃຫ້ໄຟໄໝ້ໃນລົດໄດ້.

  • ຢາງລຶບສໍ: ເພາະມີສານໃນກຸ່ມ Plasticizers ເປັນໂຕທໍາລາຍຢາງພລາສຕິກໄດ້ດີ ເຊິ່ງຈະອອກລິດເມື່ອຖືກ ຄວາມຮ້ອນເຖິງຈະບໍ່ອັນຕະລາຍເທົ່າສິ່ງອື່ນໆທີ່ກ່າວມາ ແຕ່ກໍສາມາດເຮັດໃຫ້ລົດເພໄດ້.