ເປົ້າໝາຍໃຫຍ່! ບໍລິສັດເຫີໜານ ຊັງຈິວ ຕັ້ງເປົ້າຜະລິດໝາກມ່ວງສົ່ງອອກໃຫ້ໄດ້ປີລະ 1.000 ໂຕນ

374

ອີກໜຶ່ງບາດກ້າວໃໝ່ທີ່ຈະເກີດຂື້ນໃນອະນາຄົດ ຢູ່ ສປປ ລາວ ເຮົາ ເມື່ອບໍລິສັດເຫີໜານ ຊັງຈິວ ບໍລິສັດເອກະຊົນຈາກປະເທດຈີນໄດ້ເຂົ້າມາລົງທຶນດ້ານກະສິກຳຢູ່ບ້ານດົງໝາກບ້າ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃນເນື້ອທີ່ເກືອບ 200 ເຮັກຕາ ປູກໝາກມ່ວງ 8 ຊະນິດ ເພື່ອເປົ້າໝາຍຫຼັກຄືສົ່ງອອກ ໂດຍຕະຫຼາດຫຼັກໃນການສົ່ງອອກແມ່ນ ສປ ຈີນ ແລະ ໜຶ່ງເປົ້າມາຍທີ່ສໍາຄັນຂອງບໍລິສັດດັ່ງກ່າວ ແມ່ນການສົ່ງອອກໝາກມ່ວງໃຫ້ໄດ້ປີລະ 1.000ໂຕນ.

ທ່ານ ຈາງ ຈື່ ຫຼົງ ຜູ້ອຳນວຍການບໍລິສັດເຫີໜານ ຊັງຈິວ ກ່າວຕໍ່ສື່ມວນຊົນໃນວັນທີ 28 ພຶດສະພາ ຜ່ານມານີ້ວ່າ: ບໍລິສັດເຫີໜານ ຊັງຈິວ ໄດ້ລົງທຶນປະມານ 15 ລ້ານຢວນ ສຳປະທານເນື້ອທີ່ 165 ເຮັກຕາ ເຊິ່ງມີໄລຍະການສຳປະທານ 30 ປີ ເພື່ອບຸກເບີກເນື້ອທີ່ປູກໝາກມ່ວງ ແລະ ໄດ້ເລີ່ມລົງມືປູກໃນປີ 2016, ລວມມີໝາກມ່ວງ 8 ໝື່ນຕົ້ນ ແລະ ມີ 8 ສາຍພັນຄື: ສາຍພັນຈຶ່ງຫວາງ, ຫົງຈຶງ, ຫົງອີ້, ຫົງຊຽງຫຼາ, ອໍ່ໜາງ, ໄປຊຽງຢາ, ຫົງຊຽງ ແລະ ສາຍພັນຈີຊືຈີ.

ສຳລັບໝາກມ່ວງທີ່ປູກແມ່ນສາມາດເກັບກ່ຽວໄດ້ 2 ລະດູຕໍ່ປີ, ຄາດຄະເນຜົນຜະລິດປະມານ 500 ໂຕ່ນຕໍ່ 1 ລະດູ ເຊິ່ງປະເທດຈີນແມ່ນຕະຫຼາດຫຼັກໃນການສົ່ງອອກ. ນອກນັ້ນ ຍັງຈະໄດ້ຈຳໜ່າຍພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງຕື່ມອີກ. ແນວໃດກໍ່ຕາມສໍາລັບ ປີ 2020 ນີ້ແມ່ນປີທຳອິດທີ່ບໍລິສັດ ໄດ້ເກັບກ່ຽວຜົນຜະລິດ ແຕ່ເນື່ອງຈາກພະຍາດໂຄວິດ-19 ເກີດການລະບາດ ຈຶ່ງເຮັດໃຫ້ການຈຳໜ່າຍຜົນຜະລິດຂອງບໍລິສັດ ປະສົບບັນຫາ.

ທ່ານ ຈາງ ຈື່ ຫຼົງ ກ່າວຕື່ມວ່າ: ນອກຈາກປູກໝາກມ່ວງແລ້ວ ຍັງໄດ້ປູກປະເພດໝາກໂມ ແລະ ມັນດ້າງໃສ່ພື້ນທີ່ລະຫວ່າງກາງຕົ້ນໝາກມ່ວງ ເພື່ອບໍ່ໃຫ້ດິນເປົ່າຫວ່າງ ທັງເປັນການສ້າງລາຍຮັບເພີ່ມໃຫ້ແກ່ບໍລິສັດ ແລະ ສ້າງວຽກເຮັດງານທຳຂອງປະຊາຊົນຢູ່ໃນທ້ອງຖິ່ນ. ສຳລັບແຜນການໃນຕໍ່ໜ້າແມ່ນກ້າເບ້ຍໝາກມ່ວງເພື່ອຈຳໜ່າຍ ແລະ ຖ້າມີຄວາມເປັນໄປໄດ້ກໍ່ຈະສຳປະທານເນື້ອທີ່ເພີ່ມ ເພື່ອຜະລິດໝາກມ່ວງໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ.

ຂໍ້ມູນຈາກ: Khammouane News