ຕາມສະຖານະການ ຊ່ວງໂຄວິດທູດລາວຍື່ນສານຕາຕັ້ງທາງໄກຕໍ່ສະຫະ ອາຣັບເອເມເຣັດ

206

ໃນໄລຍະນີ້ທີ່ທຸກປະເທດຍັງມີຄວາມຫຍຸ້ງຕໍການຕ້ານ ແລະ ສະກັດກັ້ນຂອງພະຍາດໂຄວິດ-19 ສະນັ້ນ, ທູດລາວທີ່ຈະໄປເຮັດໜ້າທີ່ຢູ່ຕ່າງປະເທດຈິ່ງໄດ້ຍື່ນສານຕາຕັ້ງທາງໄກ (Online) ຕໍ່ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະອາຣັບເອເມເຣັດ (UAE), ເຈົ້າຄອງນະຄອນ Emirate of Dubai.

ໃນຕອນບ່າຍ ວັນທີ 27 ພຶດສະພາ 2020, ເວລາ 12:30 ໂມງ ເວລາທ້ອງຖິ່ນ, ທ່ານ ສີສອນໄຊ ເຫງົ້າວົງສີ, ໄດ້ຍື່ນສານຕາຕັ້ງທາງວິດີໂອອອນໄລ (Video call online) ຕໍ່ພະນະທ່ານ Sheikh Mohamed bin Rashid AIMaktoum, ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະ ອາຣັບເອມິເຣັດ (UAE), ເຈົ້້າຄອງນະຄອນດູໄບ, ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ UAE, ເຊິ່ງມີສຳນັກງານຕັ້ງຢູ່ ກູເວດ (Non-Resident Ambassador).


ຮູບປະກອບຂ່າວ ກູເວດທີ່ສະຖານທູດລາວປະຈຳສະຫະອາຣັບເອເມເຣັດຕັ້ງຢູ່

ທ່ານຮອງປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ UAE ແລະ ເຊື່ອໝັ້ນຕໍ່ ການປະຕິບັດໜ້າທີ່ການທູດ ເພື່ອສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-UAE ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ສົ່ງຄວາມຢ້ຽມຢາມໄປຍັງ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ອີກດ້ວຍ.


ຮູບປະກອບຂ່າວ ສະຫະ ອາຣັບເອມິເຣັດ

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພະນະທ່ານ ຮອງປະທານາທິບໍດີ ທີ່ໄດ້ຕ້ອນຮັບ ແລະ ຮັບເອົາການແຕ່ງຕັ້ງ ທ່ານເອກອັກຄະລັດຖະທູດ. ຈາກນັ້ນ ທ່ານທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວຢ່າງອົບອຸ່ນຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ເຖິງ ພະນະທ່ານ ປະທານາທິບໍດີ UAE ແລະ ພະນະທ່ານ Sheikh Mohamed bin Rashid AIMaktoum, ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ ແລະ ສົ່ງຄໍາອວຍພອນອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ UAE ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

ການຍື່ນສານຄັ້ງນີ້ ໃຊ້ເວລາ 30 ວິນາທີ ຕາມກຳນົດໄວ້ ເຊີ່ງມີບັນດາທ່ານເອກອັກຄະລັດຖະທູດ Non-Resident Ambassador ເຂົ້າຮ່ວມຍື່ນສານພ້ອມກັນຕາມລໍາດັບ ເຊິ່ງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນເປັນເປັນຜູ້ທຳອິດ.

ກະຊວງການຕ່າງປະເທດ