ກະຊວງແຮງງານ ແຈ້ງບໍ່ໃຫ້ມີການຍົກເລີກສັນຍາແຮງງານກັບຜູ້ອອກແຮງງານໄລຍະໂຄວິດ

229

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກແຈ້ງການ ເຖິງບັນດາພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ແລະ ນະຄອນຫຼວງວຽງຈັນ; ຫົວຫນ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ໃນຂອບເຂດທົ່ວປະເທດ ກ່ຽວກັບ ມາດຕະການດ້ານແຮງງານ ແລະ ນະໂຍບາຍການປະກັນສັງຄົມໃນໄລຍະ ແລະ ຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19.

ໂດຍກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ອອກແຈ້ງການເຖິງ ຫົວໜ່ວຍແຮງງານຕ້ອງປະຕິບັດຕາມ ແລະ ໜຶ່ງໃນນັ້ນແມ່ນ ບໍ່ໃຫ້ມີການຍົກເລີກສັນຍາແຮງງານກັບຜູ້ອອກແຮງງານ ທີ່ກໍາລັງປະສົບກັບບັນຫາທີ່ກ່ຽວຂ້ອງກັບການປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍບໍ່ໄດ້ຮັບການອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານການປຶກສາຫາລືສາມຝ່າຍ.

ອີງຕາມແຈ້ງການ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 1559/ຮສສ, ລົງວັນທີ 1 ມິຖຸນາ 2020 ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ຫົວຫນ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດໃນທົ່ວປະເທດເຂົ້າໃຈ ພ້ອມເອົາໃຈໃສ່ຈັດຕັ້ງປະຕິບັດກົດຫມາຍ, ລະບຽບການດ້ານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຖືກຕ້ອງເຫມາະສົມກັບໄລຍະທີ່ມີການແຜ່ລະບາດ ແລະ ຫຼັງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍຖືເປັນກຽດແຈ້ງການ ມາຍັງພະແນກແຮງງານ ແລະ ສະ ຫວັດດີການສັງຄົມແຂວງ, ນະຄອນຫຼວງວຽງຈັນ, ບັນດາຫົວຫນ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ໃນ ຂອບເຂດ ທົ່ວປະເທດຊາບ ດັ່ງນີ້:

1 ໃຫ້ຫົວຫນ່ວຍແຮງງານທີ່ໄດ້ຢຸດກິດຈະການຊົ່ວຄາວໃນເດືອນ ເມສາ 2020 ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ຖ້າຫົວຫນ່ວຍແຮງງານໃດຍັງບໍ່ທັນໄດ້ຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ ຜູ້ອອກແຮງງານແມ່ນໃຫ້ສືບຕໍ່ພິຈາລະນາຊ່ວຍຈ່າຍຕາມປົກກະຕິ, ຖ້າມີຄວາມຈໍາເປ໊ນແທ້ແມ່ນໃຫ້ຈ່າຍ ຢ່າງຫນ້ອຍເທົ່າກັບຫ້າສິບສ່ວນຮ້ອຍ (50%) ຂອງເງິນທີ່ເຄີຍໄດ້ຮັບ. ສໍາລັບຜູ້ທີ່ໄດ້ຮັບຄ່າແຮງງານຕາມຜະລິດຕະພັນ ຫຼື ເປັນລາຍວັນທີ່ອາດໄດ້ຄ່າແຮງງານຕ່ໍາກວ່າ ຄ່າແຮງງານຕ່ໍາສຸດທີ່ລັດຖະບານ ປະກາດໃຊ້ ກໍໃຫ້ຈ່າຍບໍ່ໃຫ້ຫຼຸດຫ້າສິບສ່ວນຮ້ອຍ ຫຼື ເທົ່າກັບຫ້າແສນຫ້າສິບພັນກີບ (550.000 ກີບ). ທຸກກໍລະນີແມ່ນບໍ່ໃຫ້ລວມມື້ທີ່ຜູ້ອອກແຮງງານໄດ້ເຮັດວຽກປົກກະຕິ ແລະ ວັນພັກບຸນປີໃຫມ່ລາວ (13-19 ເມສາ 2020) ທີ່ຕ້ອງໄດ້ຈ່າຍເຕັມປົກກະຕິ.

ຫົວຫນ່ວຍແຮງງານທີ່ສືບຕໍ່ຢຸດກິດຈະການ ຫລື ຜູ້ອອກແຮງງານທີ່ຖືກໃຫ້ພັກວຽກ ເພື່ອປະຕິບັດຄໍາສັ່ງເລກທີ 06/ນຍ ນັບແຕ່ວັນທີ 1 ພຶດສະພາ 2020 ເປັນຕົ້ນໄປ, ຜູ້ອອກແຮງງານທີ່ເປັນສະມາຊິກຂອງກອງທຶນປະກັນສັງຄົມຈະໄດ້ຮັບເງິນນະໂຍບາຍອຸດຫນູນວ່າງງານຈາກກອງທຶນປະກັນສັງຄົມຕາມເງື່ອນໄຂ ແລະ ກໍານົດໄລຍະເວລາທີ່ໄດ້ກໍານົດ ໃນລະບຽບການສະ ເພາະ, ສໍາລັບຜູ້ອອກແຮງງານທີ່ຍັງບໍ່ແມ່ນສະມາຊິກຂອງກອງທຶນປະກັນສັງຄົມ ແມ່ນໃຫ້ຜູ້ໃຊ້ແຮງງານພິຈາລະນາ ຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານຂອງຕົນຕາມຄວາມອາດສາມາດ ເພື່ອຮັກສາຜູ້ອອກແຮງງານໄວ້

2 ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ຫົວຫນ່ວຍແຮງງານສືບຕໍ່ປະຕິບັດຕາມກົດ ຫມາຍ, ລະບຽບການດ້ານແຮງງານ ແລະ ສັນຍາແຮງງານທີ່ມີຜົນນໍາໃຊ້ຢູ່ ໂດຍບໍ່ໃຫ້ສວຍໃຊ້ຜົນກະທົບ ດັ່ງກ່າວ ເຮັດສິ່ງທີ່ຂັດຕໍ່ກົດຫມາຍ ແລະ ລະບຽບການ ໂດຍສະເພາະບໍ່ໃຫ້ມີການຍົກເລີກສັນຍາແຮງ ງານກັບຜູ້ອອກແຮງງານ ທີ່ກໍາລັງປະສົບກັບບັນຫາທີ່ກ່ຽວຂ້ອງກັບການປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍບໍ່ໄດ້ຮັບການອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານການປຶກສາຫາລືສາມຝ່າຍ. ໃນກໍລະນີຜູ້ອອກແຮງງານຫາກໄດ້ພັກວຽກຍ້ອນ ເຫດຜົນທີ່ກ່ຽວຂ້ອງກັບພະຍາດ ໂຄວິດ-19 ທີ່ພາກສ່ວນກ່ຽວຂ້ອງຢັ້ງຢືນວ່າບໍ່ແມ່ນຄວາມຜິດ ຂອງຜູ້ອອກແຮງງານ, ຜູ້ອອກແຮງງານຜູ້ນັ້ນຍັງມີສິດໄດ້ຮັບຄ່າແຮງງານ ເຕັມຕາມປົກກະຕິ

3 ໃນໄລຍະການປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ຖ້າຫົວຫນ່ວຍແຮງງານໃດ ມີຄວາມຈໍາເປັນຕ້ອງໄດ້ແກ້ໄຂບັນຫາທີ່ພົວພັນໂດຍກົງກັບຜູ້ອອກແຮງງານ, ຫົວຫນ່ວຍແຮງງານນັ້ນ ຫຼື ອົງການຜູ້ຕາງຫນ້າຜູ້ໃຊ້ແຮງງານສາມາດປຶກສາຫາລືກັບຜູ້ອອກແຮງງານ ຫຼື ກັບອົງການຜູ້ຕາງຫນ້າຂອງຜູ້ອອກແຮງງານໄດ້, ແຕ່ຜົນຂອງການປຶກສາຫາລືນັ້ນໃຫ້ສະເຫນີມາຍັງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອພິຈາລະນາແກ້ໄຂຕາມກົດຫມາຍ ແລະ ສອດຄ່ອງກັບສະພາບການທີ່ເກີດ ຂື້ນໃນແຕ່ລະໄລຍະ

4 ພາຍຫຼັງສິ້ນສຸດກໍານົດເວລາ ທີ່ລັດຖະບານປະກາດໃຊ້ ຖ້າຫາກຫົວຫນ່ວຍແຮງງານໃດໄດ້ຮັບຜົນກະທົບ ຈາກພະຍາດ ໂຄວິດ-19 ໂດຍມີການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ຊຶ່ງມີຄວາມຈໍາເປັນຕ້ອງໄດ້ແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບຜູ້ອອກແຮງງານ ເປັນຕົ້ນ, ການຢຸດກິດຈະການຊົ່ວຄາວ (ສາມາດປະຕິບັດຕາມ ມາດຕາ 111 ຂອງກົດຫມາຍວ່າດ້ວຍແຮງງານ), ການປິດກິດຈະການແບບຖາວອນ, ຫຼຸດຜ່ອນຈໍານວນຜູ້ອອກແຮງງານ, ການປັບປຸງສັນຍາແຮງງານ ທັງບຸກຄົນ ແລະ ລວມຫມູ່ ເພື່ອກໍານົດເງື່ອນໄຂໃນການເຮັດວຽກໃຫມ່ໃຫ້ສອດຄ່ອງກັບສະພາບຂອງທຸລະກິດນັ້ນ ຜູ້ໃຊ້ແຮງງານສາມາດປຶກສາຫາລື ຫຼື ເປີດການເຈລະຈາຕໍ່ລອງກັບຜູ້ອອກແຮງງານເປັນແບບລາຍບຸກຄົນ ຫຼື ແບບລວມຫມູ່ໄດ້ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງ ແຮງງານ ສະບັບເລກທີ 076/ລບ, ລົງວັນທີ 28 ກຸມພາ 2013, ຫມວດທີ 3 ມາດຕາ 11-14

5 ຫົວຫນ່ວຍແຮງງານທີ່ຍັງເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ຜູ້ອອກແຮງງານ ແມ່ນຕ້ອງໄດ້ມອບ ເງິນສົມທົບເຂົ້າກອງທຶນປະກັນສັງຄົມຕາມປົກກະຕິ ແລະ ຖ້າມີຄວາມຫຍຸ້ງຍາກດ້ານການເງິນ ແມ່ນສາມາດເລື່ອນ ມອບເງິນສົມທົບໄດ້ ສາມເດືອນ ເຊັ່ນ: ເງິນສົມທົບປະຈໍາເດືອນ ເມສາ ໃຫ້ເລື່ອນ ໄປມອບຊ້າສຸດບໍ່ໃຫ້ກາຍເດືອນ ກັນຍາ, ເງິນສົມທົບເດືອນ ພຶດສະພາ ບໍ່ໃຫ້ກາຍເດືອນ ຕຸລາ ແລະ ເງິນສົມທົບເດືອນ ມິຖຸນາ ບໍ່ໃຫ້ກາຍເດືອນ ພະ ຈິກ ປີ 2020.

ສໍາລັບຫົວຫນ່ວຍແຮງງານທີ່ໄດ້ຢຸດດໍາເນີນກິດຈະການຊົ່ວຄາວ ແລະ ບໍ່ໄດ້ເບີກຈ່າຍເງິນເດືອນ ຫລື ຄ່າແຮງງານໃຫ້ແກ່ຜູ້ອອກແຮງງານຂອງຕົນ ໂດຍມີການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ແມ່ນສາມາດໂຈະການມອບເງິນສົມທົບເຂົ້າ ກອງທຶນປະກັນສັງຄົມຕາມໄລຍະທີ່ທາງການປະກາດມາດຕະການເທົ່ານັ້ນ

6 ວຽກງານການປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດແມ່ນວຽກຫນຶ່ງທີ່ນອນຢູ່ໃນວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານຂອງຫົວຫນ່ວຍແຮງງານ, ດ້ວຍເຫດນັ້ນ, ຖ້າຫົວຫນ່ວຍແຮງງານໃດໄດ້ແຕ່ງຕັ້ງພະນັກງານ ຫຼື ຫນ່ວຍງານຮັບຜິດຊອບວຽກຄວາມປອດໄຟ ແລະ ສຸຂະພາບແຮງງານຂອງຫົວຫນ່ວຍແຮງງານຂື້ນມາແລ້ວ ກໍ່ໃຫ້ມອບວຽກປ້ອງກັນ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້, ຖ້າຫົວຫນ່ວຍແຮງງານໃດຍັງບໍ່ໄດ້ແຕ່ງຕັ້ງກໍໃຫ້ຖືເອົາໂອກາດນີ້ໃນການແຕ່ງຕັ້ງຂຶ້ນຕາມທີ່ກໍານົດໄວ້ໃນມາດຕາ 123 ຂອງກົດໝາຍວ່າດ້ວຍແຮງງານ

7 ມອບໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫຼວງວຽງຈັນ ເຜີຍແຜ່, ແນະ ນໍາ, ຕິດຕາມ, ກວດກາໃນການຈັດຕັ້ງປະຕິບັດ, ພ້ອມທັງລາຍງານໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ເປັນແຕ່ລະໄລຍະ