Monthly Archives: June, 2020

ປະເທດຟິລິບປິນ ມີປະຊາຊົນວ່າງວຽກສູງເປັນປະຫວັດການ ເມື່ອເດືອນເມສາ ຜ່ານມາ

ສະຖິຕິການວ່າງວຽກຂອງປະຊາຊົນຟິລິບປິນ ເມື່ອເດືອນເມສາ ຢູ່ທີ່ 17,7% ເປັນສະຖິຕິສູງທີ່ສຸດ ເນື່ອງຈາກໄດ້ຮັບຜົນກະທົບຂອງມາດຕະການປິດເມືອງເພື່ອຄວບຄຸມກການແຜ່ລະບາດຂອງໂຄວິດ-19. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນີລາ ປະເທດຟິລິບປິນ ເມື່ອວັນສຸກ ທີ 5 ມິຖຸນາ ວ່າ ຫ້ອງການສະຖິຕິແຫ່ງຊາດຟີລິບປິນ ເປີດເຜີຍບົດລາຍງານ ເມື່ອວັນສຸກ ວ່າ ປະຊາຊົນພາຍໃນປະເທດໄດ້ລົງທະບຽນເປັນຜູ້ວ່າງວຽກ 7,3 ລ້ານຄົນ ເມື່ອເດືອນເມສາ ຜ່ານມາ ຄິດເປັນສັດສ່ວນ 17,7% ຖືເປັນສະຖິຕິສູງສຸດເປັນປະຫວັດການ...

ທ່ານຮອງນາຍົກຂຶ້ນບໍ່ແກ້ວຢ້ຽມຢາມເຂດເສດຖະກິດສາມຫຼ່ຽມຄຳ

ບັນດາການນຳຖືເປັນກຳລັງໃຈສຳຄັນໃນການຊຸກຍູ້ຫົວໜ່ວຍທຸລະກິດໃຫ້ກັບຄືນມາມີແຮງສູ້ ຫຼັງການລະບາດຂອງໂຄວິດ-19 ອັນເຮັດໃຫ້ຫຼາຍທຸລະກິດຕ້ອງຢຸດສະງັກ ໃນນັ້ນລວມທັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ. ສະນັ້ນ ເພື່ອເປັນຂັວນ ແລະກຳລັງໃຈກໍ່ຜູ້ປະກອບການ ພະນັກງານກຳມະກອນ ທັງຊ່ວຍຊຸກຍູ້ການເຄື່ອນໄຫວທຸລະກິດຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນວັນທີ 4 ມິຖຸນານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂອ້ລົມ ແລະ ຊຸກຍູ້ການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ...

ໄຊຍະບູລີມີເງິນຈົດທະບຽນໃນໄຕມາດ1 2020 ເຖິງ 157 ຕື້ກວ່າກີບ

ເຂົ້າສູ່ປີ 2020 ທົ່ວໂລກແມ່ນຜະເຊີນກັບບັນຫາເສດຖະກິດທີ່ບໍ່ເພິ່ງປາຖະໜາປານໃດ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ທຸລະກິດຫຼາຍຈຳນວນບໍ່ໜ້ອຍຕ້ອງຢຸດສະງັກ ຈະເວົ້າເລື່ອງການເປີດທຸລະກິດໃໝ່ແຫ່ງຍາກ ແຕ່ສຳລັບແຂວງໄຊຍະບູລີໃນໄຕມາດທຳອິດຂອງປີນີ້ຍັງມີບໍລິສັດເຂົ້າຈົດທະບຽນວິສາຫະກິດ 100 ກວ່າຫົວໜ່ວຍ ແລະມີທຶນຈົດທະບຽນທັງມົດ 157 ຕື້ກວ່າກີບ. ຕາມລາຍງານຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ທາງແຂວງໄດ້ສ້າງເງື່ອນໄຂເອື້ອອໍານວຍ, ຄວາມສະດວກໃຫ້ກັບຜູ້ປະກອບການທຸລະກິດ ທີ່ມີຈຸດປະສົງເພື່ອຢາກດໍາເນີນທຸລະກິດຢູ່ແຂວງໄຊຍະບູລີ ເຊິ່ງໃນ 3 ເດືອນຕົ້ນປີ 2020 ແຂວງໄຊຍະບູລີ...

ເມືອງເງິນເກັບກວດ ສີນຄ້າໝົດອາຍຸ- ເສື່ອມຄຸນກວ່າ 20 ລາຍການໄປທໍາລາຍຖີ້ມ

ການຊືເຄື່ອງຂອງໃນຫ້າງ, ຮ້ານນ້ອຍແຄມທາງລ້ວນຕ້ອງໄດ້ກວດກາໃຫ້ດີກ່ອນຈະຈົກເງິນຈ່າຍ ເພື່ອບໍ່ໃຫ້ໄດ້ສິນຄ້າເສື່ອມຄຸນມາໃຊ້ງານ ໂດຍສະເພາະປະເພດເຄື່ອງບໍລິໂພກຕ້ອງເບິ່ງໃຫ້ຄັກວັນເດືອນປີທີ່ຜະລິດ ທັ້ງນີ້ກໍ່ເພື່ອສຸຂະພາບຂອງຕົວທ່ານເອງ. ເພື່ອປົກປ້ອງຜູ້ບໍລິໂພກ ເມືອງເງິນ ແຂວງໄຊຍະບູລີ ໄດ້ລົງກວດກາ ແລະຢືດສິນຄ້າທີ່ໝົດອາຍຸ, ເສື່ອມຄຸນນະພາບຈຳນວນໜຶ່ງມາທຳລາຍຖີ້ມ ພິທີດັ່ງກ່າວໄດ້ຈັດຂື້ນ ໃນວັນທີ 3 ມິຖຸນາ 2020 ນີ້ ຢູ່ທີ່ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເຂົ້າຮ່ວມເປັນກຽດ ມີ ທ່ານ ສອນສຸກ ພວງແກ້ວ...

ບຣາຊິນ ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ເພິ່ມຂຶ້ນເປັນອັນດັບ 3 ຂອງໂລກ

ລັດຖະບານບຣາຊິນ ຢືນຢັນສະຖິຕິຜູ້ເສຍຊີວິດຈາກໂຄວິດ-19 ໃນປະເທດເພິ່ມຂຶ້ນຫຼາຍກວ່າ 34 ພັນຄົນ ແຊງໜ້າປະເທດອິຕາລີ ຂຶ້ນໄປຢູ່ອັນດັບ 3 ຂອງໂລກ ຂະນະທີ່ ມີຄວາມກັງວົນກ່ຽວກັບການຕິດເຊື້ອເພິ່ມຂຶ້ນໃນກຸ່ມຊົນເຜົ່າພື້ນເມືອງ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງບຣາຊິເລຍ ປະເທດບຣາຊິນ ເມື່ອວັນພະຫັດ ທີ 4 ມິຖຸນາ ວ່າ ກະຊວງສາທາລະນະສຸກບຣາຊິນ ຖະແຫຼງການ ເມື່ອວັນພະຫັດ ລາຍງານສະຖານະການປະ ຈຳວັນຂອງໂຄວິດ-19 ໃນປະເທດ ວ່າ...

ຜົນກະທົບຈາກໂຄວິດ-19 ເຮັດໃຫ້ຊາວອາເມຣິກາ ກວ່າ 42 ລ້ານຄົນ ວ່າງວຽກ

ປະຊາຊົນໃນສະຫະລັດ ອາເມຣິກາ ຫຼັ່ງໄຫຼໄປລົງທະບຽນກັບລັດຖະບານເພື່ອຂໍຄວາມຊ່ວຍເຫຼືອໃນຖານະເປັນຄົນວ່າງວຽກ ເພິ່ມຂຶ້ນຫຼາຍກວ່າ 42 ລ້ານຄົນແລ້ວ ນັບຕັ້ງແຕ່ກາງເດືອນມີນາ ຜ່ານມາ ເຊິ່ງເປັນໄລຍະທີ່ຫຼາຍລັດເລິ່ມໃຊ້ມາດຕະການປິດເມືອງເພື່ອຄວບຄຸມໂຄວິດ-19. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນທີ 4 ມິຖຸນາ ວ່າ ກະຊວງແຮງງານສະຫະລັດໄດ້ເປີດເຜີຍລາຍງານ ເມື່ອວັນພະຫັດ ກ່ຽວກັບສະພາບການຂອງແຮງງານພາຍໃນປະເທດ ໃນຮອບ 7 ວັນຫຼ້າສຸດ ຄືເຖິງວັນທີ 30 ພຶດສະພາ...

ໄຂ້ຍຸງລາຍເລີ່ມລະບາດໃນແຂວງຫຼວງນ້ຳທາ ພົບແລ້ວ 36 ກໍລະນີ

ກ້າວສູ່ລະດູຝົນເປັນຊ່ວງເວລາທີ່ງ່າຍຕໍ່ການແຜ່ພັນຂອງໜອນນ້ຳ ແລະຍຸງລາຍ ນັ້ນກໍ່ໝາຍເຖິງຄວາມສ່ຽງຕໍ່ການຕິດເຊື້ອພະຍາດໄຂ້ເລືອດອອກມີສູງຂຶ້ນ ເພາະຍຸງເປັນພາຫະນະໃນການນຳເຊື້ອພະຍາດໄປສູ່ຄົນ ສະເພາະແຂວງຫຼວງນ້ຳທາໃນ 5 ເດືອນຂອງປີນີ້ມີຜູ້ຕິດເຊື້ອແລ້ວ 36 ກໍລະນີ ຕາມຂ່າວຈາກທ່ານ ດຣ. ຄຳຈັນ ອິນທອງ ຫົວຫນ້າພະແນກສາທາລະນະສຸກແຂວງຫລວງນ້ຳທາ ໄດ້ໃຫ້ຮູ້ວ່າ: ແຂວງຫຼວງນ້ຳທາ ໄດ້ເຝົ້າລະວັງພະຍາດໄຂ້ຍຸງລາຍມາໂດຍຕະຫຼອດ ແຕ່ນັບນັບແຕ່ຕົ້ນປີ 2020 ມາຮອດ ເດືອນ ມິຖຸນາ 2020 ຍັງມີການລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ຢູ່ພາຍໃນແຂວງຫຼວງນ້ຳທາ...

ມື້ທີ 53 ຕິດຕໍ່ກັນທີ່ລາວບໍ່ພົບຜູ້ຕິດເຊື້ອໂຄວິດ ຕອນນີ້ເຫຼືອພຽງ 1 ຄົນສຸດທ້າຍຢູ່ໂຮງໝໍ

ເປັນມື້ທີ 53 ຕິດຕໍກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ໃນວັນທີ 3 ມິຖຸນາຜ່ານມາໄດ້ມີການກວດຫາເຊື້ອ 72 ຄົນລ້ວນເປັນຜົນລົບ ເຮັດໃຫ້ຕົວເລກຜູ້ປ່ວຍສະສົມມີພຽງ 19 ຄົນ ຕອນນີ້ໄດ້ອອກໂຮງໝໍແລ້ວ 18 ກໍລະນີ, ຍັງພຽງໜຶ່ງດຽວທີ່ນອນປິ່ນປົວຢູ່ໂຮງໝໍ. ໃນວັນທີ 4 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ,...

ຮຽກຮ້ອງຜູ້ວ່າງງານເນື່ອງຈາກໂຄວິດ ເຂົ້າຮ່ວມສະເໜີໂຕເພື່ອເປັນຂໍ້ມູນໃຫ້ພາກລັດ

ໃນໄລຍະໂຄວິດ ມີບາງທຸລະກິດທີ່ຍັງສືບຕໍ່ດຳເນີນກິດຈະການທັງຈ່າຍເງິນເດືອນໃຫ້ພະນັກງານ ແຕ່ອີກຫຼາຍທຸລະກິດຕ້ອງຕັດເງິນບຸກຄະລາກອນ ຮ້າຍແຮງໄປກວ່ານັ້ນຈຳນວນໜຶ່ງເຖິງກັບໄປບໍ່ລອດຕ້ອງຖອນພະນັກງານອອກ ເຮັດໃຫ້ແຮງງານຈຳນວນບໍ່ໜ້ອຍວ່າງງານບໍ່ມີລາຍຮັບ, ບາງຈຳນວນກໍ່ເຖິງຂັ້ນປິດກິດຈະການ ສະນັ້ນ ເພື່ອຊ່ວຍເຫຼືອຜູ້ວ່າງງານທັງຫຼາຍໃຫ້ກັບມາມີວຽກເຮັດງານທຳ ຫຼັງໂຄວິດ-19 ໃຫ້ຖະບານມີແຈ້ງການໃຫ້ພະແນກແຮງງານແຂວງ, ເມືອງ ແລະບ້ານເກັບກຳຂໍ້ມູນສົ່ງໃຫ້ກະຊວງ ສຳຄັນໄປກວ່ານັ້ນຮຽກຮ້ອງໃຫ້ໂຕຜູ້ວ່າງງານເອງເປັນເຈົ້າການສະເໜີໂຕເຂົ້າຫາເວັບໄຊຂ່າວສານຕະຫຼາດແຮງງານຈະເປັນການດີທີ່ສຸດ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການເຖິງຜູ້ອອກແຮງງານລາວທີ່ກັບມາຈາກປະເທດໄທ, ຜູ້ວ່າງງານເນື່ອງຈາກການໂຈະ ແລະ ປິດກິດຈະການຂອງຫົວໜ່ວຍແຮງງານພາຍໃນປະເທດ ໂດຍອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 461/ຫສນຍ ເພື່ອຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ພ້ອມທັ້ງ,...

ຊາວສະຫວັນຍີ້ມໄວ້ ແຄມຂອງນະຄອນໄກສອນຫຼັງສຳເລັດຕະຝັ່ງກັນເຈື່ອນມີແນວປ່ຽນແປງ

ແຄມນ້ຳບໍ່ວ່າແຕ່ຢູ່ໃສລ້ວນເປັນທີ່ຊຸ່ມເຢັນ ໃຫ້ຜູ້ຄົນຢາກໄປພັກຜ່ອນເຕົ້າໂຮມ ແລະເມື່ອມີຕະຝັ່ງກັນເຈື່ອນແລ້ວ ຄວາມປອດໄພກໍ່ສູງຂຶ້ນ ຄວາມສວຍງາມກໍ່ຕ້ອງມາຄວບຄູ່ຄວາມຈະເລີນທາງເສດຖະກິດກໍ່ຄືຮ້ານຄ້າສຳລັບຂາຍເຄື່ອງຂອງຕ່າງໆ ຄືກັນກັບນະຄອນໄກສອນພົມວີຫານທີ່ກຳລັງຈະມີໂສມໜ້າໃໝ່ ຫຼັງການກໍ່ສ້າງຕະຝັ່ງກັນເຈື່ອນສຳເລັດ. ສຳລັບການສ້າງຕະຝັ່ງກັນເຈື່ອນ ໃນນະຄອນໄກສອນ ພົມວິຫານ, ແຂວງ ສະ ຫວັນນະເຂດ ກຳລັງມີຄວາມຄືບຫນ້າຢ່າງຕໍ່ເນື່ອງ, ຄາດວ່າຈະສໍາເລັດ 100% ໃນຕົ້ນປີ 2021. ໂຄງການດັ່ງກ່າວ ແມ່ນ 1 ໃນ 7 ກິດຈະກໍາທີ່ນອນຢູ່ ໃນໂຄງການພັດທະນາຕົວເມືອງຕາມແລວທາງເສດຖະ...
- Advertisment -
Slide
Slide

Most Read

error: Content is protected !!