ຈະສຶກສາຄວາມເປັນໄປໄດ້ ການສ້າງໂຮງງານໄຟຟ້າຄວາມຮ້ອນຢູ່ແຂວງເຊກອງ

255

ບໍລິສັດລົງທຶນພະລັງງານ ເອໂວລູຊັ້ນ (EPIC) ແລະ ບໍລິສັດ ຄູນມີໄຊ ກໍ່ສ້າງ ແລະ ສ້ອງແປງຂົວ-ທາງ (KMX) ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດຖະບານລາວ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຮງງານຜະລິດໄຟຟ້າພະລັງງານຄວາມຮ້ອນ ຂະໜາດ 1.000 ເມກາວັດ ທີ່ເມືອງດາກຈຶງ ແຂວງເຊກອງ ດ້ວຍມູນຄ່າປະມານ 1,7 ຕື້ໂດລາ ຄາດວ່າຈະໃຫ້ສຳເລັດໃນປີ 2027.

ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ, ບໍລິສັດ EPIC ແລະ KMX ໄດ້ຮັບອະນຸຍາດໃຫ້ດຳເນີນການຄົ້ນຄວ້າສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງໂຄງການໂຮງງານຜະລິດໄຟຟ້າພະລັງຄວາມຮ້ອນຂະໜາດ 1.000 ເມກາວັດ ທີ່ເມືອງດາກຈຶງ ແຂວງເຊກອງ ດ້ວຍມູນຄ່າປະມານ 1,7 ຕື້ໂດລາສະຫະລັດ ຄາດວ່າຈະໃຫ້ສຳເລັດໃນປີ 2027 ເພື່ອການຜະລິດກະແສໄຟຟ້າຕະຫຼອດປີສຳລັບການສົ່ງອອກໄປປະເທດເພື່ອນບ້ານເຊັ່ນ: ໄທ, ຫວຽດນາມ ແລະ ກຳປູເຈຍ ພ້ອມທັງ ສະໜອງການນຳໃຊ້ພາຍໃນປະເທດຈຳນວນໜຶ່ງ.

ໂຄງການດັ່ງກ່າວ, ມີຈຸດປະສົງນຳໃຊ້ແຫຼ່ງວັດຖຸດິບພະລັງງານທີ່ຄັດສັນໄດ້ຈາກພາຍໃນປະເທດມາຜະລິດເປັນພະລັງງານໄຟຟ້າສໍາລັບການສົ່ງອອກ ເຊິ່ງຖືເປັນການເພີ່ມມູນຄ່າໃຫ້ແກ່ຊັບພະຍາກອນ ທຳມະຊາດທ້ອງຖິ່ນ ແລະ ເພີ່ມຄວາມໄດ້ປຽບໃນການແລກປ່ຽນເງິນຕາຕ່າງປະເທດ. ທາງເລືອກສໍາລັບເຕັກໂນໂລຢີຕ່າງໆຈະຖືກນໍາມາສຶກສາຄົ້ນຄວ້າ ບໍ່ວ່າຈະເປັນໝໍ້ອາຍນໍ້າແບບທົ່ວໄປ (PC), ໝໍ້ອາຍນໍ້າ ຟຣູອິດາຍສ ເບດ ແບບໝຸນວຽນ (CFB) ເຊິ່ງສິ່ງເຫຼົ່ານີ້ຈະສາມາດປະຕິບັດງານໃນພາວະຕົວກໍານົດອາຍນໍ້າແບບອາວຕຮ້າ-ຊຸບເປີຄຣິຕິຄ້ອລ (USC) ເຊິ່ງມັນຈະຊ່ວຍໃຫ້ສາມາດນໍາໃຊ້ແຫຼ່ງວັດຖຸດິບພະລັງງານຢ່າງມີປະສິດທິພາບ.

ທ່ານ ດອນ ລິມ, ຜູ້ອຳນວຍການໃຫຍ່ ບໍລິສັດ EPIC ກ່າວວ່າ: ການພັດທະນາໂຄງການຮ່ວມກັບລັດຖະບານລາວ ບໍ່ພຽງແຕ່ຂະແໜງການພະລັງງານພາຍໃນປະເທດເທົ່ານັ້ນ, ແຕ່ຍັງສາມາດສະໜອງໃຫ້ແກ່ບັນດາຕະຫຼາດຕ່າງໆໃນພາກພື້ນໄດ້ເຊັ່ນດຽວກັນ ໂດຍອີງໃສ່ຄວາມບໍ່ພຽງພໍໃນການສະໜອງພະລັງງານໄຟຟ້າທີ່ພົບເຫັນຢ່າງຫຼວງຫຼາຍ.

ໃນພິທີດັ່ງກ່າວ, ທ່ານ ຄໍາຕັນ ພົມມະທັດ ຮອງປະທານ KMX ໄດ້ກ່າວວ່າ: ພະລັງງານຄວາມຮ້ອນແມ່ນມີບົດບາດອັນສຳຄັນໃນແຫຼ່ງພະລັງງານໄຟຟ້າຕ່າງໆຂອງພາກພື້ນອາຊຽນ. ສິ່ງດັ່ງກ່າວນີ້, ແມ່ນຄວາມຕັ້ງໃຈຢ່າງຊັດເຈນຂອງໂຄງການຂອງພວກເຮົາ ໂດຍການເຮັດວຽກຮ່ວມກັບຜູ້ຜະລິດອຸປະ ກອນກໍ່ສ້າງ ແລະ ພະລັງງານໄຟຟ້າລະດັບໂລກໃນການສະໜອງພະລັງງານຍືນຍົງທີ່ຕອບສະໜອງຄວາມຕ້ອງການພະລັງງານຕົວຈິງໃນອະນາຄົດຢ່າງມີປະສິດທິພາບ ແລະ ເປັນມິດກັບສິ່ງແວດລ້ອມທີ່ສຸດ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ຈັດຂຶ້ນໃນວັນທີ 27 ພຶດສະພາ 2020 ຜ່ານມາ ທີ່ກະຊວງແຜນການ ແລະ ການລົງທຶນ ເຊິ່ງໃຫ້ກຽດລົງນາມ ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕາງໜ້າໃຫ້ແກ່ລັດຖະບານລາວ ຮ່ວມກັບ ທ່ານ ຄໍາຕັນ ພົມມະທັດ ຮອງປະທານບໍລິສັດ KMX ຕາງໜ້າໃຫ້ແກ່ບໍລິສັດຮ່ວມທຶນ EPIC-KMX ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.