Monthly Archives: June, 2020

ປະກາດແຕ່ງຕັ້ງຄະນະຄຸ້ມຄອງດ່ານສາກົນສອງແຫ່ງ ຢູ່ແຂວງບໍລິຄຳໄຊ

ແນໃສ່ຮັບປະກັນການປະຕິບັດໜ້າທີ່ການເມືອງໄລຍະໃໝ່ໃຫ້ໄດ້ຮັບປະສິດທິຜົນສູງກວ່າເກົ່າ ກະຊວງປ້ອງກັນຄວາມສະຫງົບໄດ້ມີພິທີປະກາດ-ປັບປຸງການຈັດຕັ້ງ ຄະນະຄຸ້ມຄອງດ່ານສາກົນປາກຊັນ ແລະ ດ່ານສາກົນນ້ຳພາວ ໃນວັນທີ 03 ມິຖຸນາ 2020 ຜ່ານມາທີ່ຫ້ອງປະຊຸມຫ້ອງວ່າການແຂວງ ເຂົ້າຮ່ວມໂດຍ ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າປັບປຸງດ່ານຊາຍແດນ ແລະ ສະໜາມບິນສາກົນ, ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະກະຊວງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ,...

ບໍລິສັດ ອີ້ຫລຽນ ຮ່ວມມອບເຄື່ອງມູນຄ່າ 130 ກວ່າລ້ານ ໃຫ້ກະຊວງສາທາ ເພື່ອສູ້ກັບໂຄວິດ-19

ເຖິງແມ່ນວ່າສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ຈະມີການຫຼຸດຜ່ອນລົງຫຼາຍ ໂດຍບໍ່ມີຜູ້ຕິດເຊື້ອໃໝ່ ຕິດຕໍ່ກັນເປັນເວລາດົນ 1 ເດືອນກວ່າແລ້ວ ແຕ່ທາງພາກລັດ ແລະ ເອກະຊົນຢູ່ພາຍໃນປະເທດ ຍັງຕ້ອງໄດ້ຮ່ວມກັນເອົາໃຈໃສ່ສືບຕໍ່ປ້ອງກັນ ແລະ ເຝົ້າລະວັງຢ່າງໃກ້ຊິດ, ພ້ອມນີ້ກໍ່ຍັງມີບໍລິສັດ ທັງພາຍໃນ ແລະ ຕ່າງປະເທດສືບຕໍ່ໃຫ້ການຊ່ວຍເຫຼືອ. ຫຼ້າສຸດ ໃນວັນທີ 3 ມິຖຸນາ 2020 ທີ່ກະຊວງ...

ກອງທັບປະຊາຊົນຈີນ ຂົນເຄື່ອງຊ່ວຍລາວຕ້ານໂຄວິດເປັນຊຸດທີ2

ການລະບາດຂອງພະຍາດໂຄວິດ-19 ເປັນເຫດການສຸກເສີນທີ່ເກີດຂຶ້ນທົ່ວໂລກ ແລະ ສປ ຈີນ ເປັນປະເທດທີ່ປະສົບບັນຫາກ່ອນໝູ່ ທັ້ງມີການສູນເສຍຊີວິດເປັນຈຳນວນຫຼາຍ ແຕ່ດ້ວຍມິດຕະພາບ ແລະການຮ່ວມມືຖານປະເທດເພື່ອນມິດຍຸດທະສາດ ສປ ຈີນໄດ້ເດີນໜ້າຊ່ວຍເຫຼືອລາວເຮົາຢ່າງຕໍເນື່ອງ ນອກຈາກການສົ່ງຜູ້ຊ່ຽວຊານມາແລ້ວຍັງສົ່ງວັດຖຸອຸປະກອນມາຊ່ວຍເສີມອີກໜຶ່ງແຮງ ເວົ້າສະເພາະກອງທັບປະຊາຊົນຈີນແມ່ນເປັນຄັ້ງທີສອງແລ້ວ. ຫຼ້າສຸດເຊົ້າວັນທີ 2 ມິຖຸນາ 2020, ຄະນະນໍາກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຊ່ວຍເຫຼືອດ້ານອຸປະກອນການແພດຕອບໂຕ້ພະຍາດໂຄວິດ-19 ຈາກກອງທັບປົດປ່ອຍປະຊາຊາຊົນຈີນ ກະຊວງປ້ອງກັນປະເທດ ສປ...

ຈະສຶກສາຄວາມເປັນໄປໄດ້ ການສ້າງໂຮງງານໄຟຟ້າຄວາມຮ້ອນຢູ່ແຂວງເຊກອງ

ບໍລິສັດລົງທຶນພະລັງງານ ເອໂວລູຊັ້ນ (EPIC) ແລະ ບໍລິສັດ ຄູນມີໄຊ ກໍ່ສ້າງ ແລະ ສ້ອງແປງຂົວ-ທາງ (KMX) ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດຖະບານລາວ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຮງງານຜະລິດໄຟຟ້າພະລັງງານຄວາມຮ້ອນ ຂະໜາດ 1.000 ເມກາວັດ ທີ່ເມືອງດາກຈຶງ ແຂວງເຊກອງ ດ້ວຍມູນຄ່າປະມານ 1,7 ຕື້ໂດລາ ຄາດວ່າຈະໃຫ້ສຳເລັດໃນປີ 2027. ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ,...

ຂ່າວດີຄູນສອງມື້ນີ້! ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຄົນເຈັບໄດ້ອອກໂຮງໝໍເພີ່ມອີກ 2 ຄົນ

ຖືວ່າເປັນຂ່າວດີ ແລະ ເປັນຄວາມສຳເລັດຂັ້ນພື້ນຖານຂອງແພດໝໍລາວເຮົາ ໃນການປະຕິບັດໜ້າທີ່ ແລະ ຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງມາຮອດມື້ນີ້ ວັນທີ 3 ມິຖຸນາ 2020 ບໍ່ພົບຜູ້ຕິດເຊື້ອເພີ່ມ, ສ່ວນຄົນເຈັບຕິດເຊື້ອເກົ່າໄດ້ອອກໂຮງໝໍອີກ 2 ຄົນ, ເຮັດໃຫ້ ຍັງມີຄົນເຈັບຕິດຕາມອາການປິ່ນປົວຢູ່ໂຮງໝໍພຽງຄົນດຽວເທົ່ານັ້ນ ຈາກຕົວເລກສະສົມທັງໝົດ 19 ຄົນ ແລະ ມື້ນີ້ຖືວ່າເປັນມື້ທີ 52 ແລ້ວທີ່ລາວເຮົາກວດບໍ່ພົບຜູ້ຕິດເຊື້ອເພີ່ມ. ທ່ານ...

ສະໜາມບານເຕະຫຍ້າທຽມແຫ່ງໃໝ່ຂອງ ກຸ່ມການສຶກສາ ແສງສະຫວັນ ຄາດສໍາເລັດເດືອນສິງຫານີ້

ພິທີເຊັນສັນຍາບົດທຶກຄວາມເຂົ້າໃຈ ລະຫວ່າງສອງພາກສ່ວນດັ່ງກ່າວໄດ້ມີຂຶ້ນ ເມື່ອທ້າຍອາທິດ ທີ່ຜ່ານມາ ທີ່ສະຖາບັນການສຶກສາ ແສງສະຫວັນ ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ( ວິທະຍາເຂດ ຫຼັກ 21 ) ລະຫວ່າງ ທ່ານ ວຽງສະຫວັນ ສີຫານາດ ຜູ້ອຳນວຍການໂຮງຮຽນແສງສະຫວັນ 2 ແລະ ທ່ານ ນາງ ມະນີພອນ...

ຊົມເຊີຍ! ຜູ້ໃຫຍ່ເປັນຫຼັກ ເຈົ້າເມືອງອາດສະພອນ ນຳພາ 3 ບ້ານສ້ອມແປງຂົວຂ້າມຫ້ວຍພຸງ

ຄວາມສາມັກຄີ ເປັນບໍ່ເກີດແຫ່ງຄວາມສໍາເລັດ ສຸພາສິດນີ້ ຍັງໃຊ້ໄດ້ສະເໝີ ຫາກທຸກຄົນຮ່ວມແຮງກັນ ແລະມີຜູ້ນໍາພາເປັນແກນຫຼັກນຳໜ້າພາທາງຄວາມສໍາເລັດນັ້ນ ຍິ່ງມາໄວຂື້ນ. ດັ່ງເຈົ້າເມືອງອາດສະພອນ ແຂວງສະຫວັນນະເຂດ ທີ່ໄດ້ນໍາພາປະຊາຊົນ 3ບ້ານ ພາຍໃນເມືອງ ສ້ອມແປງຂົວຈົນສໍາເລັດ. ໃນວັນທີ 2 ມິຖຸນາ 2020 ທີ່ຜ່ານມາ, ທ່ານ ຄຳແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ພ້ອມດ້ວຍຫ້ອງການ ໂຍທາທິການ ແລະ...

ເຊກອງ! ລົງຕົວຈິງກວດທຽບມາດຖານໝໍ້ນັບໄຟ, ນ້ຳປະປາ ແລະ ຫົວຈ່າຍນໍ້າມັນ ພ້ອມປ່ຽນຖ່າຍໃໝ່ໃຫ້ຟຣີຫາກບໍ່ໄດ້ມາດຖານ

ໃນວັນທີ 2 ມິຖຸນາ 2020 ພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຊກອງຮ່ວມກັບລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ, ລັດວິສາຫະກິດນ້ຳປະປາ ແລະຄະນະກໍາມະການກວດກາມາດຕະຖານ ແລະວັດແທກຈາກຂະແໜງການກ່ຽວຂ້ອງໄດ້ລົງເຄື່ອນໄຫວຕິດຕາມກວດກາ, ກວດທຽບມາດຕະຖານໝໍ້ນັບກະແສໄຟຟ້າ, ໝໍ້ແທກນ້ຳປະປາ ແລະຫົວຈ່າຍນໍ້າມັນເຊື້ອໄຟຢູ່ພາຍໃນເທສະບານແຂວງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງໆເຊກອງ, ທ່ານ ສຸລະພົນ ໝື່ນວິເສດ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຂົ້າຮ່ວມ. ທ່ານ ສຸລະພົນ ໝື່ນວິເສດ ກ່າວວ່າ:...

ລັດຖະບານ ຈະໃຊ້ງົບ 33 ຕື້ກວ່າກີບກຽມຈັດຊື້ເຄື່ອງມືຈຳເປັນເພື່ອຕ້ານໂຄວິດເພີ່ມ

ແນໃສ່ກຽມພ້ອມຮັບມືກັບພະຍາດໂຄວິດ-19 ທີ່ອາດກັບມາລະບາດຄືນ ລັດຖະບານກຽມຈັດຊື້ເຄື່ອງມືດ້ານການແພດຈໍານວນໜຶ່ງທີ່ຍັງຂາດເຂີນ ແລະ ມີຄວາມຕ້ອງການຈໍາເປັນອັນຮີບດ່ວນ ໂດຍຄາດວ່າຈະນຳໃຊ້ເງິນບ້ວງປະກອນສ່ວນຂອງສັງຄົມ 9,54 ຕື້ກີບ ແລະ ສະເໜີນຳໃຊ້ເງິນບ້ວງງົບປະມານຂອງລັດ 23,98 ຕື້ກີບ. ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພະລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 1...

ຕາມສະຖານະການ ຊ່ວງໂຄວິດທູດລາວຍື່ນສານຕາຕັ້ງທາງໄກຕໍ່ສະຫະ ອາຣັບເອເມເຣັດ

ໃນໄລຍະນີ້ທີ່ທຸກປະເທດຍັງມີຄວາມຫຍຸ້ງຕໍການຕ້ານ ແລະ ສະກັດກັ້ນຂອງພະຍາດໂຄວິດ-19 ສະນັ້ນ, ທູດລາວທີ່ຈະໄປເຮັດໜ້າທີ່ຢູ່ຕ່າງປະເທດຈິ່ງໄດ້ຍື່ນສານຕາຕັ້ງທາງໄກ (Online) ຕໍ່ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະອາຣັບເອເມເຣັດ (UAE), ເຈົ້າຄອງນະຄອນ Emirate of Dubai. ໃນຕອນບ່າຍ ວັນທີ 27 ພຶດສະພາ 2020, ເວລາ 12:30 ໂມງ ເວລາທ້ອງຖິ່ນ, ທ່ານ...
- Advertisment -
Slide
Slide

Most Read

error: Content is protected !!