ຮຽກຮ້ອງຜູ້ວ່າງງານເນື່ອງຈາກໂຄວິດ ເຂົ້າຮ່ວມສະເໜີໂຕເພື່ອເປັນຂໍ້ມູນໃຫ້ພາກລັດ

105

ໃນໄລຍະໂຄວິດ ມີບາງທຸລະກິດທີ່ຍັງສືບຕໍ່ດຳເນີນກິດຈະການທັງຈ່າຍເງິນເດືອນໃຫ້ພະນັກງານ ແຕ່ອີກຫຼາຍທຸລະກິດຕ້ອງຕັດເງິນບຸກຄະລາກອນ ຮ້າຍແຮງໄປກວ່ານັ້ນຈຳນວນໜຶ່ງເຖິງກັບໄປບໍ່ລອດຕ້ອງຖອນພະນັກງານອອກ ເຮັດໃຫ້ແຮງງານຈຳນວນບໍ່ໜ້ອຍວ່າງງານບໍ່ມີລາຍຮັບ, ບາງຈຳນວນກໍ່ເຖິງຂັ້ນປິດກິດຈະການ ສະນັ້ນ ເພື່ອຊ່ວຍເຫຼືອຜູ້ວ່າງງານທັງຫຼາຍໃຫ້ກັບມາມີວຽກເຮັດງານທຳ ຫຼັງໂຄວິດ-19 ໃຫ້ຖະບານມີແຈ້ງການໃຫ້ພະແນກແຮງງານແຂວງ, ເມືອງ ແລະບ້ານເກັບກຳຂໍ້ມູນສົ່ງໃຫ້ກະຊວງ ສຳຄັນໄປກວ່ານັ້ນຮຽກຮ້ອງໃຫ້ໂຕຜູ້ວ່າງງານເອງເປັນເຈົ້າການສະເໜີໂຕເຂົ້າຫາເວັບໄຊຂ່າວສານຕະຫຼາດແຮງງານຈະເປັນການດີທີ່ສຸດ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການເຖິງຜູ້ອອກແຮງງານລາວທີ່ກັບມາຈາກປະເທດໄທ, ຜູ້ວ່າງງານເນື່ອງຈາກການໂຈະ ແລະ ປິດກິດຈະການຂອງຫົວໜ່ວຍແຮງງານພາຍໃນປະເທດ ໂດຍອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 461/ຫສນຍ ເພື່ອຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ພ້ອມທັ້ງ, ອີງຕາມແຈ້ງການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 0845/ຮສສ ໃນການການຕິດຕາມ ແລະເກັບກຳຂໍ້ມູນຂອງຜູ້ອອກແຮງງານລາວ ທີ່ຈະກັບມາຈາກປະເທດໄທ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ເນື່ອງຈາກການແຜ່ລະບາດພະຍາດໂຄວິດ-19 ໄດ້ສົ່ງຜົນເຮັດໃຫ້ປະຊາຊົນລາວທີ່ອອກແຮງງານຢູ່ປະເທດໄທແບບຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ ພາກັນກັບຄືນມາປະເທດເປັນຈຳນວນຫຼາຍ ພ້ອມກັນນັ້ນ ກໍສົ່ງຜົນໃຫ້ ທຸລະກິດ, ຫ້າງຮ້ານ ແລະ ກິດຈະການຕ່າງໆ ກໍຄືຫົວໜ່ວຍແຮງງານຕ້ອງຖືກປິດຊົ່ວຄາວ ແລະ ປິດຖາວອນໃນທົ່ວປະເທດ ເຮັດໃຫ້ເກີດສະພາບການວ່າງງານ ໃນການສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານ ທີ່ໄດ້ຮັບຜົນກະທົບ ຕາມພາລະບົດບາດຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.

ເຊິ່ງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີການແຈ້ງໃຫ້ພະແນກ ຮສສ ແຂວງ ແລະນະຄອນຫຼວງວຽງຈັນ ເພື່ອແນະນຳເພີ່ມເຕີມ ໃນການຈັດຕັ້ງປະຕິບັດ ດັ່ງນີ້

1 ປະສານສົມທົບກັບແຮງງານ ແລະ ສະຫວັດດີການສັງຄົມເມືອງ, ອຳນາດການປົກຄອງເມືອງ ແລະ ອຳນາດການປົກຄອງບ້ານເພື່ອເກັບຂໍ້ມູນຂອງຜູ້ອອກແຮງງານລາວທີ່ກັບມາຈາກປະເທດໄທ ແລະ ຜູ້ອອກແຮງງານທີ່ວ່າງງານຍ້ອນສະພາບການລະບາດ ພະຍາດໂຄວິດ 19. ຂໍ້ມູນທັ້ງໝົດຂອງຜູ້ອອກແຮງງານເຫຼົ່ານັ້ນ ແມ່ນມີຄວາມສຳຄັນ ແລະ ຈຳເປັນໃນການສ້າງກົນໄກ ແລະ ອຳນວຍຄວາມສພະດວກ ໃນການເຂົ້າເຖິງການຈ້າງງານພາຍໃນປະເທດ ພາຍຫຼັງວິກິດການລະບາດຂອງພະຍາດໂຄວິດ 19 ໂດຍຜ່ານການພັດທະນາສີມືແຮງງານ ແລະ ຈັດຫາງານ. ພ້ອມນີ້, ກໍຈະເປັນຂໍ້ມູນອ້າງອີງ ໃຫ້ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃນການຊ່ວຍປະສານເພື່ອດຳເນີນ ນະໂຍບາຍຕ່າງໆຕາມກົດໝາຍ ແລະ ລະບຽບການ.

2 ລົງສົມທົບກັບອຳນາດການປົກຄອງບ້ານ ໃຫ້ຊ່ວຍເກັບກຳຂໍ້ມູນຂອງປະຊາຊົນຜູ້ອອກແຮງງານລາວທີ່ກັບຈາກປະເທດໄທ ແລະ ຜູ້ອອກແຮງງານລາວທີ່ວ່າງງານພາຍໃນບ້ານຂອງຕົນ ໃຫ້ລະອຽດ ແລະ ຄົບຖ້ວນ. (ມີແບບຟອມເກັບກຳຂໍ້ມູນມາພ້ອມນີ້)

3 ສົມທົບກັບຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຕິດຕາມການເກັບກຳຂໍ້ມູນຂອງແຕ່ລະບ້ານ, ໂດຍໃຫ້ສັງລວມຂໍ້ມູນຂອງບັນດາບ້ານ ໃນຂອບເຂດເມືອງຂອບຕົນແລ້ວສົ່ງໃຫ້ພະແນກ ຮສສ ແຂວງ, ນະຄອນຫຼວງວຽງຈັນ. ຈາກນັ້ນ, ສັງລວມການເກັບກຳຂໍ້ມູນຂອງບັນດາເມືອງ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນແລ້ວສົ່ງໃຫ້ກະຊວງ ຮສສ (ກົມພັດທະນາສີມືແຮງງານ ແລະ ຈັດຫາງານ) ກ່ອນວັນທີ 20 ພຶດສະພາ 2020.

4 ເອົາໃຈໃສ່ປະສານສົມທົບກັບອຳນາດການປົກຄອງຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອສືບຕໍ່ຕິດຕາມສະພາບ ແລະໃຫ້ການຊ່ວຍເຫຼືອຜູ້ອອກແຮງງານລາວ ທີ່ກັບຄືນຈາກຕ່າງປະເທດ ແລະ ຜູ້ອອກແຮງງານລາວພາຍໃນປະເທດ ທີ່ໄດ້ຮັບຜົນກະທົບຍ້ອນ ທຸລະກິດ,ຫ້າງຮ້ານ ແລະກິດຈະການຕ່າງໆ ກໍຄືຫົວໜ່ວຍແຮງງານທີ່ຕ້ອງຖືກປິດຊົ່ວຄາວ ແລະ ຖາວອນໃນທົ່ວປະເທດ ແລ້ວລາຍງານຄະນະນຳກະຊວງ ຮສສ ຊາບ ເປັນປົກກະຕິ.

5 ເກັບກຳຂໍ້ມູນຕຳແໜ່ງວ່າງງານພາຍໃນປະເທດ ແລະ ຈັດສັນຜູ້ວ່າງງານເຂົ້າໃສ່ຕຳແໜ່ງງານ ຄວາມຕ້ອງການຂອງຜູ້ປະກອບການ ແລະເອົາໃຈໃສ່ໂຄສະນາປະຊາສຳພັນໃຫ້ຜູ້ອອກແຮງງານທີ່ມີຄວາມຕ້ອງການໄປເຮັດວຽກຢູ່ຕ່າງປະເທດ ຫັນເຂົ້າສູ່ການຈ້າງງານຕາມລະບົບ MOU ຫຼາຍຂຶ້ນ ແນ່ໃສ່ໄດ້ເຮັດໃຫ້ເຂົາເຈົ້າ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດ ຕາມກົດໝາຍ ແລະ ລະບຽບການຂອງປະເທດສົ່ງ ແລະ ປະເທດຮັບ.

6 ໂຄສະນາໃຫ້ຜູ້ອອກແຮງງານທີ່ກັບມາຈາກປະເທດໄທ ແລະ ຜູ້ອອກແຮງງານລາວທີ່ສ່າງງານຍ້ອນ ທຸລະກິດ, ຫ້າງຮ້ານ ແລະ ກິດຈະການຕ່າງໆ ກໍຄືຫົວໜ່ວຍແຮງງານທີ່ຕ້ອງຖືກປິດຊົ່ວຄາວ ແລະ ຖາວອນໃນທົ່ວປະເທດ ຜູ້ທີ່ນຳໃຊ້ອິນເຕີເນັດ ລົງທະບຽນອອນລາຍຜ່ານ ເວບໄຊ ຂໍ້ມູນຂ່າວສານຕະຫຼາດແຮງງານ http://www.lmi.gov.la ເພື່ອເປັນອີກວິທີທາງໜຶ່ງ ໃນການຂຶ້ນທະບຽນ.

ໂດຍກະຊວງ ຮສສ ໄດ້ສະໜອງງົບປະມານ ໃນການລົງຊຸກຍູ້ ແລະ ເກັບກຳຂໍ້ມູນຕາມແຈ້ງການ ເພື່ອ ເອົາໃຈໃສ່ ແລະ ເປັນເຈົ້າການໃນການສະຫຼຸບງົບປະມານ ພ້ອມສົ່ງບົດສະຫຼຸບການເງີນ ພ້ອມດ້ວຍຟອມເກັບຂໍ້ມູນ ໃຫ້ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຕາມກຳນົກເວລາ.