51 ມື້ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, 2 ມິຖຸນາ ຍອດຜູ້ຕິດເຊື້ອຍັງຄົງທີ່ 19ຄົນ

141

ເປັນເວລາ 51 ມື້ແລ້ວ ທີ່ທົ່ວປະເທດໄດ້ຮັບຟັງຂ່າວດີ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຫຼ້າສຸດວັນທີ 2 ມິຖຸນາ 2020 ຈາກການເກັບຕົວຢ່າງກວດຫາເຊື້ອຈໍານວນ 69 ຄົນ ໃນວັນທີ 1 ມິຖຸນາ ຜົນກວດລ້ວນເປັນລົບ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມຍັງຄົງທີ່ 19 ຄົນ ໃນນັ້ນ ປິ່ນປົວຫາຍດີ ອອກໂຮງໝໍແລ້ວ 16 ຄົນ, ຍັງປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບ 3 ຄົນ.

ໃນວັນທີ 2 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດໄດ້ຈັດພິທີຖະແຫຼງຂ່າວ ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ວ່າ: ໃນວັນທີ 1 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 69 ຄົນ, ໃນນັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 42 ຄົນ, ແຮງງານຈີນ 09 ຄົນ, ກໍລະນີສົງໃສ 15 ຄົນ ແລະ ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 3 ຄົນ (ນໍ້າເບີ 7, 10 ແລະ 17). ເຊິ່ງຜົນກວດ ແຮງງານລາວ, ແຮງງານຈີນ, ກໍລະນີສົງໃສທັງໝົດ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 1 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 01 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 7.249 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (51 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 3 ຄົນ, ຍິງ 2 ຄົນ, ທັງໝົດມີອາການປົກກະຕິ ຈະໄດ້ຕິດຕາມເກັບຕົວຢ່າງມາກວດຈົນກ່ວາບໍ່ພົບເຊື້ອຈີ່ງພິຈາລະນາໃຫ້ອອກໂຮງໝໍ.