ເມືອງເງິນເກັບກວດ ສີນຄ້າໝົດອາຍຸ- ເສື່ອມຄຸນກວ່າ 20 ລາຍການໄປທໍາລາຍຖີ້ມ

176

ການຊືເຄື່ອງຂອງໃນຫ້າງ, ຮ້ານນ້ອຍແຄມທາງລ້ວນຕ້ອງໄດ້ກວດກາໃຫ້ດີກ່ອນຈະຈົກເງິນຈ່າຍ ເພື່ອບໍ່ໃຫ້ໄດ້ສິນຄ້າເສື່ອມຄຸນມາໃຊ້ງານ ໂດຍສະເພາະປະເພດເຄື່ອງບໍລິໂພກຕ້ອງເບິ່ງໃຫ້ຄັກວັນເດືອນປີທີ່ຜະລິດ ທັ້ງນີ້ກໍ່ເພື່ອສຸຂະພາບຂອງຕົວທ່ານເອງ.

ເພື່ອປົກປ້ອງຜູ້ບໍລິໂພກ ເມືອງເງິນ ແຂວງໄຊຍະບູລີ ໄດ້ລົງກວດກາ ແລະຢືດສິນຄ້າທີ່ໝົດອາຍຸ, ເສື່ອມຄຸນນະພາບຈຳນວນໜຶ່ງມາທຳລາຍຖີ້ມ ພິທີດັ່ງກ່າວໄດ້ຈັດຂື້ນ ໃນວັນທີ 3 ມິຖຸນາ 2020 ນີ້ ຢູ່ທີ່ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເຂົ້າຮ່ວມເປັນກຽດ ມີ ທ່ານ ສອນສຸກ ພວງແກ້ວ ຫົວໜ້າຄະນະຈັດຕັ້ງ, ມີທ່ານຄອນສະຫວັນ ຟອງປະດິດ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ມີຄະນະກຳມະການຄຸ້ມຄອງ, ຕິດຕາມ, ກວດກາ, ສະກັດກັ້ນ ສິນຄ້າທີລັດເກືອດຫ້າມ ແລະ ສີ້ນຄ້າໝົດອາຍຸ ຂັ້ນເມືອງ ຕະຫຼອດຮອດວິຊາການຫ້ອງການອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ.


ທ່ານ ແກ້ວ ພັນທະມິດ ຮອງຫົວໜ້າໜ່ວຍງານ ການຄ້າພາຍໃນ ໃຫ້ຮູ້ວ່າ ຜ່ານການຈັດຕັ້ງປະຕິບັດ ກ່ຽວກັບວຽກງານກວດການການຄ້າ ຂອງຄະນະກຳມະການຄຸ້ມຄອງ, ຕິດຕາມ, ກວດກາ, ສະກັດກັ້ນ ສິນຄ້າທີລັດເກືອດຫ້າມ ແລະ ສີ້ນຄ້າໝົດອາຍຸ ຂັ້ນເມືອງ ໄດ້ລົງກວດກາຕົວຈິງຢູ່ບັນດາຫົວໜ່ວຍທຸລະກິດ, ຕະຫຼາດ, ແລະ ບັນດາຫ້າງຮ້ານຕ່າງໆ ພາຍໃນເມືອງ.


ໃນໄລຍະ 6 ເດືອນຕົ້ນປີ 2020 ໄດ້ 1 ຄັ້ງ, ລວມທັງໝົດ 8 ບ້ານເທສະບານເມືອງ, ໄດ້ 34 ຫົວໜ່ວຍ; ໃນນີ້ມີຮ້ານຂາຍຍົກ-ຂາຍສົ່ງ 4 ຫົວໜ່ວຍ, ຂາຍຍ່ອຍທົ່ວໄປ 30 ຫົວໜ່ວຍ, ໄດ້ກວດພົບເຫັນ ສີນຄ້າໝົດອາຍຸ- ເສື່ອມຄຸນ ແລະ ສີ້ນຄ້າຕ້ອງຫ້າມ ຈໍານວນ 17 ຫົວໜ່ວຍ, ມີ 25 ລາຍການ ລວມມູນຄ່າທັງໝົດ: 3.686.000 ກີບ, ສ່ວນໃຫຍ່ ແມ່ນເຄື່ອງບໍລິໂພກ ແລະ ເຄື່ອງອຸປະໂພກຈຳນວນໝື່ງ ພ້ອມທັງ ປັບໃໝ ຈຳນວນ 10 ຫົວໜ່ວຍ ເປັນເງິນທັງໝົດ 800.000 ກີບ.

ດັ່ງນັ້ນ ທາງເຈົ້າໜ້າທີ່ ຈື່ງນຳເອົາສີນຄ້າດັ່ງກ່າວ ໄປຈູດທຳລາຍຖີ້ມຢູ່ສະຖານທີ່ຖີ້ມຂີ້ເຫຍື້ອຂອງເມືອງ ນີ້ກໍ່ເພື່ອເປັນການປົກປ້ອງ ຊີວິດ, ຊັບສິນ ຂອງຜູ້ຊົມໃຊ້ ໃຫ້ໄດ້ນຳໃຊ້ສີນຄ້າ ທີ່ມີຄຸນນະພາບ ແລະ ໄດ້ຕາມມາດຕະຖານ .
ໂດຍ: ອິນແປງ ແຫວນຄຳ