Monthly Archives: June, 2020

ຜະລິດຝຸ່ນຂີ້ກະເດືອນຈຳໜ່າຍ

ການຜະລິດຝຸ່ນເພື່ອຈຳໜ່າຍສະໜອງຕະຫຼາດ ກໍເປັນອີກທາງເລືອກໜຶ່ງໃນການສ້າງລາຍຮັບ, ສ້າງອາຊີບ ແລະ ເຮັດໃຫ້ມີຜະລິດຕະພັນຂອງລາວເພີ່ມຂຶ້ນ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ. ດັ່ງ ທ່ານ ນາງ ສິລິພອນ ສຸວັນນະສິນ ເຈົ້າຂອງຟາມຂີ້ກະເດືອນ, ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜະລິດຝຸ່ນຂີ້ກະເດືອນຂາຍສ້າງລາຍໄດ້ 5 - 6 ລ້ານກີບຕໍ່ເດືອນ. ທ່ານໃຫ້ສຳພາດວ່າ: ໄດ້ເລີ່ມເຮັດຝຸ່ນຂີ້ກະເດືອນມາແຕ່ປີ 2017 ທຳອິດທີ່ຄິດລິເລີ່ມຢາກເຮັດແມ່ນໄດ້ມີໂອກາດໄປເຫັນຢູ່ປະເທດໄທ ທີ່ເຂົາເຈົ້າໃຊ້ຝຸ່ນດັ່ງກ່າວແລ້ວເຮັດໃຫ້ລົດຊາດຂອງໝາກໄມ້ແຊບ, ຫວານ...

ລາວເຮົາຍັງສືບຕໍ່ປິດດ່ານ ແລະການອອກວີຊາສຳລັບການທ່ອງທ່ຽວ

ປະເທດເຮົາແມ່ນໄດ້ກ້າວມາຮອດມື້ທີ 78 ແລ້ວທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນ 19 ຄົນທີ່ຕິດເຊື້ອກໍ່ສາມາດປົວຫາຍກັບສູ່ຄອບຄົວໝົດແລ້ວ ແຕ່ເພື່ອຄວາມປອດໄພບໍ່ໃຫ້ພະຍາດກັບມາລະບາດຮອບໃໝ່ ລັດຖະບານກໍ່ຄືຄະນະສະເພາກິດມີທິດຊີ້ນຳໃຫ້ສືບຕໍ່ປິດບັນດາຮ້ານບັນເທິງ ແລະ ດ່ານປະເພນີ, ດ່ານທ້ອງຖິ່ນລວມທັງດ່ານສາກົນສຳລັບການເດີນທາງເຂົ້າ-ອອກຂອງບຸກຄົນທົ່ວໄປ ຍົກເວັ້ນແຕ່ກໍລະນີຈຳເປັນທີ່ໄດ້ຮັບການເຫັນດີຈາກຄະນະສະເພາະກິດເທົ່ານັ້ນ ພ້ອມດຽວກັນນີ້ກໍ່ຍັງຕ້ອງສືບຕໍ່ໂຈະການອອກວີຊາທ່ອງທ່ຽວຈົນກວ່າສະນະຖານຈະກັບມາປົກກະຕິກ່ອນ. ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ໄດ້ກ່າວໃນໂອກາດຖະແຫຼງຂ່າວ ການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ,...

ຜູ້ເສຍຊີວິດຍ້ອນໄຂ້ຍຸງເພີ່ມຂຶ້ນຕໍ່ເນື່ອງເປັນລາຍທີ7 ຍອດຕິດເຊື້ອສະສົມ 2000 ກວ່າຄົນແລ້ວ

ປີນີ້ໜັກໜ່ວງ ສປປ ລາວ ມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍເພີ່ມເປັນ 7 ຄົນ ແລະ ຕິດເຊື້ອສະສົມ 2.253 ກໍລະນີ, ໃນຂະນະທີ່ແຂວງຕິດເຊື້ອສະສົມຫຼາຍສຸດຢູ່ນະຄອນຫຼວງວຽງຈັນ 514 ກໍລະນີ ແລະ ເສຍຊີວິດແລ້ວ 3 ຄົນ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານຕໍ່ສື່ມວນຊົນ ໃນວັນທີ...

7 ວິທີບໍລິຫານສະໝອງໃຫ້ໂປ່ງໃສ

ສະໝອງຖືເປັນສິ່ງສຳຄັນທີ່ສຸດຂອງຮ່າງກາຍຄົນເຮົາ ທີ່ຕ້ອງເບິ່ງແຍງໃຫ້ດີ ເພື່ອໃຫ້ສົດຊື່ນໃຫ້ສະໝອງປອດໂປ່ງຢູ່ຕະຫຼອດເວລາ. ສຳລັບຄໍລຳສຶກສາປະຈຳອາທິດນີ້ ທີມຂ່າວພວກເຮົາຈະໄດ້ນຳສະເໜີ 7 ວິທີການບໍລິຫານສະໝອງທີ່ສາມາດປະຕິບັດໄດ້ງ່າຍໆມາແນະນຳ ຄື: 1 ເຮັດກິດຈະກຳສິລະປະ: ເປັນການບໍລິຫານສະໝອງທີ່ດີອີກໜຶ່ງວິທີ ເພາະຈະຝຶກເລື່ອງຂອງຄວາມຄິດສ້າງສັນ, ການໃຊ້ທັກສະໃນການຄິດ, ວິເຄາະ ແລະ ອື່ນໆ ການຮຽນສິລະປະ ແມ່ນມີຄວາມມ່ວນຊື່ນ, ທ້າທາຍ ແລະ ກຸ້ມຄ່າ. ນອກຈາກນັ້ນ, ຍັງຈະໄດ້ເປີດໂລກະທັດໃໝ່ໆໄປພ້ອມກັບການບໍລິຫານສະໝອງໂດຍໃຊ້ສິລະປະ. 2 ທ່ອງຄຳສັບ: ບໍ່ໃຫ້ຄິດວ່າການທ່ອງຄຳສັບເປັນໜ້າທີ່ຂອງເດັກໄວປະຖົມເທົ່ານັ້ນ ແຕ່ນີ້ເປັນອີກໜຶ່ງວິທີໃນການບໍລິຫານສະໝອງ...

ຍອດໂຄສະນາໃນເຟສບຸ໊ກ ອາດຫຼຸດລົງ ຫຼັງຫຼາຍບໍລິສັດຍັກໃຫຍ່ຢຸດຊົ່ວຄາວ

ສຳນັກຂ່າວຕ່າງປະເທດລາຍງານ: ໂດຍອ້າງການຄາດການຂອງນັກວິເຄາະທີ່ຄາດຄະເນວ່າຍອດໂຄສະນາໃນເຟສ ບຸ໊ກອາດຈະຂະຫຍາຍຕົວພຽງ 1% ໃນໄຕມາດ 2 ແລະ ຈະເພີ່ມຂຶ້ນເປັນ 7% ໃນໄຕມາດ 3 ຂອງປີນີ້ ເຊິ່ງຖືວ່າເປັນການເພີ່ມຂຶ້ນທີ່ມີອັດຕາໜ້ອຍທີ່ສຸດ ນັບຕັ້ງແຕ່ເຟສບຸ໊ກເປີດຊື້ - ຂາຍຫຸ້ນເປັນຕົ້ນມາ. ທ່າອ່ຽງດັ່ງກ່າວເກີດຂຶ້ນ ຫຼັງຈາກທີ່ບໍລິສັດລາຍໃຫຍ່ ຫຼາຍແຫ່ງປະກາດລະງັບການໂຄສະນາໃນເຟສບຸ໊ກ ເພື່ອປະທ້ວງທີ່ເຟສບຸ໊ກບໍ່ໄດ້ດຳເນີນການຢ່າງເຂັ້ມງວດຕໍ່ຂ່າວ ຫຼື ຂໍ້ຄວາມທີ່ກໍ່ໃຫ້ເກີດຄວາມແຕກແຍກ, ຄຽດຊັງໃນເຟສບຸ໊ກ ໂດຍບໍລິສັດຊັ້ນນຳຢ່າງ ຢູນີລີເວີ,...

ຜູ້ສູງອາຍຸຫ່າງໄກຈາກໂຣກດ້ວຍຫຼັກ 4 ອ.

ການເບິ່ງແຍງຜູ້ສູງອາຍຸບໍ່ພຽງແຕ່ເປັນໜ້າທີ່ຂອງລູກຫຼານ ແລະ ຄົນໃກ້ຊິດເທົ່ານັ້ນ ແຕ່ຜູ້ສູງອາຍຸເອງກໍຕ້ອງເລີ່ມເບິ່ງແຍງຕົນເອງ ເນື່ອງຈາກຜູ້ສູງອາຍຸທີ່ມີອາຍຸຕັ້ງແຕ່ 60 ປີຂຶ້ນໄປນັ້ນ ຈະມີຄວາມປ່ຽນແປງຫຼາຍ ທັ້ງດ້ານຮ່າງກາຍ ແລະ ຈິດໃຈ ຈຶ່ງເປັນສິ່ງທີ່ຕ້ອງເບິ່ງແຍງໃສ່ໃຈເປັນພິເສດ. ແລ້ວຫຼັກ 4 ອ. ປະກອບມີຫຍັງແນ່ ? ຫຼັກ 5 ອ. ນັ້ນປະກອບດ້ວຍການເບິ່ງແຍງສຸຂະພາບໃນດ້ານຕ່າງໆ ທັ້ງໂພຊະນາການ ການອອກກຳລັງກາຍ ແລະ ການເບິ່ງແຍງໃນດ້ານຈິດໃຈ. ອ.ອາຫານ ການເບິ່ງແຍງອາຫານການກິນ ເປັນສິ່ງທີ່ສຳຄັນສຳລັບຜູ້ສູງອາຍຸ...

ສະຕາ ຟິນເທັກ ຈັບມື ເຈດີບີ ລົງນາມບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືເຊື່ອມຕໍ່ການຊຳລະ

ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ຮ່ວມກັບທະນາຄານຮ່ວມພັດທະນາ ( JDB ) ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືເຊື່ອມຕໍ່ການຊຳລະຮ່ວມກັນ. ຈຸດປະສົງກໍເພື່ອຄົ້ນຄວ້າການຮ່ວມມືໃນການເປີດກວ້າງການເຂົ້າເຖິງບໍລິການດ້ານການທະນາຄານໃຫ້ສະດວກ - ວ່ອງໄວຍິ່ງຂຶ້ນ ບໍ່ວ່າຈະເປັນລູກຄ້າທີ່ມີບັນຊີກະເປົ໋າເງິນເອເລັກໂຕຣນິກ ຢູມັນນີ ( u - money ) ກໍສາມາດໂອນເງິນເຂົ້າບັນຊີໂດຍກົງຂອງທະນາຄານຮ່ວມພັດທະນາ. ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ...

ລັດຖະບານອອກມາດຕະການຜ່ອນຜັນເພີ່ມ ອະນຸຍາດຈັດການແຂ່ງຂັນກິລາ ແລະງານດອງໄດ້

ລັດຖະບານອອກມາດຕະການຜ່ອນຜັນ ເພີ່ມຕື່ມໂດຍອະນຸຍາດໃຫ້ຈັດລາຍການແຂ່ງຂັນກິລາທຸກປະເພດໄດ້ ທີ່ມີຜູ້ເຂົ້າຊົມຕາມຄວາມເຫມາະສົມຂອງສະຖານທີ່, ອະນຸຍາດໃຫ້ຈັດກິດຈະກໍາ ງານປະເພນີ ແລະ ງານແຕ່ງດອງ ແຕ່ໃຫ້ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ ພ້ອມໃສ່ຜ້າອັດປາກອັດດັງລ້າງມືບໍ່ໃຫ້ຂາດ. ໃນຕອນແລງວັນ30 ມິຖຸນາ 2020 ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວ ການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ,...

ກຳປູເຈຍ ທຳລາຍຢາເສບຕິດ ເກືອບ 500 ກິໂລກຣາມ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 26 ມິຖຸນາ ເປັນວັນຕໍ່ຕ້ານຢາເສບຕິດໂລກ, ກຳປູເຈຍ ໄດ້ເຜົາທຳລາຍຢາເສບຕິດ ຈຳນວນ 477,7 ກິໂລກຣາມ ໂດຍການເຂົ້າຮ່ວມຂອງ ທ່ານ ແກກີມຍານ ຮອງນາຍົກລັດຖະມົນຕີ ກຳປູເຈຍ ເຊິ່ງໜ່ວຍງານຕໍ່ຕ້ານຢາເສບຕິດແຫ່ງຊາດ ໄດ້ຈູດໄຟເຜົາທຳລາຍຢາເສບຕິດທີ່ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ. ຢາເສບຕິດທີ່ຖືກເຜົາທຳລາຍໃນຄັ້ງນີ້ ລວມມີ: ຢາບ້າ, ຢາອີ, ເຮໂຣອິນ ແລະ ຢາເສບຕິດອື່ນໆ...

ມອບ – ຮັບໂຮງຮຽນມູນລະປະຖົມ

ບ້ານປະແຫຼງໃຕ້ ເມືອງທ່າແຕງ ແຂວງເຊກອງ ໄດ້ຊົມໃຊ້ໂຮງຮຽນມູນລະປະຖົມຫຼັງໃໝ່ ໂດຍຮັບທຶນສະໜັບສະໜູນຈາກອົງການເຢຍລະມັນ - ລາວ 162.560.000 ກີບ. ໃນນັ້ນ, ທຶນສົມທົບຂອງປະຊາຊົນ 25 ລ້ານກີບ ເຂົ້າໃນການກໍ່ສ້າງເປັນໄລຍະ 5 ເດືອນ ແລະ ໄດ້ມອບ - ຮັບໃນວັນທີ 26 ມິຖຸນາຜ່ານມາ. ທ່ານ ນາງ ເພັດສະລິນ...
- Advertisment -
Slide
Slide

Most Read

error: Content is protected !!