ສະໂມສອນດອກປີກໄກ່ ພິຊິດໄຊ ອີກຊ່ອງທາງໃນການປັ້ນນັກກິລາສູ່ທີມຊາດ

185

ທ່ານ ແກ້ວພູໄທ ບົວສີ ປະທານສະໂມສອນດອກປີກໄກ່ ພິຊິດໄຊ ໃຫ້ສໍາພາດໃນທ້າຍອາທິດທີ່ຜ່ານມາວ່າ: ສະໂມສອນ ພິຊິດໄຊ ຂອງພວກເຮົາຈະເລີ່ມເປີດໃຫ້ບໍລິການ ແລະ ສືບຕໍ່ພັດທະນານັກກິລາດອກປີກໄກ່ລາວ ເປັນປົກກະຕິອີກຄັ້ງ ນັບຕັ້ງແຕ່ວັນທີ 1 ມິຖຸນາ 2020 ເປັນຕົ້ນໄປ ຫຼັງຈາກທີ່ກ່ອນໜ້ານີ້ໄດ້ປິດຊົ່ວຄາວນັບຕັ້ງແຕ່ຕົ້ນປີທີ່ຜ່ານມາ ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19.

“ ສະໂມສອນ ດອກປີກໄກ່ ພິຊິດໄຊ ເລີ່ມເປີດບໍລິການນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ເພື່ອເປັນອີກຊ່ອງທາງໜຶ່ງໃນການພັດທະນານັກກີລາເຍົາວະຊົນ ລວມເຖິງບຸກຄົນທົ່ວໄປກໍສາມາດຫຼິ້ນໄດ້ ແລະ ເປັນການອອກກໍາລັງກາຍ ເພື່ອໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ຫ່າງໄກຈາກສິ່ງເສບຕິດຕ່າງໆ ທັງນີ້ທັງນັ້ນ ກໍເພື່ອເປັນການສ້າງຂະບວນການແຂ່ງຂັນກິລາດອກປີກໄກ່ໃຫ້ມີການແຂ່ງຂັນຢ່າງຕໍ່ເນື່ອງ ເພື່ອຕໍ່ຍອດໃນການສ້າງນັກກີລາໄປແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ. ຕະຫຼອດໄລຍະທີ່ຜ່ານມາ ສະໂມສອນຂອງພວກເຮົາສາມາດປັ້ນນັກກິລາຂຶ້ນໄປຕິດທີມຊາດ 10 ກວ່າຄົນ; ສ່ວນຜົນງານທີ່ຜ່ານມາເຄີຍເຂົ້າຮ່ວມການແຂ່ງຂັນນາໆຊາດ ໂດຍສະເພາະລາຍການ ອິນເຕີເນຊັນແນວຊີຣີ ສາມາດຜ່ານເຂົ້າຮອບ 8 ທີມສຸດທ້າຍ, ສ່ວນລາຍການພາຍໃນກໍເຄີຍສ້າງຜົນງານໂດດເດັ່ນຫຼາຍໆລາຍການ ”ທ່ານ ແກ້ວພູໄທ ບົວສີກ່າວ.

ທ່ານກ່າວອີກວ່າ: ແນ່ນອນເປົ້າໝາຍຕໍ່ໄປຂອງສະໂມສອນພວກເຮົາແມ່ນສືບຕໍ່ສ້າງນັກກີລາຫຼາຍຮຸ່ນ ໂດຍສະເພາະກຽມເປັນສ່ວນໜຶ່ງສົ່ງນັກກີລາຂອງພວກເຮົາເປັນຕົວແທນຂອງພາກສ່ວນອື່ນເຂົ້າຮ່ວມ ຊຽງຂວາງ ເກມ ແລະ ປັ້ນນັກກີລາສູ່ທີມຊາດ.ສໍາລັບ ນັກກີລາຂອງສະໂມສອນຂອງພວກເຮົາມີປະມານ 10 ຄົນທີ່ສາມາດຕິດລະດັບແຖວໜ້າຂອງ ສປປ ລາວ; ປັດຈຸບັນກໍາລັງພັດທະນານັກກີລານ້ອງໃໝ່ຂຶ້ນມາອີກ 10 ຄົນ ເພື່ອເປັນການທົດແທນໃນອະນາຄົດ ລວມທັງໝົດກໍມີປະມານ 20 ກວ່າຄົນທີ່ຂຶ້ນກັບສັງກັດສະໂມສອນຂອງພວກເຮົາ. ນອກຈາກພັດທະນານັກກີລາແລ້ວ ທາງສະໂມສອນຂອງພວກເຮົາກໍຍັງໄດ້ເປີດບໍລິການໃຫ້ກັບບຸກຄົນທົ່ວໄປທີ່ຕ້ອງການມາໃຊ້ບໍລິການໄດ້ທຸກໆມື້.

ຂະນະທີ່ ທ່ານ ໂຊກນໍາພາ ບໍລິວົງອະດີດນັກກີລາທີມຊາດລາວ ແລະ ຄູຝຶກປະຈໍາສະໂມສອນ ພິຊິດໄຊ ກ່າວວ່າ: ໄດ້ເຂົ້າມາເປັນຄູຝຶກປະຈໍາສະໂມສອນນີ້ປະມານ 2 ປີກວ່າແລ້ວ ພວກເຮົາແມ່ນເນັ້ນໃສ່ຄວາມສາມັກຄີ ແລະ ຄວາມຜູກພັນ ລວມເຖິງການພັດທະນາໄປນໍາກັນ. ຜ່ານມາໄດ້ມີການຝຶກສອນ ແລະ ພັດທະນານັກກີລາດອກປີກໄກ່ ລວມເຖິງໄດ້ສົ່ງໄປຮ່ວມການແຂ່ງຂັນຫຼາຍໆລາຍການທັງພາຍໃນ ແລະ ຕ່າງປະເທດ ແນ່ນອນທີ່ຜ່ານມານັກກີລາກໍສາມາດພັດທະນາຂຶ້ນລະດັບໜຶ່ງ ແຕ່ກໍຕ້ອງສືບຕໍ່ເພາະເປົ້າໝາຍຂອງພວກເຮົາຄືການສ້າງນັກກີລາດີຂຶ້ນກວ່າເກົ່າເລື້ອຍໆ ເຊິ່ງນັກກີລາທີ່ຈະເຂົ້າຮ່ວມສະໂມສອນພວກເຮົາກໍຄື ຄິດເຖິງສຸຂະພາບ, ຈິດໃຈເບີກບານມ່ວນຊື່ນ ແລະ ທີ່ສໍາຄັນຊື່ສຽງ ເມື່ອໄດ້ເຂົ້າຮ່ວມການແຂ່ງຂັນ ເພື່ອອະນາຄົດ.

ສະໂມສອນດອກປີກໄກ່ ພິຊິດໄຊ ຕັ້ງຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປີດບໍລິການໃຫ້ກັບລູກຄ້າທຸກໆມື້. ຜ່ານມາແມ່ນເຄີຍຈັດການແຂ່ງຂັນລະດັບພາຍໃນຫຼາຍລາຍການ ແລະ ປັ້ນນັກກີລາຕິດທີມຊາດມາແລ້ວຫຼາຍຄົນ ໂດຍປັດຈຸບັນມີນັກກີລາໃນສັງກັດ 20 ກວ່າຄົນ.