ທ່ານ ອາລຸນໄຊສູນນະລາດ ຮັກສາການ ເຈົ້າແຂວງຈໍາປາສັກຄົນໃໝ່

267

ພິທີມອບ-ຮັບໜ້າທີ່ເລຂາພັກແຂວງ,ຮັກສາການເຈົ້າແຂວງຈຳປາສັກ ລະຫວ່າງ ທ່ານ ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ (ຜູ້ເກົ່າ) ແລະ ທ່ານ ອາລຸນໄຊສູນນະລາດ ລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເລຂາ ຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຈຳປາສັກ (ຜູ້ໃໝ່), ໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2024 ທີ່ສະໂມສອນແຂວງໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ,ມີຄະນະຈັດຕັ້ງສູນກາງພັກ,ຄະນຳຂັ້ນສູນກາງ,ຂັ້ນແຂວງ ພະແນກການກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.

May be an image of 7 people, dais and text
ໃນພິທີ ຄະນະຈັດຕັ້ງສູນກາງພັກໄດ້ ຜ່ານ ຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 30 ເມສາ 2024, ວ່າດ້ວຍການຍົກຍ້າຍພະນັກງານການນໍາສູງ ໄປຮັບໜ້າທີ່ໃໝ່.ຜ່ານ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 93/ຄລສພ, ລົງວັນທີ 30 ເມສາ 2024, ວ່າດ້ວຍການແຕ່ງຕັ້ງ ກຳມະການຄະນະບໍລິຫານງານພັກແຂວງ ແລະ ກຳມະການປະຈຳພັກ ແຂວງຈຳປາສັກ.ຜ່ານ ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 07/ ກມສພ, ລົງວັນທີ 30 ເມສາ 2024, ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະ ບໍລິຫານງານພັກແຂວງຈຳປາສັກ.ຜ່ານ ແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 103/ ລົງວັນທີ 02 ພຶດສະພາ 2024, ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່.

May be an image of 1 person, dais and text

ເຊິ່ງແຕ່ງຕັ້ງ ທ່ານ ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ (ຜູ້ເກົ່າ)ໄປຮັບໜ້າທີ່ໃໝ່ທີ່ ເປັນລັດຖະມົນຕີກະຊວງພາຍໃນ,ໃນພິທີ ມີການສະຫຼຸບຜົນງານ ແລະ ເຊັນມອບ -ຮັບໜ້າທີ່ຂອງທ່ານ ເລຂາພັກແຂວງ,ເຈົ້າແຂວງຜູ້ເກົ່າແລະເລຂາພັກແຂວງ,ຮັກສາການເຈົ້າແຂວງຜູ້ໃໝ່.
ໃນພິທີອັນສຳຄັນທ່ານ ນາງ ປານີ ຢາທໍ່ຕູ້ຍັງໄດ້ເປັນກຽດໂອ້ລົມຫຼາຍບັນຫາ ເຊິ່ງກ່ອນອື່ນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຈຳປາສັກໃນໄລຍະ 4 ປີ ຜ່ານມາ ພາຍໃຕ້ການນຳພາຂອງ ທ່ານ ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ (ຜູ້ເກົ່າ) ເຮັດໃຫ້ເສດຖະກິດ ສັງຄົມຂອງແຂວງມີການຂະຫຍາຍຕົວ,ຈາກນີ້ກໍໄດ້ຊີ້ນຳ ຫຼາຍບັນຫາສຳຄັນຕື່ມອີກໃຫ້ເລຂາພັກແຂວງ ຮັກສາການເຈົ້າແຂວງຜູ້ໃໝ່ ນຳໄປຄົ້ນຄ້ວາເປັນບົດຮຽນ,ເປັນແບບແຜນ,ວິທີການ ເພື່ອສາມັກຄີຮ່ວມກັບກັບຄະນະພັກໄດ້ນຳໄປຈັດຕັ້ງປະຕິບັດ ແລະ ພັດທະນາແຂວງຈຳປາສັກໃກ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

May be an image of 14 people, dais and text

ແຫຼ່ງຂ່າວ:ໜັງສືພິມຈຳປາໃໝ່