ຫຼວງພະບາງຈັດສອບເສັງບັນຈຸລັດຖະກອນໃໝ່

56

ວັນທີ 09 ພຶດສະພາ 2024 ທີ່ຫ້ອງວ່າການແຂວງຫຼວງພະບາງ ໄດ້ມີພິທີສອບເສັງບັນຈຸລັດຖະກອນໃໝ່ ໂດຍເປັນປະທານຂອງ ທ່ານ ເພງ ຄຳມະວົງ ຫົວໜ້າຫ້ອງວ່າການແຂວງ, ມີຄະນະຮັບຜິດຊອບຂອງແຂວງ ແລະຄະນະຮັບຜິດຊອບຂອງຫ້ອງວ່າການແຂວງ ເຂົ້າຮ່ວມ.

May be an image of 2 people and dais

ທ່ານ ເພັງ ຄຳມະວົງ ໄດ້ມີຄຳເຫັນວ່າ: ໃນໄລຍະຜ່ານມາຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດຕັ້ງການສອບເສັງບັນຈຸລັດຖະກອນຢ່າງຖືກຕ້ອງຕາມລະບຽບກົດໝາຍ, ເຮັດໃຫ້ການສອບເສັງມີຄວາມສະຫງົບໂດຍປະຕິບັດລັກການສະ ເໝີພາບ, ເປີດເຜີຍ, ໂປ່ງໃສ ແລະມີຄວາມຍຸຕິທຳ ໂດຍຄັດເລືອກເອົາຜູ່ທີ່ຕອບຄຳຖາມໄດ້ ຢ່າງຖືກຕ້ອງ ແລະໄດ້ຄະແນນຕາມຄາດໝາຍ ທີ່ຄະນະກຳມະການກຳນົດໄວ້, ຫຼີກເວັ້ນຄວາມບໍ່ຖືກຕ້ອງ, ຮັບປະກັນໃຫ້ການສອບເສັງ ມີຄວາມສອດຄ່ອງຕາມລະບຽບ-ກົດໝາຍ, ມີຄຸນນະພາບ ແລະມີຄວາມຍຸຕິທຳເປັນຫຼັກ, ພ້ອມນີ້ ທ່ານໄດ້ເນັ້ນໃຫ້ນັກສອບເສັງ ຕ້ອງໄດ້ປະຕິບັດຕາມກົດລະບຽບ ແລະຫຼັກການທີ່ວາງອອກດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການສອບເສັງບັນລຸຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.

May be an image of 9 people, table, lighting and dais

ໂອກາດນີ້ ທ່ານ ນາງ ຄຳເລື່ອງ ດວງມາລາ ຫົວໜ້າຂະແໜງຄົ້ນຄວ້າວຽກພັກ ທັງເປັນຫົວໜ້າຄະນະວິຊາການສອບເສັງ ໄດ້ຂຶ້ນຜ່ານລະບຽບ ເພື່ອໃຫ້ນັກສອບເສັງ ແລະຄະນະກຳມະການສອບເສັງໄດ້ຮັບຮູ້ ແລະເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ. ການສອບເສັງບັນຈຸລັດຖະກອນຄັ້ງນີ້ ມີນັກສອບເສັງເຂົ້າຮ່ວມທັງໝົດ 02 ຄົນ ໂດຍດຳເນີນການສອບເສັງ ເປັນເວລາ 120 ນາທີ, ໂດຍຈະຄັດເລືອກເອົາຜູ້ທີ່ໄດ້ຄະແນນດີຕາມມາຖານທີ່ກຳນົດ ເພື່ອບັນຈຸເຂົ້າເປັນລັດຖະກອນໃໝ່ ຈຳນວນ 1 ຕົວເລກ.