ມອບ-ຮັບອຸປະກອນຮັບໃຊ້ວຽກງານໂຄສະນາກ່ຽວກັບຄວາມປອດໄພທາງຫຼວງ ແກ່ຂະແໜງຂົນສົ່ງ 9ແຂວງພາກເໜືອ

320

ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ຈັດພິທີມອບອຸປະກອນຮັບໃຊ້ວຽກງານໂຄສະນາປູກຈິດສຳນຶກ ກ່ຽວກັບຄວາມປອດໄພທາງຫຼວງ ພາຍໃຕ້ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃຫ້ບັນດາຂະແໜງຂົນສົ່ງ 9 ແຂວງພາກເໜືອ ເພື່ອຮັບໃຊ້ໃນການໂຄສະນາ ເຜີຍແຜ່ກົດລະບຽບຈະລາຈອນ ແລະ ປູກຈິດສຳນຶກຄວາມປອດໄຟທາງຫຼວງ.

ພິທີມອບອຸປະກອນດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2020 ທີ່ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດມອບຂອງທ່ານ ດຣ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຕາງໜ້າຮັບໂດຍບັນດາຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ 9 ແຂວງພາກເໜືອ ເຊິ່ງມີພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ອຸປະກອນທີ່ມອບ-ຮັບໃນຄັ້ງນີ້ ມີທັງໝົດ 34 ຊຸດ, ໃນໜຶ່ງຊຸດປະກອບດ້ວຍຄອມພິວເຕີໂນດບຸກ 1 ເຄື່ອງ, LCD 1 ເຄື່ອງ, ຜ້າຈໍສະໄລ້ 1 ອັນ ແລະ ຕູ້ລຳໂພງ 1 ໜ່ວຍ ມອບໃຫ້ຂະແໜງຂົນສົ່ງ 1 ແຂວງ ແລະ ຫ້ອງການ ຍທຂ ເມືອງ 34 ເມືອງ ເພື່ອຮັບໃຊ້ໃນການໂຄສະນາ ເຜີຍແຜ່ກົດລະບຽບຈະລາຈອນ ແລະ ປູກຈິດສຳນຶກຄວາມປອດໄຟທາງຫຼວງ ຕາມສຳນັກງານອົງການ, ໂຮງງານ, ໂຮງຮຽນ ແລະ ຕາມບ້ານ.

ແນໃສ່ເຮັດໃຫ້ຜູ້ນຳໃຊ້ລົດນຳໃຊ້ຖະໜົນຫຼວງ ໄດ້ຮັບຮູ້ກົດຈະລາຈອນ, ເຕັກນິກການຂັບຂີ່ທີ່ປອດໄພ, ຄຸນສົມບັດມາລະຍາດການຂັບຂີ່ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເພື່ອເປັນການປະກອບສ່ວນໃນການປະຕິບັດນະໂຍບາຍຂອງລັດຖະບານ ໃນການຫຼຸດຜ່ອນການເກີດອຸບັດເຫດລົງເທື່ອລະກ້າວ.