ເຊກອງ! ລົງຕົວຈິງກວດທຽບມາດຖານໝໍ້ນັບໄຟ, ນ້ຳປະປາ ແລະ ຫົວຈ່າຍນໍ້າມັນ ພ້ອມປ່ຽນຖ່າຍໃໝ່ໃຫ້ຟຣີຫາກບໍ່ໄດ້ມາດຖານ

151

ໃນວັນທີ 2 ມິຖຸນາ 2020 ພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຊກອງຮ່ວມກັບລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ, ລັດວິສາຫະກິດນ້ຳປະປາ ແລະຄະນະກໍາມະການກວດກາມາດຕະຖານ ແລະວັດແທກຈາກຂະແໜງການກ່ຽວຂ້ອງໄດ້ລົງເຄື່ອນໄຫວຕິດຕາມກວດກາ, ກວດທຽບມາດຕະຖານໝໍ້ນັບກະແສໄຟຟ້າ, ໝໍ້ແທກນ້ຳປະປາ ແລະຫົວຈ່າຍນໍ້າມັນເຊື້ອໄຟຢູ່ພາຍໃນເທສະບານແຂວງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງໆເຊກອງ, ທ່ານ ສຸລະພົນ ໝື່ນວິເສດ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຂົ້າຮ່ວມ.

ທ່ານ ສຸລະພົນ ໝື່ນວິເສດ ກ່າວວ່າ: ການລົງເຄື່ອນໄຫວຕິດຕາມກວດກາ, ກວດທຽບມາດຕະຖານໝໍ້ນັບກະແສໄຟຟ້າ, ໝໍ້ແທກນໍ້າປະປາ ແລະຫົວຈ່າຍນໍ້າມັນເຊື້ອໄຟຄັ້ງນີ້ ແມ່ນເປັນການກວດທຽບລະບົບປົກກະຕິປະຈຳປີ ແລະວິທີການກວດແມ່ນປະຕິບັດຕາມລະບຽບຫຼັກການຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍຄືກົມມາດຕະຖານ ແລະການວັດແທກວາງອອກ, ທັງນີ້ ກໍເພື່ອໃຫ້ມີຄວາມລະອຽດຊັດເຈນ, ຖືກຕ້ອງຕາມເຕັກນິກມາດຕະຖານ ແນໃສ່ປົກປ້ອງສິດຜົນປະໂຫຍດ, ຊັບສິນຂອງຜູ້ຊົມໃຊ້ ແລະຜູ້ໃຫ້ບໍລິການບໍ່ໃຫ້ມີການເອົາລັດເອົາປຽບເຊິ່ງກັນ ແລະກັນ.

ຂະນະດຽວກັນ ທ່ານ ວຽງໄຊ ວໍລະສິງ ຮອງຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ ລາຍງານວ່າ: ຜ່ານການຈັດຕັ້ງປະຕິບັດໜ້າວຽກຕົວຈິງຢູ່ພາກສະໜາມ ກ່ຽວກັບການກວດສອບ, ກວດທຽບໝໍ້ແທກນ້ຳປະປາ ທີ່ຕິດຕັ້ງໃນສຳນັກງານລັດ ແລະຄົວເຮືອນຂອງປະຊາຊົນ ທີ່ຢູ່ພາຍໃນເມືອງລະມາມ ພາກສະໜາມໃນ 17 ບ້ານ, ມີຈຳນວນ 4.965 ໜ່ວຍ ເຊິ່ງເລີ່ມແຕ່ວັນທີ 11-22 ພຶດສະພາ 2020.

ໂດຍຫຼັກການກວດສອບແມ່ນນຳໃຊ້ຖັງຜອງບໍລິມາດຂະໜາດ10-50 ລິດ ກວດສອບ 2 ຂັ້ນຕອນ, ສາມາດກວດຊຸ່ມໄດ້ຈຳນວນ 17 ບ້ານ, ມີຈຳນວນ 151 ໜ່ວຍ ແມ່ນກຳນົດເອົາຄ່າຕາມມາດຕະຖານຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ວຕ) ຄື: ກຳນົດເອົາຕາມຈຸດເປົ້າໝາຍທີ່ມີກົງເຕີປະມານ 100 ໜ່ວຍ ສາມາດຊຸ່ມເອົາ 3% ແລະເລືອກເອົາ 3 ຈຸດ ມີທັງໝົດ 4.965 ໜ່ວຍ ເຊິ່ງໃນນີ້ ມີ 4.957 ໜ່ວຍທີ່ຖືກຕ້ອງຕາມມາດຕະຖານແຫ່ງຊາດກຳນົດໄວ້, ມີຈຳນວນ 8 ໜ່ວຍ ທີ່ບໍ່ໄດ້ມາດຕະຖານ ຈຶ່ງໄດ້ມອບໃຫ້ລັດວິສາຫະກີດນ້ຳປະປາ ປ່ຽນຖ່າຍໝໍ້ແທກນ້ຳປະປາຄືນໃໝ່ໃຫ້ແກ່ປະຊາຊົນໂດຍບໍ່ໄດ້ເສຍຄ່າ.

ສຳລັບການກວດສອບທຽບຫົວຈ່າຍນ້ຳມັນເຊື້ອໄຟ ແມ່ນໄດ້ເລີ່ມແຕ່ວັນທີ 16-26 ມີນາ 2020 ຜ່ານມາ ເຊິ່ງກວດສອບຕົວຈິງ 3 ເມືອງ ຄື: ເມືອງລະມາມ, ທ່າແຕງ ແລະດາກຈຶງ ລວມມີ 29 ປ້ຳ, 160 ຫົວຈ່າຍ, ສາມາດກວດສອບຕົວຈິງໄດ້ 106 ຫົວຈ່າຍ ໃນນັ້ນມີການຄາດເຄື່ອນ 32 ຫົວຈ່າຍ ແລະໄດ້ດັດປັບໃຫ້ຢູ່ໃນເກນມາດຕະຖານທີ່ລັດກຳນົດໄວ້, ໃນຈຳນວນ 54 ຫົວຈ່າຍ ແມ່ນໄດ້ປິດບໍລິການຊົ່ວຄາວ. ນອກນີ້ ຍັງຈະໄດ້ສືບຕໍ່ລົງກວດສອບໝໍ້ນັບໄຟຟ້າ ທີ່ເມືອງລະມາມ ຕື່ມອີກ; ຈະຊຶ່ງເລີ່ມແຕ່ວັນທີ 2 -25 ມິຖຸນາ ນີ້, ຊຶ່ງມີໝໍ້ນັບກະແສໄຟຟ້າທັງໝົດ ຈຳນວນ 8.435 ໜ່ວຍ, ກວດຊຸ່ມ 3% ມີຈານວນທັງໝົດ 276 ໜ່ວຍ, ລວມມີ 66 ໝູ່ບ້ານ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ຂໍ້ມູນຈາກ: ຂ່າວເຊກອງ