ໄຊຍະບູລີ ຈັດກິດຈະກຳ ສະເຫຼີມສະຫຼອງວັນທີ 1 ມິຖຸນາ

154

ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາ 2020 ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ຈັດໃຫ້ມີຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ບໍ່ວ່າຈະເປັນການຍ່າງເພື່ອສຸຂະພາບ, ການປູກຕົ້ນໄມ້ ແລະ ອື່ນໆ.

ໂດຍກິດຈະກໍາຕ່າງໆໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2020 ທີ່ຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກຂອງແຂວງ,ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ອໍານວຍການໂຮງຮຽນ, ນາຍບ້ານເທດສະບານຂອງເມືອງ, ນັກທຸລະກິດ, ພະນັກງານວິຊາການ ຕະຫຼອດຮອດນ້ອງນັກຮຽນນັກສືກສາເຂົ້າຮ່ວມ.

ໃນພິທີທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ ໄດ້ຂຶ້ນກ່າວເປິດພິທີຢ່າງເປັນທາງການວ່າ: ເພື່ອປະຕິບັດຕາມແຜນຍຸດທະສາດແຫ່ງຊາດ ຕໍ່ກັບການປົກປັກຮັກສາສີ່ງແວດລ້ອມ ແລະ ຍຸດທະສາດວຽກງານປ່າໄມ້ປີ 2025 ຕາມ 4 ເປົ້າໝາຍ 8 ແຜນງານ, 14 ມາດຕະການ ທີ່ກະຊວງກະສິກຳ ແລະ ປ່າໄມ້ ວາງອອກ ເວົ້າສະເພາະແມ່ນຍຸດທະສາດຂອງແຂວງ ວາງໄວ້ ແນໃສ່ເຮັດໃຫ້ຊັບພະຍາກອນທຳມະຊາດປ່າໄມ້, ຊີວະນາໆພັນສັດນ້ຳ-ສັດປ່າມີຄວາມອຸດົມສົມບູນ, ມີການຄຸ້ມຄອງ ນຳໃຊ້ແບບຍາວນານໂດຍບໍ່ມີວັນບົກແຫ້ງທັງເປັນການສ້າງຂະບວນການປູກຈິດສຳນືກໃຫ້ທົ່ວປວງຊົນມີນ້ຳໃຈຮັກຊາດ, ຮັກຫອມຊັບພະຍາກອນອັນເປັນມໍລະດົກຂອງຊາດໃຫ້ນັບມື້ອຸດົມສົມບູນຂື້ນຢ່າງບໍ່ຢຸດຢັ້ງ.

ພ້ອມນີ້ ທ່ານ ເຈົ້າເມືອງ ໄຊຍະບູລີ ຍັງໃຫ້ຮູ້ເຖິງແຜນການປູກໄມ້ປີ 2020ວ່າ: ເມືອງໄຊຍະບູລີຈະປູກໄມ້ໃຫ້ໄດ້ 1300 ເຮັກຕາໂດຍເນັ້ນໃສ່ 3 ເຂດຄື: ເຂດປ່າປ້ອງກັນທົ່ງສະນີ ບ້ານນາມອນ 1000 ເຮັກຕາ, ເຂດລ້ອງນໍ້າແມດປາກທຽວ-ລ້ອງແຊງ 150 ເຮັກຕາ ແລະ ເຂດປ່າຜະລິດເຂດຍ່ອຍບ້ານຫາດຮ່ອມ 150 ເຮັກຕາ ແລະ ກະກຽມກ້າເບ້ຍໄມ້ໃຫ້ໄດ້ 3.889 ເບ້ຍ ໃນຈໍານວນ 12 ຊະນິດ ຈາກນັ້ນໃນພິທີກໍ່ໄດ້ຕັດແຖບຖ້າ ແລະ ປູກຕົ້ນໄມ້ຢ່າງເປັນຂະບວນການຟົດຟື້ນ.