ປະກາດແຕ່ງຕັ້ງຄະນະຄຸ້ມຄອງດ່ານສາກົນສອງແຫ່ງ ຢູ່ແຂວງບໍລິຄຳໄຊ

238

ແນໃສ່ຮັບປະກັນການປະຕິບັດໜ້າທີ່ການເມືອງໄລຍະໃໝ່ໃຫ້ໄດ້ຮັບປະສິດທິຜົນສູງກວ່າເກົ່າ ກະຊວງປ້ອງກັນຄວາມສະຫງົບໄດ້ມີພິທີປະກາດ-ປັບປຸງການຈັດຕັ້ງ ຄະນະຄຸ້ມຄອງດ່ານສາກົນປາກຊັນ ແລະ ດ່ານສາກົນນ້ຳພາວ ໃນວັນທີ 03 ມິຖຸນາ 2020 ຜ່ານມາທີ່ຫ້ອງປະຊຸມຫ້ອງວ່າການແຂວງ ເຂົ້າຮ່ວມໂດຍ ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າປັບປຸງດ່ານຊາຍແດນ ແລະ ສະໜາມບິນສາກົນ, ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະກະຊວງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະແນກ, ພະນັກງານລັດຖະກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 2874/ປກສ, ລົງວັນທີ 31 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງ ທ່ານ ພັທ ປອ ຄຳຜັນ ບຸນມີໄຊ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນນ້ຳພາວ, ທ່ານ ພັທ ວົງວິໄລ ອິນທິສານ ເປັນຫົວຄະນະຄຸ້ມຄອງດ່ານສາກົນທ່າເຮືອປາກຊັນ, ຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ເລກທີ 2872/ປກສ, ລົງວັນທີ 31 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງ ທ່ານ ພັຕ ຄຳແດງ ທຳມະສິດ ເປັນຫົວໜ້າດ່ານ ຕມ ສາກົນນ້ຳພາວ ແຂວງບໍລິຄຳໄຊ.

ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ເລກທີ 0305/ກງ, ລົງວັນທີ 28 ມັງກອນ 2020 ວ່າດ້ວຍການ ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສ້ອຍ ວົງພະຈັນ ຫົວໜ້າດ່ານພາສີສາກົນນ້ຳພາວ ເປັນຮອງຫົວໜ້າກອງຄຸ້ມຄອງພາສີ V, ຫົວໜ້າກອງກວດກາພາສີປະຈຳແຂວງບໍລິຄຳໄຊ, ແຕ່ງຕັ້ງ ທ່ານ ແກ້ວພິລາ ທິບດາລາ ຮອງຫົວໜ້າດ່ານພາສີສາກົນນ້ຳພາວ ເປັນຫົວໜ້າດ່ານພາສີສາກົນນ້ຳພາວ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ໄກສອນ ສີຈັນທະເລືອງ ຮອງຫົວໜ້າກວດກາພາສີປະຈຳແຂວງບໍລິຄຳໄຊ ເປັນຮອງຫົວໜ້າດ່ານພາສີສາກົນນ້ຳພາວ.

ຂໍ້ຕົກລົງຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 3130/ຍທຂ ລົງວັນທີ 10 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ພູວົງ ແສງລາພອນ ຮອງຫົວໜ້າຂະແໜງທາງນ້ຳ ພະແນກ ຍທຂ ແຂວງ ເປັນຄະນະຄຸ້ມຄອງດ່ານທ່າເຮືອປາກຊັນ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 800/ຂບຊ, ລົງວັນທີ 23 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງ ທ່ານ ຈັນສະໝອນ ມາທິລາດ ເປັນຮອງຫົວໜ້າດ່ານສາກົນນ້ຳພາວ ຮັບຜິດຊອບວຽກງານບໍລິຫານ, ທ່ານ ແກ່ນຈັນ ຄຳມະຈັກ ເປັນຮອງຫົວໜ້າດ່ານສາກົນປາກຊັນ ຮັບຜິດຊອບວຽກງານບໍລິຫານ.