ເຂື່ອນໄຟຟ້ານ້ຳຕົກເຊລະນອງ 1 ເລີ່ມກັກເກັບນ້ຳແລ້ວ

118

ເຂື່ອນໄຟຟ້ານໍ້າຕົກເຊລະນອງ 1 ສະຫວັນນະເຂດ ມີກຳລັງຕິດຕັ້ງທັງໝົດ 70 ເມກາວັດ, ສາມາດຜະລິດພະລັງງານໄດ້ 268,23 ກິກກາວັດໂມງຕໍ່ປີ, ປັດຈຸບັນການກໍ່ສ້າງສໍາເລັດ ແລະ ເລີ່ມກັກເກັບນໍ້າແລ້ວ.

ວັນທີ 22 ກັນຍາ 2020 ທ່ານ Zheng Bro Rong ຫົວໜ້າໂຄງການເຂື່ອນໄຟຟ້າເຊລະນອງ 1 ພ້ອມດ້ວຍພະນັກງານ – ກຳມະກອນປະຈຳໂຄງການ ໄດ້ໃຫ້ການຕ້ອນຮັບ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ແລະ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊີ້ນຳການກໍ່ສ້າງໂຄງການດັ່ງກ່າວ.

ທ່ານ Zheng ກ່າວວ່າ: ໂຄງການເຂື່ອນໄຟຟ້າເຊລະນອງ 1 ຕັ້ງຢູ່ເມືອງນອງ ແຂວງສະຫວັນນະເຂດ ເລີ່ມລົງມືກໍ່ສ້າງມາແຕ່ປີ 2014 ແລະ ກໍ່ສ້າງສຳເລັດໃນກາງປີ 2020 ພ້ອມເລີ່ມກັກເກັບນໍ້າໃນຕົ້ນເດືອນກັນຍາທີ່ຜ່ານມາ.

ທ່ານກ່າວຕື່ມວ່າ: ໂຄງການເຊລະນອງ 1 ເປັນໂຄງການເຂື່ອນໄຟຟ້າທີ່ໃຫຍ່ທີ່ສຸດຢູ່ແຂວງສະຫວັນນະເຂດ ໃນປັດຈຸບັນ, ມີກຳລັງຕິດຕັ້ງທັງໝົດ 70 ເມກາວັດ, ສາມາດຜະລິດພະລັງງານໄດ້ 268,23 ກິກກາວັດໂມງຕໍ່ປີ, ເປັນເຂື່ອນຄອນກຣີດອັດແໜ້ນ ທີ່ສ້າງຜົນປະໂຫຍດທັງທາງກົງ ແລະ ທາງອ້ອມຕໍ່ລັດຖະບານ ໂດຍສະເພາະພໍ່ແມ່ປະຊາຊົນທີ່ຢູ່ອ້ອມຂ້າງໂຄງການໄດ້ຮັບການພັດທະນາ, ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ ໂດຍມີ 2 ບ້ານ, 85 ຄອບຄົວ, 74 ຫຼັງຄາເຮືອນ ໄດ້ຮັບການຍົກຍ້າຍ, ຈັດສັນປະກອບອາຊີບທີ່ໝັ້ນຄົງ, ປຸກສ້າງທີ່ຢູ່ອາໄສໃໝ່ແບບຖາວອນ; ກໍ່ສ້າງໂຮງຮຽນ, ສຸກສາລາ, ນໍ້າສະອາດ ແລະ ຖະໜົນຫົນທາງ.

ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຕາງໜ້າໃຫ້ຄະນະສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບໍລິສັດທີ່ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການຈົນສຳເລັດຕາມແຜນການທີ່ວາງໄວ້. ພ້ອມກັນນີ້, ທ່ານກໍໄດ້ໃຫ້ທິດຊີ້ນຳຜູ້ພັດທະນາໂຄງການ ເອົາໃຈໃສ່ແກ້ໄຂບາງວຽກງານທີ່ຍັງຄ້າງຄາໃຫ້ສຳເລັດກ່ອນໂຄງການຈະຖືກຮັບຮອງກໍ່ສ້າງສຳເລັດ ແລະ ເປີດຜະລິດຢ່າງເປັນທາງການ, ໃນນີ້ລວມມີການປັບປຸງເສັ້ນທາງແຕ່ໂຄງການຫາບ້ານຈັດສັນ ເຊິ່ງມີຄວາມຍາວ 10 ກວ່າກິໂລແມັດ, ກໍ່ສ້າງຂົວທີ່ຖືກນໍ້າຖ້ວມ, ກໍ່ສ້າງ, ປັບປຸງ ແລະ ສະໜອງນໍ້າໃຫ້ພຽງພໍ ແລະ ໜ້າວຽກອື່ນອີກ.

( ໂດຍ: ຄຳແສງ ແກ້ວປະເສີດ )