ບໍລິສັດ ອີ້ຫລຽນ ຮ່ວມມອບເຄື່ອງມູນຄ່າ 130 ກວ່າລ້ານ ໃຫ້ກະຊວງສາທາ ເພື່ອສູ້ກັບໂຄວິດ-19

89

ເຖິງແມ່ນວ່າສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ຈະມີການຫຼຸດຜ່ອນລົງຫຼາຍ ໂດຍບໍ່ມີຜູ້ຕິດເຊື້ອໃໝ່ ຕິດຕໍ່ກັນເປັນເວລາດົນ 1 ເດືອນກວ່າແລ້ວ ແຕ່ທາງພາກລັດ ແລະ ເອກະຊົນຢູ່ພາຍໃນປະເທດ ຍັງຕ້ອງໄດ້ຮ່ວມກັນເອົາໃຈໃສ່ສືບຕໍ່ປ້ອງກັນ ແລະ ເຝົ້າລະວັງຢ່າງໃກ້ຊິດ, ພ້ອມນີ້ກໍ່ຍັງມີບໍລິສັດ ທັງພາຍໃນ ແລະ ຕ່າງປະເທດສືບຕໍ່ໃຫ້ການຊ່ວຍເຫຼືອ.

ຫຼ້າສຸດ ໃນວັນທີ 3 ມິຖຸນາ 2020 ທີ່ກະຊວງ ສາທາລະນະສຸກ ບໍລິສັດ ອີ້ຫລຽນ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ ໄດ້ເຂົ້າຮ່ວມມອບເຄື່ອງມື ແລະ ອຸປະກອນ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ໃຫ້ກະຊວງສາທາລະນະສຸກ ໂດຍຕາງໜ້າມອບຂອງທ່ານ ລີເຫວີຍຈົງ ປະທານບໍໍລິສັດ ອີ້ຫລຽນ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ ແລະ ຕາງໜ້າຮັບໂດຍ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດ; ພ້ອມມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ນາງ ຄຳປີວ ສີວົງພັນ ຮອງປະທານບໍລິສັດ ອີ້ຫລຽນ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວໄດ້ກ່າວວ່າ: ບໍລິສັດ ອີ້ຫລຽນ ເປັນບໍລິສັດທີ່ນໍາເຂົ້າອຸປະກອນໄຟຟ້າ ແລະ ການກະເສດ, ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າປັດຈຸບັນການລະບາດຂອງພະຍາດໂຄວິດ-19. ດັ່ງນັ້ນ, ບໍລິສັດພວກເຮົາຈຶ່ງເຫັນໄດ້ເຖິງຄວາມສຳຄັນຕໍ່ວຽກງານນີ້ ຈຶ່ງໄດ້ນໍາເຄື່ອງມື ແລະ ອຸປະກອນການແພດເຊັ່ນ: ເຄື່ອງແທກອຸນຫະພູມ ຈຳນວນ 138 ເຄື່ອງ, ຊຸດຄຸມແພດ ຈຳນວນ 300 ຊຸດ, ເຈວລ້າງມື 50 ກ່ອງ, ຜ້າອັດປາກ-ດັງ 6.000 ອັນ, ຜ້າອັດປາກ N95 ຈຳນວນ 400 ອັນ ແລະ ເຄື່ອງຈັກສີດນໍ້າຢາແບບໃຊ້ນໍ້າມັນ 4 ເຄື່ອງ ລວມມູນຄ່າທັງໝົດ 130.300,000 ກີບ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ກ່ອນອື່ນກໍ່ຂໍຂອບໃຈທາງບໍລິສັດທີ່ໄດ້ນຳເອົາເຄື່ອງ ແລະ ອຸປະກອນການແພດ ຄັ້ງນີ້ແມ່ນເປັນການປະກອບສ່ວນໃນການຊ່ວຍເຫຼືອໜຶ່ງທີ່ສຳຄັນເຂົ້າໃນວຽກງານຕ້ານ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ນອກຈາກ ປະເທດເຮົາ ແລະ ທົ່ວໂລກໄດ້ມີການແຜ່ລະບາດໜັກຢູ່ໃນຂະນະນີ້.