ປະເທດຟິລິບປິນ ມີປະຊາຊົນວ່າງວຽກສູງເປັນປະຫວັດການ ເມື່ອເດືອນເມສາ ຜ່ານມາ

304

ສະຖິຕິການວ່າງວຽກຂອງປະຊາຊົນຟິລິບປິນ ເມື່ອເດືອນເມສາ ຢູ່ທີ່ 17,7% ເປັນສະຖິຕິສູງທີ່ສຸດ ເນື່ອງຈາກໄດ້ຮັບຜົນກະທົບຂອງມາດຕະການປິດເມືອງເພື່ອຄວບຄຸມກການແຜ່ລະບາດຂອງໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນີລາ ປະເທດຟິລິບປິນ ເມື່ອວັນສຸກ ທີ 5 ມິຖຸນາ ວ່າ ຫ້ອງການສະຖິຕິແຫ່ງຊາດຟີລິບປິນ ເປີດເຜີຍບົດລາຍງານ ເມື່ອວັນສຸກ ວ່າ ປະຊາຊົນພາຍໃນປະເທດໄດ້ລົງທະບຽນເປັນຜູ້ວ່າງວຽກ 7,3 ລ້ານຄົນ ເມື່ອເດືອນເມສາ ຜ່ານມາ ຄິດເປັນສັດສ່ວນ 17,7% ຖືເປັນສະຖິຕິສູງສຸດເປັນປະຫວັດການ ໂດຍອັດຕາການວ່າງວຽກຂອງປະຊາຊົນຟີລິບປິນ ເມື່ອເດືອນເມສາ 2019 ແມ່ນ 5,1% ແລະ 5,3% ເມື່ອເດືອນມັງກອນ ຜ່ານມາ.

ຂະນະທີ່ ລັດຖະບານຟິລິບປິນເຊື່ອວ່າສະຖິຕິດັ່ງກ່າວຈະເປັນພຽງໄລຍະສັ້ນເທົ່ານັ້ນ ເນື່ອງຈາກເປັນຜົນກະທົບທີ່ສືບເນື່ອງມາຈາກມາດຕະການປິດເມືອງ ເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19. ຢ່າງໃດກໍ່ຕາມ, ມາດຕະການດັ່ງກ່າວມີຜົນບັງຄັບໃຊ້ຕັ້ງແຕ່ກາງເດືອນມີນາ ຜ່ານມາ ແລະ ເລິ່ມຜ່ອນຄາຍມາດຕະການບາງຢ່າງ ຕັ້ງແຕ່ວັນທີ 1 ມິຖຸນາ ຫຼຸດຄວາມເຄັ່ງຕຶງທາງສັງຄົມ ແລະ ເສດຖະກິດໃນປະເທດ.