ຊົມເຊີຍ! ຜູ້ໃຫຍ່ເປັນຫຼັກ ເຈົ້າເມືອງອາດສະພອນ ນຳພາ 3 ບ້ານສ້ອມແປງຂົວຂ້າມຫ້ວຍພຸງ

131

ຄວາມສາມັກຄີ ເປັນບໍ່ເກີດແຫ່ງຄວາມສໍາເລັດ ສຸພາສິດນີ້ ຍັງໃຊ້ໄດ້ສະເໝີ ຫາກທຸກຄົນຮ່ວມແຮງກັນ ແລະມີຜູ້ນໍາພາເປັນແກນຫຼັກນຳໜ້າພາທາງຄວາມສໍາເລັດນັ້ນ ຍິ່ງມາໄວຂື້ນ. ດັ່ງເຈົ້າເມືອງອາດສະພອນ ແຂວງສະຫວັນນະເຂດ ທີ່ໄດ້ນໍາພາປະຊາຊົນ 3ບ້ານ ພາຍໃນເມືອງ ສ້ອມແປງຂົວຈົນສໍາເລັດ.

ໃນວັນທີ 2 ມິຖຸນາ 2020 ທີ່ຜ່ານມາ, ທ່ານ ຄຳແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ພ້ອມດ້ວຍຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ນຳພາປະຊາຊົນ 3 ບ້ານຄື: ບ້ານດົງນາງາມ, ບ້ານວັງໄຮ ແລະ ບ້ານນາມົນ ສ້ອມແປງຂົວຂ້າມຫ້ວຍພຸງ ເສັ້ນທາງລະຫວ່າງບ້ານທາດດອກແກ້ວ ຫາບ້ານດົງນາງາມ ໂດຍການສ້ອມແປງຂົວໃນຄັ້ງນີ້ ແມ່ນໄດ້ມີການຍົກຂ້າງທີ່ຊຳລຸດຂື້ນ, ປ່ຽນຂາງຂົວໃໝ່ແທນຂາງເກົ່າ, ປ່ຽນແປ້ນປູພື້ນ ແລະ ແປ້ນຮອງລໍ້ ທີ່ເປັນແປ້ນເກົ່າ ແລະ ແຕກຫັກອອກ.

ການສ້ອມແປງໃນຄັ້ງນີ້ ມີແຮງງານທັງໝົດ 30 ກວ່າຄົນ, ການສ້ອມແປງໃຊ້ເວລາ 1 ວັນເຕັມຈຶ່ງສຳເລັດ. ໃນການສ້ອມແປງຂົວ ດັ່ງກ່າວຍັງມີຜູ້ປະກອບສ່ວນອຸປະກອນໃນການສ້ອມແປງຄື: ຮ້ານຂາຍເຄື່ອງກໍ່ສ້າງທ່ານໝູນ ປະກອບສ່ວນຕະປູ 1 ແກັດ, ທ່ານ ກັນຫາ ແລະ ທ່ານ ສົມຕາ ປະກອບສ່ວນ ເຫຼັກ 6 ເສັ້ນ, ທ່ານ ສາຍັນ ປະກອບລົດດ້າມ ໃຊ້ໃນການລາກແກ່ 1 ຄັນ.

ທັງນີ້ ກໍ່ເພື່ອເຮັດໃຫ້ຂົວດັ່ງກ່າວ ແຂງແຮງທົນທານ ແລະຮັບນ້ຳໜັກໄດ້ຫຼາຍຂື້ນ, ທັງເຮັດໃຫ້ປະຊາຊົນທຽວໄປມາຄ້າຂາຍສະດວກ ແລະ ລູກຫຼານນັກຮຽນທີ່ຊົມໃຊ້ຂົວນີ້ກໍ່ຈະເຮັດໃຫ້ພໍແມ່ຫາຍຫ່ວງ!

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ