ລັດຖະບານ ຈະໃຊ້ງົບ 33 ຕື້ກວ່າກີບກຽມຈັດຊື້ເຄື່ອງມືຈຳເປັນເພື່ອຕ້ານໂຄວິດເພີ່ມ

106

ແນໃສ່ກຽມພ້ອມຮັບມືກັບພະຍາດໂຄວິດ-19 ທີ່ອາດກັບມາລະບາດຄືນ ລັດຖະບານກຽມຈັດຊື້ເຄື່ອງມືດ້ານການແພດຈໍານວນໜຶ່ງທີ່ຍັງຂາດເຂີນ ແລະ ມີຄວາມຕ້ອງການຈໍາເປັນອັນຮີບດ່ວນ ໂດຍຄາດວ່າຈະນຳໃຊ້ເງິນບ້ວງປະກອນສ່ວນຂອງສັງຄົມ 9,54 ຕື້ກີບ ແລະ ສະເໜີນຳໃຊ້ເງິນບ້ວງງົບປະມານຂອງລັດ 23,98 ຕື້ກີບ.

ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພະລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 1 ມິຖຸນາ 2020 ຜ່ານມາວ່າ: ເຄື່ອງມືດ້ານການແພດຈໍານວນໜຶ່ງຍັງຂາດເຂີນ ແລະ ມີຄວາມຕ້ອງການຈໍາເປັນອັນຮີບດ່ວນເຊັ່ນ: ອຸປະກອນການແພດ, ເຄື່ອງມືປ້ອງກັນການຕິດເຊື້ອ, ພາຫະນະຮັບ-ສົ່ງຄົນເຈັບ ແລະ ຢາປົວພະຍາດ ຊຶ່ງຈະຕ້ອງຈັດຊື້ຢ່າງຮີບດ່ວນ.

ໂດຍຈະນໍາໃຊ້ເງິນບ້ວງປະກອບສ່ວນຈາກຂອງສັງຄົມ ຄາດຄະເນນຳໃຊ້ທັງໝົດ 9,54 ຕື້ກີບ ( ປັດຈຸບັນກໍາລັງດຳເນີນການປະມູນ ຈັດຊື້-ຈັດຈ້າງ ) ປະກອບມີເຄື່ອງຕິດຕາມອາການຄົນເຈັບ ຈຳນວນ 23 ເຄື່ອງ ເພື່ອປະກອບໃຫ້ໂຮງໝໍສູນກາງ, ເຄື່ອງຊ່ວຍຫາຍໃຈ 14 ເຄື່ອງ ເພື່ອປະກອບໃຫ້ໂຮງໝໍສູນກາງ 7 ເຄື່ອງ ແລະ ໂຮງໝໍພາກ 7 ເຄື່ອງ, ລົດຮັບສົ່ງຄົນເຈັບແບບລົດຕູ້ທີ່ຮັບໃຊ້ສະເພາະໂຄວິດ-19 ຄົບຊຸດຈຳນວນ 1 ຄັນ ເພື່ອປະກອບໃຫ້ໂຮງໝໍມິດຕະພາບ, ລົດຮັບສົ່ງຄົນເຈັບແບບລົດຕູ້ ມີອຸປະກອນຄົບຊຸດ 2 ຄັນ ເພື່ອປະກອບໃຫ້ໂຮງໝໍ 103 ແລະ ສະເໜີນຳໃຊ້ເງິນບ້ວງງົບປະມານຂອງລັດ ເພື່ອຈັດກະກຽມຈັດຊື້ຮີບດ່ວນ ຄາດຄະເນນຳໃຊ້ທັງໝົດ 23,98 ຕື້ກີບ.

ສຳລັບການຈັດຊື້ທີ່ສະເໜີນຳໃຊ້ບ້ວງງົບປະມານຂອງລັດຖະບານ ແມ່ນຈະບໍ່ໄດ້ຊ້ຳຊ້ອນກັນກັບ ເງິນກູ້ຢືມຈາກທະນາຄານໂລກ ແລະ ທະນາຄານພັດທະນາອາຊີ (ຄະນະຈັດຊື້-ຈັດຈ້າງແມ່ນມີແຜນແຍກເປັນອັນສະເພາະ) ຊຶ່ງການຂໍສະເໜີນຳໃຊ້ເງິນບ້ວງງົບປະມານຂອງລັດນີ້ ຈະໄດ້ຈັດຊື້ເປັນ 2 ຄັ້ງ, ຄັ້ງທີໜຶ່ງ (50%) ຂອງຄວາມຕ້ອງການກ່ອນ ປະມານ 13 ຕື້ກີບ, ແຕ່ຖ້າສະຖານະການມີການຜັນແປໄປໃນທາງທີ່ບໍ່ດີຂື້ນ ຈຶ່ງພິຈາລະນາຈັດຊື້ງວດທີ 2 ເຊິ່ງການຈັດຊື້ທັງໝົດນີ້ແມ່ນໄດ້ເປັນເອກະພາບກັບກະຊວງສາທາລະນາສຸກແລ້ວ.

ສ່ວນລາຍການລະອຽດຂອງການຈັດຊື້ປະກອບມີ: 1 ເຈວລ້າງມື ຈຳນວນ 20.000 ກ່ອງ ເພື່ອຢາຍໃຫ້ສູນກາງ 3.000 ກ່ອງ ແລະ ທ້ອງຖິ່ນ 17.000 ກ່ອງ. 2 ຊຸດຄຸມແພດ Gown disposable ຈຳນວນ 20.000 ຊຸດ ເພື່ອຢາຍໃຫ້ສູນກາງ 10.000 ຊຸດ ແລະ ທ້ອງຖິ່ນ10.000 ຊຸດ. 3 ໜ້າກາກອະນາໄມສໍາລັບແພດ (ຜ້າອັດປາກ-ດັງ) ຈຳນວນ 2,5 ລ້ານອັນ ເພື່ອຢາຍໃຫ້ສູນກາງ 1 ລ້ານອັນ ແລະ ທ້ອງຖິ່ນ 3,5 ລ້ານອັນ. 4 ລົດຮັບສົ່ງຄົນເຈັບແບບລົດຕູ້ ມີອຸປະກອນພື້ນຖານ 7 ຄັນ ເພື່ອປະກອບໃຫ້ໂຮງໝໍແຂວງ.