Monthly Archives: June, 2020

ນາຍົກ ຮ່ວມປູກຕົ້ນໄມ້ຢູ່ຫໍມູນເຊື້ອຊາວຫນຸ່ມ-ເຍົາວະຊົນ

ໃນເຊົ້າວັນທີ 1 ມິຖຸນາ 2020, ຢູ່ທີ່ຫໍມູນເຊື້ອຊາວຫນຸ່ມ-ເຍົາວະຊົນ ບ້ານດົງໝາກຄາຍ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກິດຈະກໍາປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມໂລກ 1 ມິຖຸນາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ,...

ສຕລ ແຈ້ງຈະມອບເງິນຊ່ວຍເຫຼືອ ທີມໃນລາວລີກ 2020 ທີມລະ 90 ລ້ານກີບ ພ້ອມກໍານົດມື້ແຂ່ງແລ້ວ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ອອກແຈ້ງການໃນວັນທີ 1 ມິຖຸນາ 2020 ເລື່ອງ: ນະໂຍບາຍອຸດໜູນສະໂມສອນ ໃນການແຂ່ງຂັນບານເຕະ ເປັບຊີ ລາວລີກ 1 ປະຈໍາປີ 2020 ໂດຍແຈ້ງການລະບຸວ່າ: ສະຫະພັນບານເຕະແຫ່ງຊາດລາວຂໍແຈ້ງມາຍັງ ບັນດາສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນເປັບຊີ ລາວລີກ 1 ລະດູການ 2020 ທີ່ປະກອບດ້ວຍ ສະໂມສອນ ລາວໂຕໂຢຕາ ເອັຟຊີ,...

ຊົມເຊີຍ ລາວ-ເຈເຄເອ ກາຣາເຕ້ໂດ ປັ້ນນັກກີລາ ກ້າວສູ່ທີມຊາດຫຼາຍຮຸ່ນຕະຫຼອດ 6 ປີທີ່ຜ່ານມາ

ຕະຫຼອດໄລຍະ 6 ປີ (2014-2020) ແຫ່ງການສ້າງຕັ້ງສະໂມສອນ ລາວ-ເຈເຄເອ ກາຣາເຕ້ໂດ (LAO-JKA karate) ສາມາດສ້າງນັກກີລາຮຸ່ນສືບທອດດາວດວງໃໝ່ ກ້າວຂຶ້ນສູ່ທີມຊາດ ໄດ້ຫຼາຍຮຸ່ນ ພ້ອມທັງສ້າງຜົນງານຢ່າງໂດດເດັ່ນຄວ້າແຊ໋ມຂັນຊະນະເລີດ ການແຂ່ງຂັນກາຣາເຕ້ໂດ ທົ່ວປະເທດ ຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ 2 ປີ 2016 ແລະ ຕາງໜ້າທີມຊາດລາວ ສ້າງຜົນງານກວາດແຊັມ ແລະ...

1 ມິຖຸນາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ, ຫຼັງກວດຕົວຢ່າງ 252ຄົນ ໃນ 31 ພຶດສະພາ ຜົນລ້ວນເປັນລົບ

ເປັນເວລາ 50 ມື້ຕິດຕໍ່ກັນ ຫຼື ເກືອບ 2 ເດືອນແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຫຼ້າສຸດ ຜ່ານການກວດຫາເຊື້ອ 252 ຄົນໃນວັນທີ 31 ພຶດສະພາ ຜ່ານມາ ຜົນກວດທຸກຄົນລ້ວນເປັນລົບ, ເຮັດໃຫ້ຍອດຜູ້ຕິດເຊື້ອພະຍາດດັ່ງກ່າວໃນລາວຍັງຄົງທີ່ 19 ຄົນ, ໃນນັ້ນ...

ປີນີ້ ເມືອງເຊບັ້ງໄຟ ຕັ້ງເປົ້າຜະລິດເຂົ້ານາປີໃຫ້ໄດ້ 8.600 ເຮັກຕາ

ກ້າວເຂົ້າສູ່ລະດູການຜະລິດເຂົ້ານາປີ ປະຈໍາປີ 2020 ທົ່ວປະເທດລ້ວນພວມກະກຽມໃສ່ລະດູການດັ່ງກ່າວ ເວົ້າລວມ ເວົ້າສະເພາະ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຕັ້ງເປົ້າຈະສູ້ຊົນຜະລິດເຂົ້ານາປີປີນີ້ໃຫ້ໄດ້ເນື້ອທີ່ 8.600 ເຮັກຕາ ພ້ອມຄາດຈະຕົກກ້າໃຫ້ສໍາເລັດໃນເດືອນມິຖຸນານີ້. ຕາມການລາຍງານຈາກ ທ່ານ ຈັນໄທ ສີຈັນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃນວັນທີ 28 ພຶດສະພາ 2020...

ຊົມເຊີຍ! ທ່າແຕງ ສ້າງ 2 ເສັ້ນທາງດິນແດງສໍາເລັດ 100% ດ້ວຍງົບ 2 ຕື້ກວ່າກີບ

ໂຄງການກໍ່ສ້າງສ້ອມແປງເສັ້ນທາງດິນແດງສອງເສັ້ນແຕ່ບ້ານກົກພຸງເໜືອ ຫາ ບ້ານຕະກຽວ ແລະ ບ້ານຈຸນລາ (ຄຸ້ມບ້ານປາຍ) ເຂົ້າເຂດການຜະລິດຂອງປະຊາຊົນ ເມືອງທ່າແຕງ ແຂວງເຊກອງ ສຳເລັດແລ້ວ 100% ໂດຍແມ່ນບໍລິສັດສອນກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ແລະ ບໍລິສັດສຸກປະສົງ ກໍ່ສ້າງ ແລະ ສ້ອມແປງຂົວ-ທາງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າທັງໝົດ 2,5 ຕື້ກວ່າກີບ. ທ່ານ ບົວໄຂ...

ນາຍົກຮຽກຮ້ອງ ທຸກພາກສ່ວນຂອງສັງຄົມ ຈົ່ງສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ ໄດ້ຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງພວກລູກໆຫຼານໆ ທີ່ເປັນອານຸຊົນ ແລະ ເຍົາວະຊົນ ໃນທົ່ວປະເທດ ແລະ ຂໍອວຍພອນ ບັນດາລູກຫຼານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ...

ຫົວເຫວີຍ ເປີດໂຕຜະລິດຕະພັນ Smart Office ສໍາລັບການເຮັດວຽກຮ່ວມກັນໃນໄລຍະໄກແບບເຕັມຮູບແບບ

ຫົວເຫວີຍ ໄດ້ເປີດໂຕຜະລິດຕະພັນອຸປະກອນຈຸດປາຍທາງອັດສະລິຍະ “ IdeaHub series intelligent endpoint ” ລຸ້ນຕໍ່ໄປ, ສຳລັບລະບົບນິເວດ Smart Office ແບບເຕັມຮູບແບບໃນວັນສຸກ 29 ພຶດສະພາ 2020 ໂດຍມີຈຸດປະສົງເພື່ອປັບປຸງປະສິດທິພາບສໍາລັບອົງກອນຕ່າງໆ ໂດຍສະເພາະແມ່ນການເຮັດວຽກຮ່ວມກັນໃນໄລຍະໄກ. ບ່ອນເຮັດວຽກ Huawei IdeaHub Series : Huawei IdeaHub ເປັນເຄື່ອງມືທີ່ເພີ່ມປະສິດທິພາບການເຮັດວຽກ...

ທາງເລືອກໃໝ່ທີ່ທຸກຄົນຕ້ອງມີ ໂອນແບບວ່ອງໄວຕ້ອງ ຢູມັນນີ “ u – money ”

u - money ສາມາດສະໜອງບໍລິການໄດ້ຫຼາຍຢ່າງຄືກັບທະນາຄານ ເຊັ່ນ: ການໂອນເງິນ, ການຖອນເງິນ ຫຼື ການຊໍາລະຕ່າງໆ. ພິເສດສາມາດຊໍາລະຄ່າບໍລິການ ຂອງຢູນີເທວ ເຊັ່ນ: ຕື່ມມູນຄ່າໂທ, ຊໍາລະຄ່າບໍລິການເບີລາຍເດືອນ, ຊໍາລະຄ່າບໍລິການອິນເຕີເນັດ. ໃນອະນາຄົດບໍລິການ u - money ຈະສາມາດໃຫ້ບໍລິການຊໍາລະແບບຫຼາກຫຼາຍ ເພື່ອນໍາໃຊ້ແທນເງິນສົດເຂົ້າໃນການຊໍາລະຕ່າງໆ ເພື່ອຄວາມສະດວກປະຢັດເວລາແກ່ທຸກຄົນໃນສັງຄົມ. ໃນປັດຈຸບັນການຊື້ - ຂາຍຜ່ານຊ່ອງທາງອອນລາຍສາຖື )...
- Advertisment -
Slide
Slide

Most Read

error: Content is protected !!