ຊາວສະຫວັນຍີ້ມໄວ້ ແຄມຂອງນະຄອນໄກສອນຫຼັງສຳເລັດຕະຝັ່ງກັນເຈື່ອນມີແນວປ່ຽນແປງ

178

ແຄມນ້ຳບໍ່ວ່າແຕ່ຢູ່ໃສລ້ວນເປັນທີ່ຊຸ່ມເຢັນ ໃຫ້ຜູ້ຄົນຢາກໄປພັກຜ່ອນເຕົ້າໂຮມ ແລະເມື່ອມີຕະຝັ່ງກັນເຈື່ອນແລ້ວ ຄວາມປອດໄພກໍ່ສູງຂຶ້ນ ຄວາມສວຍງາມກໍ່ຕ້ອງມາຄວບຄູ່ຄວາມຈະເລີນທາງເສດຖະກິດກໍ່ຄືຮ້ານຄ້າສຳລັບຂາຍເຄື່ອງຂອງຕ່າງໆ ຄືກັນກັບນະຄອນໄກສອນພົມວີຫານທີ່ກຳລັງຈະມີໂສມໜ້າໃໝ່ ຫຼັງການກໍ່ສ້າງຕະຝັ່ງກັນເຈື່ອນສຳເລັດ.


ສຳລັບການສ້າງຕະຝັ່ງກັນເຈື່ອນ ໃນນະຄອນໄກສອນ ພົມວິຫານ, ແຂວງ ສະ ຫວັນນະເຂດ ກຳລັງມີຄວາມຄືບຫນ້າຢ່າງຕໍ່ເນື່ອງ, ຄາດວ່າຈະສໍາເລັດ 100% ໃນຕົ້ນປີ 2021. ໂຄງການດັ່ງກ່າວ ແມ່ນ 1 ໃນ 7 ກິດຈະກໍາທີ່ນອນຢູ່ ໃນໂຄງການພັດທະນາຕົວເມືອງຕາມແລວທາງເສດຖະ ກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນໍ້າຂອງ ຫລື GMS ຂອງແຂວງ ສະຫວັນນະເຂດ, ເລີ່ມລົງມືກໍ່ສ້າງນັບແຕ່ທ້າຍປີ 2019 ເປັນຕົ້ນມາ, ມູນຄ່າທັງຫມົດ 4,5 ລ້ານກ່ວາໂດລາສະຫະລັດ ໂດຍແມ່ນທະນາຄານພັດທະ ນາອາຊີ ຫລື ADB ສະຫນອງທຶນໃຫ້ ແລະ ຮັບເຫມົາກໍ່ສ້າງໂດຍ ບໍລິສັດ ລາວມີໄຊ ກໍ່ສ້າງ.

ທ່ານ ຄໍາຟອງ ວໍລະບຸດ ຮອງຜູ້ອໍານວຍການບໍລິສັດ ລາວມີໄຊກໍ່ສ້າງ ໃຫ້ຮູ້ວ່າ: ໂຄງການນີ້ ປະກອບມີ 2 ຫນ້າວຽກໃຫຍ່ຄືວຽກກໍ່ສ້າງກັນເຈື່ອນແຄມຂອງໃນຄວາມຍາວທັງໜົດ 980 ແມັດ ເລີ່ມຈາກທ່າບັກເກົ່າລຽບລົງໄປ ຕາມລໍາແມ່ຂອງໂດຍຈະໄດ້ມີການຖົມດິນຊາຍອອກຈາກຂອບທາງອອກໄປ 50 ແມ້ດ ແລະ ລຽງຫີນລຽບຕາມແຄມຂອງ, ມີບໍລິມາດຊາຍຖົມທັງໜົດ 246.717 ແມັດກ້ອນ ພ້ອມວຽກຕົບແຕ່ງຄວາມງາມໜ້າເດີ່ນດ້ວຍເບຕົງລວດ ລາຍ, ສວນດອກໄມ້, ບ່ອນຫັດກາຍ, ຈຸດນັ່ງຊົມວິນ-ນັ່ງເບິ່ງເຮືອຊ່ວງ ແລະ ຮ້ານຄ້າຂາຍເຄື່ອງ ເຊິ່ງໜ້າວຽກນີ້ສໍາເລັດແລ້ວຫລາຍກ່ວາ 70%.

ສ່ວນໜ້າວຽກທີ 2 ແມ່ນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຄວາມຍາວ 980 ແມັດຕາມຄວາມຍາວກັນເຈື່ອນ, ມີໜ້າທາງກວ້າງ 7 ແມັດ, ທາງ ຍ່າງສອງຂ້າງທາງ ແລະ ບ່ອນຈອດລົດສະເພາະ. ປັດຈຸບັນ ຫນ້າວຽກນີ້ ສໍາເລັດແລ້ວຫລາຍກວ່າ 95%. ປະຈຸບັນຍັງພຽງແຕ່ຈຸດນັ່ງຊົມວິວ-ນັ່ງເບິ່ງເຮືອຊ່ວງ, ຮ້ານຄ້າ, ກໍ່ສ້າງຫ້ອງນໍ້າ, ການຕົບແຕ່ງປະດັບດາ, ປູກຫຍ້າ ແລະ ລະບົບໄຟຟ້າຕ່າງໆ ຄາດວ່າທຸກຫນ້າວຽກ ຈະສໍາເລັດ 100% ໃນຕົ້ນປີ 2021 ຕາມແຜນທີ່ວາງໄວ້.

ໂຄງການນີ້ຫຼັງສ້າງສໍາເລັດຈະຊ່ວຍໃຫ້ເຂດແຄມຂອງໃນນະຄອນໄກສອນ ພົມວິຫານ ມີໂສມຫນ້າໃຫມ່ ແລະ ຈະກາຍເປັນບ່ອນທ່ອງທ່ຽວ, ພັກຜ່ອນ ແລະ ອອກກໍາລັງກາຍແຫ່ງໃຫມ່ຂອງແຂວງ ສະຫວັນນະເຂດ.