Monthly Archives: June, 2020

ລັດຖະບານຍັງເດີນໜ້າຕິດຕາມຄວາມເປັນຢູ່ຂອງຊາວເມືອງສະໜາມໄຊ

ເຫດການໃນເມືອງສະໜາມໄຊແມ່ນວ່າຈະຜ່ານໄປແລ້ວສອງປີ ແຕ່ຊີວິດຄວາມເປັນຢູ່ຫຼາຍຢ່າງຍັງມີຄວາມຫຍຸ້ງຍາກ ບັນຫ່ໍານີ້ລັດຖະບານແມ່ນມີຄວາມເຫັນອົກເຫັນໃຈ ແລະ ເດີນໜ້າຕິດຕາມເບິ່ງແຍງເປັນແຕ່ລະໄລຍະມາ ຫຼ້າສຸດ ໃນວັນທີ 29 ມິຖຸນາ 2020, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍອຳນາດການປົກຄອງເມືອງສະໜາມໄຊ ໄດ້ລົງກວດກາພື້ນທີ່ປຸກສ້າງເຮືອນຖາວອນ ແລະ ພົບປະຢ້ຽມຢາມປະຊາຊົນ ຢູ່ສູນພັກຊົ່ວຄາວຜູ້ປະສົບໄພນ້ຳຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື. ຄະນະດັ່ງກ່າວນຳໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ,...

ມອບ – ຮັບ ໂຄງການກໍ່ສ້າງອາຄານສຳນັກງານຫ້ອງການ ແລະ ສະໂມສອນລາວສະກາຍເວ

ລັດວິສາຫະກິດ ລາວສະກາຍເວ ພ້ອມນໍາໃຊ້ສໍານັກງານຫ້ອງການ ແລະ ສະໂມສອນລາວສະກາຍເວຫຼັງໃໝ່ ທີ່ສໍາເລັດການກໍ່ສ້າງໂດຍໃຊ້ທຶນ 25,6 ຕື້ກວ່າກີບ. ທ່ານ ຄຳເຜີຍ ສີລາຊາ ປະທານ ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງຈຳກັດ ກ່າວວ່າ: ໂຄງການກໍ່ສ້າງຕຶກສຳນັກງານຫ້ອງການ ແລະ ສະໂມສອນ ລາວສະກາຍເວ ທາງບໍລິສັດໄດ້ກໍ່ສ້າງສຳເລັດແລ້ວ 100% ໃນມູນຄ່າ 25,6 ຕື້ກີບ...

“ ນ້ຳຫວານໝາກອຶ ” ເມນູຂອງຫວານທີ່ເຮັດງ່າຍ

ເມນູຂອງຫວານຈາກໝາກອຶ ສູດນີ້ກໍນິຍົມບໍ່ແມ່ນໜ້ອຍແຖມຍັງເຮັດງ່າຍໆແບບບໍ່ຕ້ອງອອກແຮງ ຖ້າເກີດວ່າມື້ໃດມື້ໜຶ່ງໄດ້ແຕ່ງກິນແລ້ວເກີດມີໝາກອຶເຫຼືອໃນຕູ້ເຢັນກໍ່ລອງມາເຮັດນ້ຳຫວານໝາກອຶກິນລອງເບິ່ງເດີ້! ຖ້າຢາກຈະຮັກສາສຸຂະພາບກໍ່ລອງປ່ຽນຈາກກະທິມາເປັນນົມສົດແທນກໍໄດ້ຄືກັນ. ສ່ວນປະກອບນ້ຳຫວານໝາກອຶ •ໝາກອຶ (ຊອຍເປັນຕ່ອນພໍດີ) 300 ກຼາມ (ຖ້າຈະໃຫ້ແຊບຄວນໃຊ້ໝາກອຶທີ່ແກ່) •ນ້ຳປູນໃສ ສຳລັບແຊ່ໝາກອຶ (ຖ້າມີ) •ກະທິ ຫຼື ນົມສົດ 500 ມິນລີລິດ •ໃບເຕີຍ 2 ໃບ •ນ້ຳຕານຊາຍ 40 ກຼາມ •ນ້ຳຕານປີ໊ບ 40 ກຼາມ •ເກືອໜ້ອຍໜຶ່ງ ວິທີເຮັດນ້ຳຫວານໝາກອຶ 1 ແຊ່ໝາກອຶລົງໃນນ້ຳປູນໃສແລ້ວປະໄວ້ປະມານ 30 ນາທີ. 2 ເທນົມສົດ...

ເຕັກນິກການຂັບລົດມິດຊູບີຊິໃນສະພາບເສັ້ນທາງທີ່ຕ່າງກັນ

ຂັບທາງຄ້ອຍຊັນຄວນຂັບແບບໃດ? 1. ຂຶ້ນຄ້ອຍຕ້ອງໃຊ້ເກຍຕໍ່າ ທາງຂຶ້ນພູຈະມີຄວາມຊັນຫຼາຍ ລົດຈຶ່ງຕ້ອງການແຮງຫຼາຍກວ່າການຂັບລົດໃນເສັ້ນທາງທົ່ວໄປ, ສ່ວນເກຍທີ່ສາມາດໃຊ້ໃນການຂັບລົດຂຶ້ນທາງຊັນໄດ້ກໍມີແຕ່ເກຍ 1 ແລະ ເກຍ 2 ( ເກຍ 1 ແລະ ເກຍ 2 ມີແຮງກວ່າເກຍອື່ນໆ ) ແລະ ຫາກຮູ້ສຶກວ່າລົດເລີ່ມບໍ່ມີແຮງກໍໃຫ້ຫຼຸດເກຍຕໍ່າລົງມາອີກ ເຊັ່ນຖ້າຂັບລົດເກຍ 2 ແລ້ວລົດເລີ່ມອືດໆໃຫ້ຫຼຸດເກຍມາເປັນເກຍ 1 ຈະເຮັດໃຫ້ລົດມີແຮງຫຼາຍຂຶ້ນ...

28 ມິຖຸນາ ມີຜູ້ເດີນທາງເຂົ້າລາວ 1 ພັນກວ່າຄົນ ພ້ອມເຂົ້າຈໍາກັດບໍລິເວນຢູ່ສູນໃຫ້ຄົບ 14ວັນ

ເປັນເວລາ 2 ເດືອນກວ່າແລ້ວ ທີ່ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່, ຫຼ້າສຸດ ການເກັບຕົວຢ່າງກວດວິເຄາະຫາເຊື້ອວັນທີ 28 ມິຖຸນາ ຜ່ານມາໃນຈໍານວນ 262 ຄົນ ຜົນກວດລ້ວນເປັນລົບ ບໍ່ມີຜູ້ຕິດເຊື້ອ. ທັງນີ້, ໃນວັນດຽວກັນມີຜູ້ເດີນທາງເຂົ້າລາວຜ່ານດ່ານຜ່ານແດນຕ່າງໆເຖິງ 1.665 ຄົນ ເຊິ່ງກຸ່ມຄົນເຫຼົ່ານີ້ແມ່ນຕ້ອງຈໍາກັດບໍລິເວນຢູ່ສູນໃຫ້ຄົບ 14ວັນ. ໃນວັນທີ 29 ມິຖຸນາ...

“ໄຂ້ເລືອກອອກ” ພະຍາດອັນຕະລາຍ ທີ່ມີຍຸງລາຍເປັນພາຫະ

ໄຂ້ເລືອດອອກເປັນພະຍາດທີ່ເກີດຈາກຍຸງ ເຊິ່ງເປັນພາຫະຂອງພະຍາດໄຂ້ເລືອດອອກ ນອກຈາກຈະເປັນບັນຫາສາທາລະນະສຸກລະດັບປະເທດແລ້ວ ຍັງເປັນບັນຫາສາທາລະນະສຸກຂອງທົ່ວໂລກ ໂດຍສະເພາະໃນເຂດຮ້ອນຊື້ນ ແລະ ຍັງເຮັດໃຫ້ເກີດຄວາມກັງວົນຂອງພໍ່ແມ່ຜູ້ປົກຄອງໃນເວລາທີ່ເດັກມີໄຂ້ ແລະ ມັກຈະພົບໃນເດັກທີ່ມີອາຍຸຕ່ຳກວ່າ 15 ປີ ໂດຍສະເພາະຊ່ວງອາຍຸ 2-8 ປີ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຜູ້ໃຫຍ່ຈະບໍ່ມີໂອກາດເປັນພະຍາດໄຂ້ເລືອດອອກໄດ້ ໂດຍສະເພາະຜູ້ທີ່ຕ້ອງອາໄສຢູ່ໃນແຫຼ່ງທີ່ເຕັມໄປດ້ວຍຍຸງອາໄສຢູ່. ອາການຂອງໄຂ້ເລືອດອອກ ອາການຂອງໄຂ້ເລືອດອອກ ແມ່ນບໍ່ຈຳເພາະອາການ ໂດຍອາການທີ່ເກີດຢູ່ໃນເດັກນ້ອຍແມ່ນອາດຈະມີພຽງແຕ່ອາການໄຂ້ ແລະ ຜື່ນ ສ່ວນໃນຜູ້ໃຫຍ່ທີ່ເປັນໄຂ້ເລືອດອອກອາດຈະມີໄຂ້ສູງ, ປວດຫົວ, ປວດຕົນໂຕ, ປວດເບົ້າຕາ...

5ປ ປະຕິບັດຢ່າໃຫ້ຂາດ! ຕອນນີ້ຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍເພີ່ມເປັນ 6ຄົນແລ້ວ

ຫຼັງສະພາບການລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາເລີ່ມເບົາບາງ ບໍ່ມີຜູ້ຕິດເຊື້ອໃໝ່ຕິດຕໍ່ກັນເປັນເວລາ 2ເດືອນກວ່າ ເຊິ່ງນັ້ນຖືເປັນຂ່າວດີ, ແຕ່ກັບຕ້ອງມາພົບອີກໜຶ່ງພະຍາດຮ້າຍ ໄຂ້ຍຸງລາຍ ທີ່ຕອນນີ້ມີຜູ້ຕິດເຊື້ອທົ່ວປະເທດແລ້ວ 2 ພັນກວ່າຄົນ ຂະນະດຽວກັນເສຍຊີວິດເພີ່ມອີກ 1ຄົນ ລວມເສຍຊີວິດຍ້ອນພະຍາດນີ້ເປັນ 6ຄົນແລ້ວ. ຕາມການລາຍງານຈາກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 29...

ສາຍການບິນແຄວນຕັສ ແອເວ ປົດພະນັກງານ 6.000 ຕຳແໜ່ງ

ສຳນັກຂ່າວບຣູມເບີກ ລາຍງານວ່າ: ສາຍການບິນ ແຄວນຕັສ ແອເວ ຂອງອົສ ຕຣາລີ ຈະເລີກຈ້າງພະນັກງານ 6.000 ຕຳແໜ່ງທົ່ວໂລກ ພາຍໃນເດືອນມິຖຸນານີ້. ໃນຂະນະດຽວກັນ, ກໍເພີ່ມງົບປະມານການລົງທຶນອີກ 1,9 ຕື້ໂດລາອົສຕຣາລີ ຫຼື ປະມານ 1,34 ຕື້ໂດລາສະຫະລັດ ເຊິ່ງແບ່ງເປັນ 2 ສ່ວນ ຄື: ການເພີ່ມທຶນໃຫ້ແກ່ສາຍການບິນ...

ມຽນມາກໍ່ໜັກໜ່ວງ ພິດໂຄວິດ ສົ່ງຜົນໃຫ້ຫົວໜ່ວຍທຸລະກິດ 1/3 ຕ້ອງປິດຊົ່ວຄາວ

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງອີງຂໍ້ມູນຈາກມູນນິທິອາຊີ ( Asia Foundation ) ລະບຸວ່າທຸລະກິດ ເກືອບ 1 ໃນ 3 ໃນປະເທດມຽນມາ ຕ້ອງປິດກິດຈະການລົງຊົ່ວຄາວ ເນື່ອງຈາກມາດຕະການລັອກດາວ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ - 19, ຂະນະທີ່ຫົວໜ່ວຍທຸລະກິດທີ່ຍັງດຳເນີນຕໍ່ໄປກໍມີລາຍໄດ້ຫຼຸດລົງ. ລາຍງານລະບຸວ່າ: ຜົນສຳຫຼວດຫົວໜ່ວຍທຸລະກິດ 750 ແຫ່ງ ໃນມຽນມາ ພົບວ່າໃນໄລຍະວິກິດໂຄວິດ -...

ທຣັມ ເປັນຫ່ວງອະນຸສາວະລີທົ່ວປະເທດກຽມອອກຄຳສັ່ງໃຫ້ຄຸ້ມຄອງ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂດນັນ ທຣັມ ຂອງສະຫະລັດອາເມຣິກາ ກຽມອອກຄຳສັ່ງຈັດການກັບຜູ້ຊຸມນຸມທີ່ທຳລາຍອະນຸສາວະລີປະຫວັດສາດຕ່າງໆ ເນື່ອງຈາກການເຄື່ອນໄຫວຂອງຜູ້ຊຸມນຸມໄລຍະຫຼັງໆມານີ້ ມຸ່ງເປົ້າໄປທີ່ສັນຍະລັກຂອງຄວາມບໍ່ເປັນທຳທີ່ມີຕໍ່ຊາວຜິວສີ ແລະ ການຢຽດເຊື້ອຊາດ. ທຣັມ ກ່າວວ່າ: “ ຂ້ອຍຈະບໍ່ຍອມໃຫ້ໃຜມາທຳລາຍອະນຸສາວະລີ ທີ່ເປັນປະຫວັດສາດຂອງຊາວອາເມຣິກາ ພ້ອມຈະເຊັນຄຳສັ່ງເພື່ອຄຸ້ມຄອງໃນໄວໆນີ້ ເພື່ອເສີມກຳລັງຮັກສາຄວາມປອດໄພ ແລະ ຄຸ້ມຄອງອະນຸສາວະລີທົ່ວສະຫະລັດ ”. ນອກຈາກນີ້, ຜູ້ນຳສະຫະລັດຍັງປະກາດໃຫ້ເຈົ້າໜ້າທີ່ຈັບກຸມ ໃຜກໍຕາມທີ່ທຳລາຍອະນຸສອນຂອງເຈົ້າໜ້າທີ່ໃນເຄື່ອງແບບ ແລະ ອະນຸສາວະລີບຸກຄົນສຳຄັນໃນປະຫວັດສາດ ແລະ...
- Advertisment -
Slide
Slide

Most Read

error: Content is protected !!