ສະໜາມບານເຕະຫຍ້າທຽມແຫ່ງໃໝ່ຂອງ ກຸ່ມການສຶກສາ ແສງສະຫວັນ ຄາດສໍາເລັດເດືອນສິງຫານີ້

225

ພິທີເຊັນສັນຍາບົດທຶກຄວາມເຂົ້າໃຈ ລະຫວ່າງສອງພາກສ່ວນດັ່ງກ່າວໄດ້ມີຂຶ້ນ ເມື່ອທ້າຍອາທິດ ທີ່ຜ່ານມາ ທີ່ສະຖາບັນການສຶກສາ ແສງສະຫວັນ ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ( ວິທະຍາເຂດ ຫຼັກ 21 ) ລະຫວ່າງ ທ່ານ ວຽງສະຫວັນ ສີຫານາດ ຜູ້ອຳນວຍການໂຮງຮຽນແສງສະຫວັນ 2 ແລະ ທ່ານ ນາງ ມະນີພອນ ນົນທະໄຊ ຮອງປະທານບໍລິສັດ ແອວຊີ ເຊີວິດ ຕິດຕັ້ງ ແລະ ຈໍາໜ່າຍຫຍ້າທຽມ ໃນ ສປປ ລາວ ມີທ່ານ ປອ. ພຸດທະວົງ ພັດທະດາວົງ ຜູ້ອຳນວຍການ ໂຮງຮຽນແສງສະຫວັນ 4 ແລະ ທ່ານ ໄຊພອນ ໄຊຍະຈັກ ຜູ້ອຳນວຍການ ແສງສະຫວັນ 3 ຕະຫຼອດຮອດພະນັກງານ ທັງສອງພາກສ່ວນທີ່ກ່ຽວ ແລະ ພະນັກງານຄູອາຈານ ຕະຫຼອດຮອດນັກຮຽນເຂົ້າຮ່ວມເປັນຮສັກຂີພິຍານ.

ໂອກາດດັ່ງກ່າວ ທ່ານ ວຽງສະຫວັນ ສີຫານາດ ກ່າວວ່າ: ເຫດຜົນທີ່ກໍ່ສ້າງສະໜາມກີລາບານເຕະ ຫຍ້າທຽມ ກຸ່ມການສຶກສາ ແສງສະຫວັນ ໃນຄັ້ງນີ້ ກໍເພື່ອເປັນການສົ່ງເສີມນັກສຶກສາ ແລະ ນັກຮຽນ ພາຍກຸ່ມການສຶກສາ ແສງສະຫວັນ ໄດ້ມີໂອກາດຫຼິ້ນກິລາເພື່ອສຸຂະພາບ ພ້ອມທັງກຽມຈັດຕັ້ງທີມ ສົ່ງເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເວົ້າລວມ, ເວົ້າສະເພາະ ລາຍການແຂ່ງຂັນກີລາເຕະບານຊີງຂັນຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ສິ່ງສຳຄັນແມ່ນໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດ ຫຼັກມູນການສຶກສາ ແລະ 3 ລັກສະນະຂໍ້ແຂ່ງຂັນ ຕາມແນວທາງນະໂຍບາຍຂອງ ກະຊວງສຶກສາທິການ ແລະ ກີລາ ໃຫ້ປະກົດຜົນເປັນຈິງ. ນອກຈາກນັ້ນ, ສະໜາມພວກເຮົາຍັງຈະເປີດຮັບໃຊ້ບໍລິການແກ່ສັງຄົມອີກດ້ວຍ ສຳລັບການກໍ່ສ້າງສະໜາມກີລາເຕະບານຫຍ້າທຽມ ໃນຄັ້ງນີ້ ມີມູນຄ່າທັງໝົດ 1,6 ຕື້ກວ່າກີບ ສ້າງ 2 ສະໜາມ ປະກອບມີສະໜາມນ້ອຍ ແລະ ສະໜາມໃຫຍ່ ຄາດວ່າຈະໃຊ້ເວລາໃນການກໍ່ສ້າງ ພາຍໃນ 2 ເດືອນ ເລີ່ມແຕ່ນີ້ ເປັນຕົ້ນໄປ ຈົນເຖິງເດືອນສິງຫາ 2020 ກໍ່ສ້າງສຳເລັດສົມບູນ.

ນອກຈາກພິທີເຊັນສັນຍາແລ້ວ ໃນມື້ດຽວກັນ ຄະນະອໍານວຍການ, ພະນັກງານຄູອາຈານ ແລະ ນ້ອງນັກຮຽນ ຫຼາຍຮ້ອຍຄົນ ພາຍໃນກຸ່ມການສຶກສາ ແສງສະຫວັນ ກໍໄດ້ຮ່ວມແຮງຮ່ວມໃຈກັນ ອອກແຮງງານອ້ອມຂ້າງສະຖາບັນດັ່ງກ່າວ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນການເບີກບານມ່ວນຊື່ນ ແລະ ຟົດຟື້ນ.