ໄຊຍະບູລີມີເງິນຈົດທະບຽນໃນໄຕມາດ1 2020 ເຖິງ 157 ຕື້ກວ່າກີບ

119

ເຂົ້າສູ່ປີ 2020 ທົ່ວໂລກແມ່ນຜະເຊີນກັບບັນຫາເສດຖະກິດທີ່ບໍ່ເພິ່ງປາຖະໜາປານໃດ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ທຸລະກິດຫຼາຍຈຳນວນບໍ່ໜ້ອຍຕ້ອງຢຸດສະງັກ ຈະເວົ້າເລື່ອງການເປີດທຸລະກິດໃໝ່ແຫ່ງຍາກ ແຕ່ສຳລັບແຂວງໄຊຍະບູລີໃນໄຕມາດທຳອິດຂອງປີນີ້ຍັງມີບໍລິສັດເຂົ້າຈົດທະບຽນວິສາຫະກິດ 100 ກວ່າຫົວໜ່ວຍ ແລະມີທຶນຈົດທະບຽນທັງມົດ 157 ຕື້ກວ່າກີບ.

ຕາມລາຍງານຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ທາງແຂວງໄດ້ສ້າງເງື່ອນໄຂເອື້ອອໍານວຍ, ຄວາມສະດວກໃຫ້ກັບຜູ້ປະກອບການທຸລະກິດ ທີ່ມີຈຸດປະສົງເພື່ອຢາກດໍາເນີນທຸລະກິດຢູ່ແຂວງໄຊຍະບູລີ ເຊິ່ງໃນ 3 ເດືອນຕົ້ນປີ 2020 ແຂວງໄຊຍະບູລີ ສາມາດອອກໃບອະນຸຍາດການດໍາເນີນທຸລະກິດໄດ້ 119 ທະບຽນ, ມີທຶນຈົດທະບຽນທັງໝົດ 157,4 ຕື້ກວ່າກີບ.

ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ວ່າ ໃນ 3 ເດືອນຕົ້ນປີ 2020 ສາມາດອອກໃບອານຸຍາດໃຫ້ຜູ້ປະກອບການໄດ້ທັງໝົດ 119 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 157,4 ຕື້ກວ່າກີບ; ໃນນີ້ຂະແໜງການຜະລິດ 13 ທະບຽນ, ມີທຶນຈົດທະບຽນ 36 ຕື້ 220 ລ້ານກີບ, ຂະແໜງການຄ້າ 84 ທະບຽນ ມີທຶນຈົດທະບຽນ 96,5 ຕື້ກີບ, ຂະແໜງບໍລິການ 22 ທະບຽນ ມີທຶນຈົດທະບຽນ 24,6ຕື້ກວ່າກີບ.

ມາຮອດປະຈຸບັນນີ້ທົ່ວແຂວງ ມີຫົວໜ່ວຍທຸລະກິດທັງໝົດ 9.942 ຫົວໜ່ວຍ, ມີທຶນທັງໝົດ 3.894 ຕື້ກວ່າກີບ ໃນນີ້ຂະແໜງການຜະລິດ 1.146 ທະບຽນ ມີທຶນ 1.093 ຕື້ 319 ລ້ານກວ່າກີບ, ຂະແໜງການຄ້າ 4.861 ທະບຽນ ມີທຶນ 1.316 ຕື້ 444 ລ້ານກວ່າກີບ, ຂະແໜງບໍລິການ 3.935 ທະບຽນ ມີທຶນ 1.484 ຕື້ 344 ລ້ານກວ່າກີບ.

ເອົາໃສ່ຊຸກຍູ້ສົ່ງເສີມ ແລະ ຄຸ້ມຄອງວຽກງານອຸດສາຫະກໍາ ແລະ ຫັດຖະກໍາ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບຫຼັກການ ໄດ້ອອກເອກະສານສ້າງຕັ້ງ ແລະ ດໍາເນີນກິດຈະການ ໄດ້ທັງໝົດ 33 ແຫ່ງ; ໃນນີ້ອານຸຍາດສືບຕໍ່ 26 ແຫ່ງ, ອອກໃໝ່ 7 ແຫ່ງ ແລະ ມີໂຮງງານຍຸດເຊົາ 2 ແຫ່ງ, ສາມາດສ້າງມູນຄ່າຜະລິດດ້ານອຸດສາຫະກໍາ-ຫັດຖະກໍາໄດ້ 41,79 ຕື້ກີບ ແລະ ມູນຄ່າຈໍາໜ່າຍຜະລິດຕະພັນດ້ານອຸດສາຫະກໍາ-ຫັດຖະກໍາປະຕິບັດໄດ້ 56,39 ຕື້ກີບ, ດ້ານການສົ່ງອອກ ແລະ ນໍາເຂົ້າສິນຄ້າໃນ 3 ເດືອນຜ່ານມາໄດ້ທັງໝົດ 14 ລ້ານ 347.914$ ທຽບໃສ່ແຜນການປີປະຕິບັດໄດ້ 33,53% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 33,87%;

ໃນນີ້ຫຼາຍກວ່າໝູ່ຍັງແມ່ນຜະລິດຕະພັນກະສິກໍາມູນຄ່າ 13 ລ້ານກວ່າໂດລາ. ເຄື່ອງປ່າຂອງດົງມູນຄ່າ 234.300ໂດລາ ແລະ ຫີນຄົບມູນຄ່າ 182.600 ໂດລາ. ສ່ວນການນໍາເຂົ້າສິນຄ້າມີມູນຄ່າ 3 ລ້ານໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 12,57% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 11,57%, ສິນຄ້ານໍາເຂົ້າສ່ວນຫຼາຍແມ່ນສະບຽງອາຫານ, ເຄື່ອງດື່ມ, ອຸປະກອນກໍ່ສ້າງ ແລະ ເຄື່ອງໄຟຟ້າ, ພາຫະນະ ແລະ ອາໄຫຼ່, ອຸປະກອນແນວພັນຮັບໃຊ້ການຜະລິດ. ຂະນະທີ່ນໍາເຂົ້າໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງແຂວງ ມູນຄ່າທັງໝົດ 25.657$ ມີອຸປະກອນກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າ, ສານເຄມີ. ທ່ານຍັງໃຫ້ຮູ້ຕື່ມວ່າ ໃນງວດ II ປີ 2020 ສູ້ຊົນເຮັດໃຫ້ມູນຄ່າສົ່ງອອກສິນຄ້າໃຫ້ໄດ້ 13 ລ້ານໂດລາ, ຄຸ້ມຄອງການນໍາສິນຄ້າເຂົ້າໃຫ້ຢູ່ໃນລະດັບ 4 ລ້ານໂດລາ, ເຮັດໃຫ້ລວມຍອດມູນຄ່າການຈໍາໜ່າຍການຜະລິດດ້ານອຸດສາຫະກໍາ ແລະ ຫັດຖະກໍາໃຫ້ໄດ້ 60,2 ຕື້ກີບ.

ຂ່າວ: ບຸນທີ