ຜົນກະທົບຈາກໂຄວິດ-19 ເຮັດໃຫ້ຊາວອາເມຣິກາ ກວ່າ 42 ລ້ານຄົນ ວ່າງວຽກ

88

ປະຊາຊົນໃນສະຫະລັດ ອາເມຣິກາ ຫຼັ່ງໄຫຼໄປລົງທະບຽນກັບລັດຖະບານເພື່ອຂໍຄວາມຊ່ວຍເຫຼືອໃນຖານະເປັນຄົນວ່າງວຽກ ເພິ່ມຂຶ້ນຫຼາຍກວ່າ 42 ລ້ານຄົນແລ້ວ ນັບຕັ້ງແຕ່ກາງເດືອນມີນາ ຜ່ານມາ ເຊິ່ງເປັນໄລຍະທີ່ຫຼາຍລັດເລິ່ມໃຊ້ມາດຕະການປິດເມືອງເພື່ອຄວບຄຸມໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນທີ 4 ມິຖຸນາ ວ່າ ກະຊວງແຮງງານສະຫະລັດໄດ້ເປີດເຜີຍລາຍງານ ເມື່ອວັນພະຫັດ ກ່ຽວກັບສະພາບການຂອງແຮງງານພາຍໃນປະເທດ ໃນຮອບ 7 ວັນຫຼ້າສຸດ ຄືເຖິງວັນທີ 30 ພຶດສະພາ ຜ່ານມາ ວ່າ ມີປະຊາຊົນມາລົງທະບຽນເປັນຜູ້ວ່າງວຽກອີກປະມານ 1,9 ລ້ານຄົນ ເພິ່ມສະຖິຕິສະສົມຂອງຄົນວ່າງວຽກໃນສະຫະລັດຫຼາຍກວ່າ 42,6 ລ້ານຄົນ ນັບຕັ້ງແຕ່ວັນທີ 21 ມີນາ ຜ່ານມາ ເຊິ່ງເປັນໄລຍະທີ່ເຈົ້າຄອງລັດຫຼາຍແຫ່ງໃຊ້ມາດຕະການປິດເມືອງ ເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19.

ຂະນະທີ່ ຜູ້ສັງເກດການຄາດການວ່າ ອັດຕາການວ່າງວຽກປະຈຳເດືອນພຶດສະພາ ຈະເພິ່ມຂຶ້ນອີກເລັກໜ້ອຍຈາກສະຖິຕິ ເດືອນເມສາ ຜ່ານມາ ເຊິ່ງຢູ່ທີ່ 14,7% ແລະ ເປັນສະຖິຕິສູງສຸດໃນຮອບ 90 ປີ. ຢ່າງໃດກໍ່ຕາມ, ທ່ານຢູຈິນ ສະກາເລຍ ລັດຖະມົນຕີກະຊວງແຮງງານສະຫະລັດ ສະແດງຄວາມເຊື່ອໝັ້ນວ່າ ອັດຕາການວ່າງວຽກຈະກັບມາຕໍ່າກວ່າ 10% ພາຍໃນປີນີ້ ເນື່ອງຈາກວ່າ ຜູ້ປະກອບການເລິ່ມກັບມາເປີດກິດຈະການຄືນອີກຄັ້ງ ເຖິງວ່າຕ້ອງດຳເນີນການແບບຄ່ອຍເປັນຄ່ອຍໄປຕາມມາດຕະການໄລຍະຫ່າງທາງສັງຄົມ.

ທັງນີ້, ປະຊາຊົນາສ່ວນຫຼາຍທີ່ມາລົງທະບຽນເປັນຜູ້ວ່າງວຽກກັບພາກລັດນັ້ນ ບໍ່ແມ່ນຜູ້ທີ່ຖືກປົດ ຫຼື ຖືກໄລ່ອອກຈາກວຽກແບບຖາວອນ ແຕ່ຢູ່ໃນປະເພດໃຫ້ພັກວຽກແບບບໍ່ມີກຳນົດ ແລະ ຈະບໍ່ໄດ້ຮັບຄ່າຊົດເຊີຍໃນໄລຍະທີ່ບໍ່ໄດ້ເຮັດວຽກກັບຜູ້ຈ້າງເທົ່ານັ້ນ ໂດຍລາຍງານຂອງກະຊວງແຮງງານລະບຸວ່າ ຈາກຈຳນວນຜູ້ທີ່ລົງທະບຽນທັງໝົດນັ້ນ ມີປະຊາຊົນຢ່າງໜ້ອຍ 21,5 ລ້ານຄົນ ໄດ້ຮັບເງິນຊ່ວຍເຫຼືອຈາກລັດຖະບານແລ້ວ.