ປະກາດພະນັກງານ-ລັດຖະກອນຂະແໜງການເງິນ ພັກການຮັບອຸດໜູນບໍານານ

174

ໃນວັນທີ 23 ເມສາ 2024 ພະແນກການເງິນແຂວງອັດຕະປືໄດ້ມີພິທີປະກາດພະນັກງານ-ລັດຖະກອນຂະແໜງການເງິນພັກການຮັບອຸດໜູນບໍານານ ໃນງວດ I ປະຈໍາປີ 2024 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນແຂວງອັດຕະປື, ມີທ່ານ ທອງຈັນ ສີສະຫັວດໄຊ ຮອງຫົວໜ້າພະແນກພາຍໃນແຂວງອັດຕະປື, ມີບັນດາຫົວໜ້າ-ຮອງຫົວໜ້າພາສີ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງພະນັກງານ 3 ສາຍຕັ້ງພາຍໃນພະແນກການເງີນແຂວງເຂົ້າຮ່ວມ.

May be an image of 14 people, dais and text
ໃນພິທີທ່ານ ທອງຈັນ ສີສະຫວັດໄຊ ຮອງຫົວໜ້າພະແນກພາຍໃນແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການຮັບອຸດໜຸນບໍານານ, ອີງຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະ ກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015 ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນທີ່ຮອດກະສຽນ, ຄົບເງື່ອນໄຂພັກການຮັບອຸດໜູນບໍານານຕາມນະໂຍບາຍຂອງພັກ-ລັດວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການຮັບອຸດໜູນບໍານານລັດຖະມົນຕີກະຊວງການເງິນຕົກລົງອະນຸມັດໃຫ້: ທ່ານ ສຸລະສິດ ອຳໄພວົງ ຮອງຫົວໜ້າຂະແໜງການເງິນແຂວງອາຍຸກະສຽນ 60 ປີ, ລວມປີການ 38 ປີອອກພັກການຮັບອຸດໜູນບໍານານ, ນັບແຕ່ງວດ I (ເດືອນ 1,2,3) ປີ 2024 ເປັນຕົ້ນໄປ; ທ່ານ ຄໍາມູນ ພົມມາລີ ວິຊາການ ພະແນກການເງິນແຂວງ ອາຍຸກະສຽນ 60 ປີລວມປີການ 37 ປີອອກພັກການຮັບອຸດໜູນບໍານານນັບແຕ່ງວດທີ l ເດືອນ 1,2,3,ປີ 2024.

May be an image of 13 people and text
ໃນໄລຍະຜ່ານມາທັງ 2 ທ່ານໄດ້ເຮັດໜ້າທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີ ແລະ ໄດ້ຮັບຜົນສໍາເລັດຢ່າງຫຼວງຫຼາຍພໍສົມຄວນ, ເຊິ່ງທ່ານໄດ້ປະກອບສ່ວນເສຍສະຫຼະເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາວຽກງານການເງິນກໍ່ຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງນະໂຍບາຍຂອງພັກ-ລັດຕະຫຼອດມາ ແລະ ສຳເລັດໜ້າທີ່ຢ່າງຈົບງາມ.

May be an image of 3 people, dais and text

ໂອກາດນີ້, ທ່ານ ຄໍາເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນແຂວງອັດຕະປື ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນ ແລະ ຜົນງານໃນແຕ່ລະດ້ານທີ່ຍາດມາໄດ້, ເຊິ່ງໃນໄລຍະຜ່ານມານໄດ້ປະກອບສ່ວນທາງດ້ານເຫື່ອແຮງ,ສະຕິປັນຍາຄວາມຮູ້ຄວາມສາມາດເຂົ້າໃນການເຄື່ອນໄຫວນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານທີ່ໄດ້ຮັບການມອບໝາຍມີຜົນສໍາເລັດເປັນຢ່າງດີ.

May be an image of 1 person, dais and text
ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກການເງິນຈົ່ງນໍາເອົາເປັນແບບຢ່າງທີ່ດີ ແລະ ຮຽກຮ້ອງໃຫ້ພະນັກງານຜູ້ທີ່ໄດ້ອອກພັກຜ່ອນ-ຮັບອຸດໜູນບໍານານໄປແລ້ວກໍຂໍໃຫ້ຮັກ ສາສຸຂະພາບໃຫ້ດີ, ສືບຕໍ່ປະຕິບັດໜ້າທີ່ໃນການພັດທະນາເສດຖະກິດຄອບຄົວ, ປະກອບສ່ວນຊ່ວຍເຫຼືອໃຫ້ຄໍາປຶກ ສາແກ່ຜູ້ປະຕິບັດໜ້າທີ່ວຽກງານໃໝ່ ແລະ ຜູ້ທີ່ຍັງສືບຕໍ່ປະຕິບັດວຽກງານກໍຂໍໃຫ້ແບ່ງງານ-ແບ່ງຄວາມຮັບຜິດຊອບຢ່າງລະອຽດ, ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ,ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກໃຫ້ດີຂຶ້ນໄປເລື້ອຍໆ.