ໄຂ້ຍຸງລາຍເລີ່ມລະບາດໃນແຂວງຫຼວງນ້ຳທາ ພົບແລ້ວ 36 ກໍລະນີ

150

ກ້າວສູ່ລະດູຝົນເປັນຊ່ວງເວລາທີ່ງ່າຍຕໍ່ການແຜ່ພັນຂອງໜອນນ້ຳ ແລະຍຸງລາຍ ນັ້ນກໍ່ໝາຍເຖິງຄວາມສ່ຽງຕໍ່ການຕິດເຊື້ອພະຍາດໄຂ້ເລືອດອອກມີສູງຂຶ້ນ ເພາະຍຸງເປັນພາຫະນະໃນການນຳເຊື້ອພະຍາດໄປສູ່ຄົນ ສະເພາະແຂວງຫຼວງນ້ຳທາໃນ 5 ເດືອນຂອງປີນີ້ມີຜູ້ຕິດເຊື້ອແລ້ວ 36 ກໍລະນີ

ຕາມຂ່າວຈາກທ່ານ ດຣ. ຄຳຈັນ ອິນທອງ ຫົວຫນ້າພະແນກສາທາລະນະສຸກແຂວງຫລວງນ້ຳທາ ໄດ້ໃຫ້ຮູ້ວ່າ: ແຂວງຫຼວງນ້ຳທາ ໄດ້ເຝົ້າລະວັງພະຍາດໄຂ້ຍຸງລາຍມາໂດຍຕະຫຼອດ ແຕ່ນັບນັບແຕ່ຕົ້ນປີ 2020 ມາຮອດ ເດືອນ ມິຖຸນາ 2020 ຍັງມີການລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ຢູ່ພາຍໃນແຂວງຫຼວງນ້ຳທາ ເຮັດໃຫ້ເມືອງຕ່າງໆພາຍໃນແຂວງແມ່ນມີກໍລະນີຜູ້ຕິດເຊື້ອ ແລະ ກໍລະນີສົງໄສ ໂດຍສະເພາະຢູ່ເມືອງວຽງພູຄາ ມີ 15 ບ້ານ, 32 ກໍລະນີ, ໄດ້ກວດຢັ້ງຢືນຈາກຫ້ອງວິເຄາະ 18 ກໍລະນີ, ສ່ວນ 14 ກໍລະນີແມ່ນສົງໄສ, ເມືອງສິງ ມີ 2 ບ້ານ 3 ກໍລະນີ ແລະ ເມືອງຫຼວງນ້ຳທາ 1 ບ້ານ, ມີ 1 ກໍລະນີ.
ເຖິງແມ່ນວ່າຈຳນວນໂຕເລກຂອງກໍລະນີສົງໄສອາດຈະມີໜ້ອຍ ແຕ່ກໍຢາກໃຫ້ພໍ່ແມ່ປະຊາຊົນທຸກຄົນ ຕື່ນຕົວ ເປັນເຈົ້າການ ແລະຊອກຮູ້ເຖິງຄວາມອັນຕະລາຍຂອງພະຍາດໄຂ້ເລືອດອອກ ໂດຍການປ້ອງກັນຕົນເອງ ແລະ ຄົນໃນຄອບຄົວບໍ່ໃຫ້ຍຸງກັດ ເພື່ອຫຼີກລ້ຽງໃນການຕິດເຊື້ອພະຍາດໄຂ້ເລືອດອອກ ນອກຈາກຈະປ້ອງກັນຕົນເອງບໍ່ໃຫ້ຍຸງກັດແລ້ວ ກໍຕ້ອງກຳຈັດແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ ເພື່ອບໍ່ໃຫ້ຍຸງລາຍແຜ່ພັນໄດ້.