ຂ່າວດີຄູນສອງມື້ນີ້! ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຄົນເຈັບໄດ້ອອກໂຮງໝໍເພີ່ມອີກ 2 ຄົນ

63

ຖືວ່າເປັນຂ່າວດີ ແລະ ເປັນຄວາມສຳເລັດຂັ້ນພື້ນຖານຂອງແພດໝໍລາວເຮົາ ໃນການປະຕິບັດໜ້າທີ່ ແລະ ຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງມາຮອດມື້ນີ້ ວັນທີ 3 ມິຖຸນາ 2020 ບໍ່ພົບຜູ້ຕິດເຊື້ອເພີ່ມ, ສ່ວນຄົນເຈັບຕິດເຊື້ອເກົ່າໄດ້ອອກໂຮງໝໍອີກ 2 ຄົນ, ເຮັດໃຫ້ ຍັງມີຄົນເຈັບຕິດຕາມອາການປິ່ນປົວຢູ່ໂຮງໝໍພຽງຄົນດຽວເທົ່ານັ້ນ ຈາກຕົວເລກສະສົມທັງໝົດ 19 ຄົນ ແລະ ມື້ນີ້ຖືວ່າເປັນມື້ທີ 52 ແລ້ວທີ່ລາວເຮົາກວດບໍ່ພົບຜູ້ຕິດເຊື້ອເພີ່ມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ໄດ້ກ່າວວ່າ: ການຕິດຕາມຜູ້ເດີນທາງຢູ່ຈຸດຜ່ານແດນຕ່າງໆມີຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.930 ຄົນ, ຈຸດຜ່ານດ່ານລາວ-ໄທ 1.253 ຄົນ, ໃນນັ້ນ ມີແຮງງານລາວເຂົ້າມາ, ໂດຍຜ່ານດ່ານວັງເຕົ່າ-ຊ່ອງເມັກ ມີ 73 ຄົນ ແລະ ຜ່ານດ່ານຂົວມິດຕະພາບ II ມີ 13 ຄົນ ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 1.167 ຄົນ.

ຈຸດຜ່ານດ່ານລາວ-ຈີນ 20 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. ຈຸດຜ່ານດ່ານລາວ-ຫວຽດນາມ 657 ຄົນ, ທັງໝົດ ແມ່ນຄົນຂັບລົດຂົນສົ່ງສິນຄ້າ, ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 0 ຄົນ. ທຸກຄົນໄດ້ແທກອຸນຫະພູມຮ່າງກາຍ ແລະ ກວດຫາອາການຜິດປົກກະຕິ, ບໍ່ພົບຜູ້ມີອາການເປັນໄຂ້, ໄດ້ເກັບຕົວຢ່າງແຮງງານມາກວດແລ້ວນຳສົ່ງໄປຈຳກັດບໍລິເວນຢູ່ສະຖານທີ່ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານໃຫ້ຮູ້ຕື່ມວ່າ: ສ່ວນການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 02 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 242 ຄົນ, ໃນນັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 237 ຄົນ, ກໍລະນີສົງໄສ 2 ຄົນ ແລະ ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 3 ຄົນ ມາກວດຄືນເປັນຄັ້ງທີ 2 (ນໍ້າເບີ 7, 10 ແລະ 17). ຜົນກວດ ແຮງງານລາວ ແລະ ກໍລະນີສົງໄສທັງໝົດ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ. ສໍາລັບຄົນເຈັບນອນປິ່ນປົວຢູ່ໂຮງໝໍມິດຕະພາບ 3 ຄົນ ຜົນກວດຄັ້ງທີສອງ ແມ່ນໃຫ້ຜົນລົບ 2 ຄົນ ແລະ ບວກ 1 ຄົນ. ດັ່ງນັ້ນ ຈຶ່ງອະນຸຍາດໃຫ້ອອກໂຮງໝໍກັບໄປຕິດຕາມອາການຢູ່ເຮືອນຜູ້ກ່ຽວໄດ້.

ໝາຍຄວາມວ່າໃນວັນທີ 2 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 02 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 7.491 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (52 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ທ່ານຍັງໃຫ້ຮູ້ຕື່ມວ່າ: ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 2.322 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ. ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 03 ຄົນ, ຍິງ 02 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ 2 ຄັ້ງຕິດຕໍ່ກັນ ມີ 2 ຄົນ ໃຫ້ຜົນລົບ, ຊຶ່ງຈະໄດ້ອອກໂຮງໝໍມື້ນີ້. ຍັງເຫຼືອ 01 ຄົນ ເພດຊາຍ ຍັງເປັນຜົນບວກ ເຊິ່ງຈະຕິດຕາມຢູ່ໂຮງໝໍໄປຕື່ມ.