Monthly Archives: June, 2020

ລົດຂົນສົ່ງຊີມັງ ຂຶ້ນສອງຄັນລວດຂົວຂ້າມນໍ້າພະນາຍຫັກຄາທີ່ ການສັນຈອນເປັນອໍາມະພາດ

ຂົວເຫຼັກເກົ່າ ນໍ້າພະນາຍ ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ຫັກຊຸດໂຕລົງພ້ອມລົດພວງແກ່ຊີມັງ ພາໃຫ້ການສັນຈອນເປັນອໍາມະພາດ ແລະ ຕັດຂາດລະບົບນໍ້າປະປາ ບໍ່ລິເວນໃກ້ຄຽງ. ທ່ານ ສຸລິພັນ ປະຊາຊົນ ບ້ານເກິນ ຜູ້ເຫັນເຫດການໄດ້ໃຫ້ສຳພາດວ່າ: ເຫດຂົວຫັກແມ່ນໄດ້ເກີດຂຶ້ນເວລາປະມານ 7 ໂມງເຊົ້າ ເຊິ່ງກ່ອນເກີດເຫດມີລົດພວງແກ່ສີມັງ 3 ຄັນ ຂີ່ຜ່ານຂົວດັ່ງກ່າວ ຄັນທີ 1 ແມ່ນຜ່ານໄປຫວິດຂົວ...

ໄຊຍະບູລີ ຈັດກິດຈະກຳ ສະເຫຼີມສະຫຼອງວັນທີ 1 ມິຖຸນາ

ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາ 2020 ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ຈັດໃຫ້ມີຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ບໍ່ວ່າຈະເປັນການຍ່າງເພື່ອສຸຂະພາບ, ການປູກຕົ້ນໄມ້ ແລະ ອື່ນໆ. ໂດຍກິດຈະກໍາຕ່າງໆໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2020 ທີ່ຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີທ່ານ ບຸນແທນ...

ເປົ້າໝາຍໃຫຍ່! ບໍລິສັດເຫີໜານ ຊັງຈິວ ຕັ້ງເປົ້າຜະລິດໝາກມ່ວງສົ່ງອອກໃຫ້ໄດ້ປີລະ 1.000 ໂຕນ

ອີກໜຶ່ງບາດກ້າວໃໝ່ທີ່ຈະເກີດຂື້ນໃນອະນາຄົດ ຢູ່ ສປປ ລາວ ເຮົາ ເມື່ອບໍລິສັດເຫີໜານ ຊັງຈິວ ບໍລິສັດເອກະຊົນຈາກປະເທດຈີນໄດ້ເຂົ້າມາລົງທຶນດ້ານກະສິກຳຢູ່ບ້ານດົງໝາກບ້າ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃນເນື້ອທີ່ເກືອບ 200 ເຮັກຕາ ປູກໝາກມ່ວງ 8 ຊະນິດ ເພື່ອເປົ້າໝາຍຫຼັກຄືສົ່ງອອກ ໂດຍຕະຫຼາດຫຼັກໃນການສົ່ງອອກແມ່ນ ສປ ຈີນ ແລະ ໜຶ່ງເປົ້າມາຍທີ່ສໍາຄັນຂອງບໍລິສັດດັ່ງກ່າວ ແມ່ນການສົ່ງອອກໝາກມ່ວງໃຫ້ໄດ້ປີລະ 1.000ໂຕນ. ທ່ານ...

ຝົນມາແລ້ວ! ພາກກາງ ແລະ ໃຕ້ ກຽມຮັບມື ອຸຕຸເຕືອນ 4 ຫາ 8 ມິຖຸນານີ້ ຝົນມາແທ້

ຢູ່ກັບອາກາດຮ້ອນມາດົນ, ອາທິດນີ້ທຸກຄົນດີໃຈໄດ້ ຫຼັງກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງເຕືອນໄລຍະວັນທີ 4 ຫາ 8 ມິຖຸນານີ້ ຈະເກີດມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ສະບັບເລກທີ 0655/ກອຕທ,...

ມາໃໝ່! ປະຕິບັດຕາມນີ້ ຄໍາແນະນໍາສໍາລັບການເດີນທາງເຂົ້າ ສປປ ລາວ

ກະຊວງການຕ່າງປະເທດ ອອກຄຳແນະນຳ ເລກທີ 00001444/ຕປທ,ສພທ, ນະຄອນຫຼວງວຽງຈັນ, ວັນທີ 1 ມິຖຸນາ 2020 ສຳລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເຊິ່ງພາຍໃນຄໍາແນະນໍາດັ່ງກ່າວລ້ວນກໍານົດໄວ້ລະອຽດທັງຂະບວນການເດີນທາງເຂົ້າ ຫຼື ອອກ ປະເທດລາວ ແຕ່ແອັດມິນຈະຍົກຂຶ້ນມາຂຽນໃຫ້ທຸກທ່ານໄດ້ສຶກສານໍາກັນພຽງ ຂໍ້ກໍານົດໃນການເດີນທາງເຂົ້າ ສປປ ລາວ...

ສະໂມສອນດອກປີກໄກ່ ພິຊິດໄຊ ອີກຊ່ອງທາງໃນການປັ້ນນັກກິລາສູ່ທີມຊາດ

ທ່ານ ແກ້ວພູໄທ ບົວສີ ປະທານສະໂມສອນດອກປີກໄກ່ ພິຊິດໄຊ ໃຫ້ສໍາພາດໃນທ້າຍອາທິດທີ່ຜ່ານມາວ່າ: ສະໂມສອນ ພິຊິດໄຊ ຂອງພວກເຮົາຈະເລີ່ມເປີດໃຫ້ບໍລິການ ແລະ ສືບຕໍ່ພັດທະນານັກກິລາດອກປີກໄກ່ລາວ ເປັນປົກກະຕິອີກຄັ້ງ ນັບຕັ້ງແຕ່ວັນທີ 1 ມິຖຸນາ 2020 ເປັນຕົ້ນໄປ ຫຼັງຈາກທີ່ກ່ອນໜ້ານີ້ໄດ້ປິດຊົ່ວຄາວນັບຕັ້ງແຕ່ຕົ້ນປີທີ່ຜ່ານມາ ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19. “ ສະໂມສອນ ດອກປີກໄກ່ ພິຊິດໄຊ...

51 ມື້ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, 2 ມິຖຸນາ ຍອດຜູ້ຕິດເຊື້ອຍັງຄົງທີ່ 19ຄົນ

ເປັນເວລາ 51 ມື້ແລ້ວ ທີ່ທົ່ວປະເທດໄດ້ຮັບຟັງຂ່າວດີ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຫຼ້າສຸດວັນທີ 2 ມິຖຸນາ 2020 ຈາກການເກັບຕົວຢ່າງກວດຫາເຊື້ອຈໍານວນ 69 ຄົນ ໃນວັນທີ 1 ມິຖຸນາ ຜົນກວດລ້ວນເປັນລົບ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມຍັງຄົງທີ່ 19 ຄົນ ໃນນັ້ນ ປິ່ນປົວຫາຍດີ ອອກໂຮງໝໍແລ້ວ 16...

ມອບ-ຮັບອຸປະກອນຮັບໃຊ້ວຽກງານໂຄສະນາກ່ຽວກັບຄວາມປອດໄພທາງຫຼວງ ແກ່ຂະແໜງຂົນສົ່ງ 9ແຂວງພາກເໜືອ

ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ຈັດພິທີມອບອຸປະກອນຮັບໃຊ້ວຽກງານໂຄສະນາປູກຈິດສຳນຶກ ກ່ຽວກັບຄວາມປອດໄພທາງຫຼວງ ພາຍໃຕ້ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃຫ້ບັນດາຂະແໜງຂົນສົ່ງ 9 ແຂວງພາກເໜືອ ເພື່ອຮັບໃຊ້ໃນການໂຄສະນາ ເຜີຍແຜ່ກົດລະບຽບຈະລາຈອນ ແລະ ປູກຈິດສຳນຶກຄວາມປອດໄຟທາງຫຼວງ. ພິທີມອບອຸປະກອນດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2020 ທີ່ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດມອບຂອງທ່ານ...

ກະຊວງແຮງງານ ແຈ້ງບໍ່ໃຫ້ມີການຍົກເລີກສັນຍາແຮງງານກັບຜູ້ອອກແຮງງານໄລຍະໂຄວິດ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກແຈ້ງການ ເຖິງບັນດາພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ແລະ ນະຄອນຫຼວງວຽງຈັນ; ຫົວຫນ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ໃນຂອບເຂດທົ່ວປະເທດ ກ່ຽວກັບ ມາດຕະການດ້ານແຮງງານ ແລະ ນະໂຍບາຍການປະກັນສັງຄົມໃນໄລຍະ ແລະ ຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19. ໂດຍກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ອອກແຈ້ງການເຖິງ ຫົວໜ່ວຍແຮງງານຕ້ອງປະຕິບັດຕາມ...

ອັບເດດຫຼ້າສຸດ! ລັດຖະບານຊີ້ແຈງເພີ່ມ ລາຍຈ່າຍບ້ວງແຮສຸກເສີນ 30 ຕື້ກີບ ທີ່ນໍາໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19

ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດຕ່າງໆໃນທົ່ວໂລກ ຈົນກະທັ້ງແຜ່ລາມເຂົ້າມາຮອດປະເທດລາວເຮົາ ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດດັ່ງກ່າວ ຈົນມາຮອດວັນທີ 31 ພຶດສະພາ 2020 ໄດ້ນໍາໃຊ້ງົບປະມານບ້ວງແຮສຸກເສີນທັງໝົດ 30 ຕື້ກີບ ແລະ ຫຼ້າສຸດ ວັນທີ 1 ມິຖຸນາ 2020 ພາກສ່ວນກ່ຽວຂ້ອງໄດ້ອອກມາຊີ້ແຈງລາຍລະອຽດລາຍຈ່າຍຕ່າງໆຂອງບ້ວງເງິນດັ່ງກ່າວ ໃຫ້ສັງຄົມໄດ້ຮັບຮູ້ຢ່າງໂປ່ງໃສ. ທ່ານ ບຸນໂຈມ...
- Advertisment -
Slide
Slide

Most Read

error: Content is protected !!