Monthly Archives: June, 2020

ວຽງຈັນ ເອັຟຊີ ເສີມນັກເຕະຍີ່ປຸ່ນ 4 ຄົນກ່ອນລຸຍລາວລີກ 1

ວຽງຈັນ ເອັຟຊີ ສະໂມສອນນ້ອງໃໝ່ ເປບຊີ ລາວລີກ 1 ປີນີ້ໜ້າສົນ ຫຼ້າສຸດເຊັນສັນຍາກັບ ນັກເຕະຊາວຍີ່ປຸ່ນ ເຖິງ 4 ຄົນມາຮ່ວມທີມ ຢ່າງເປັນທາງການໃນທ້າຍອາທິດ ທີ່ຜ່ານມາ ພ້ອມທັງເປົ້າສູງສຸດຄືຫວັງຕິດ 1 ໃນ 5 ໃຫ້ໄດ້ ໂດຍນັດທໍາອິດ ວຽງຈັນ ເອັຟຊີ ຈະບຸກໄປຢາມ ປກສ...

ແຂວງສະຫວັນນະເຂດ – ຄຳມ່ວນ ເຊັນບົດບັນທຶກການແກ້ໄຂເຂດແດນເຊື່ອມຕໍ່

ພິທີເຊັນບົດບັນທຶກການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງເມືອງວິລະບູລີ, ເມືອງອາດສະພອນ ແຂວງສະຫວັນນະເຂດ ກັບເມືອງໄຊບົວທອງ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ກັບ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະຮັບຜິດຊອບແກ້ໄຂບັນຫາເຂດແດນຂອງທັງສອງແຂວງເຂົ້າຮ່ວມ. ໂອກາດນີ້, ທັງສອງຝ່າຍກໍໄດ້ມີການປຶກສາຫາລືກ່ຽວກັບການເຊັນບົດບັນທຶກການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງ ເມືອງອາດສະພອນ, ເມືອງວິລະບູລີ...

ຫຼວງນໍ້າທາ ຈ່າຍຄ່າຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບ ໂຄງການທາງລົດໄຟກວ່າ 70% ແລ້ວ

ໂຄງການກໍ່ສ້າງເສັ້ນທາງ ລົດໄຟ ລາວ - ຈີນ ແຕ່ແຂວງ ຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ ມີລວງຍາວທັງໝົດ 409 ກິໂລແມັດ. ໃນນີ້, ຜ່ານແຂວງຫຼວງນໍ້າທາ 17 ກິໂລແມັດ, ປະກອບມີ 2 ສະຖານີ ຄື: ສະຖານີບໍ່ເຕັນ ເປັນສະຖານີໂດຍສານ ແລະ ສະຖານີນາເຕີຍ...

ການຄ້ານະຄອນຫຼວງວຽງຈັນ ຈະແກ້ໄຂທຸກຂອດຂັ້ນ ຕ້ານການສວຍໂອກາດຂຶ້ນລາຄາສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າ ( ອຄ.ນວ ) ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ ສາຍພົວພັນ ແລະ ຄວາມແຕກຕ່າງຂອງວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າຄອງຊີບຢູ່ໃນ ສປປ ລາວ ໂຄງການແກ້ໄຂບັນຫາສິນຄ້າແພງ ຂຶ້ນໃນວັນທີ 26 ມິຖຸນາ 2020 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ນາງ...

ເຄັດລັບ ພ້ອມວິທີນຶ່ງປາບໍ່ໃຫ້ມີກິ່ນຄາວ

ປາເປັນຊີ້ນສັດທີ່ມີປະໂຫຍດ ບໍ່ມີໄຂມັນ ກິນແລ້ວກໍບໍ່ເຮັດໃຫ້ຕຸ້ຍ ສາມາດເປັນເມນູຫຼຸດນ້ຳໜັກໄດ້ດີ ຍ່ອຍງ່າຍມີໂປຣຕີນ ເໝາະສຳລັບເດັກນ້ອຍ ຜູ້ສູງອາຍຸ ເພາະໃຫ້ປະໂຫຍດຕໍ່ຮ່າງກາຍໄດ້ດີ ທີ່ສຳຄັນບໍ່ເປັນອັນຕະລາຍຕໍ່ຮ່າງກາຍ ແຕ່ກໍເຮັດໃຫ້ບາງຄົນບໍ່ມັກກິນນຶ້ງປາ ເພາະມີກິ່ນຄາວ. ເຄັດລັບການນຶ້ງປາບໍ່ໃຫ້ຄາວ ເລືອກປາທີ່ສົດໃໝ່ ໂດຍການສັງເກດຕາຂອງປາຈະໃສ ຟັນຟືມຕ້ອງມີສີແດງສົດ. ໃຊ້ສະໝຸນໄພຊ່ວຍໃນການດັບກິ່ນຄາວຂອງປາ ຈະເຮັດໃຫ້ປາມີລົດຊາດທີ່ດີກວ່າໂດຍໃສ່ ຫົວສີໄຄ, ໃບຂີ້ຫູດ, ໃບບົວລະພາ ແລະ ຫອມບົວແຫ້ງ ຈະຊ່ວຍດັບກິ່ນຄາວ. ວິທີການນຶ້ງປາບໍ່ໃຫ້ຄາວແມ່ນຕ້ອງເຮັດໃຫ້ນ້ຳຮ້ອນຟົດແຮງ ຈຶ່ງໃສ່ປາລົງໄປ ເພາະໄອນ້ຳຮ້ອນທີ່ຟົດຢູ່ ຈະຊ່ວຍກຳຈັດກິ່ນຄາວໃນຊີ້ນປາໄດ້ ແລະເວລານຶ້ງໃຫ້ເປີດຝາໄວ້ເພື່ອໃຫ້ກິ່ນຄາວລະເຫີຍອອກໄປກັບໄອນ້ຳຮ້ອນ. ສ່ວນປະກອບມີ: ປາ 1...

ສະພາຮັບຮອງການແຕ່ງຕັ້ງ ທ່ານລີເບີ ເປັນປະທານກຳມາທິການ ແຜນການການເງິນ ແລະກວດສອບ ຂອງສະພາແຫ່ງຊາດ

ໃນຄາບເຊົ້າຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າວັນທີ 26 ມິຖຸນາ 2020 ໂດຍການເປັນປະທານ ຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດທີ່ປະຊຸມໄດ້ພ້ອມກັນພິຈາລະນາຮັບຮອງເອົາການແຕ່ງຕັ້ງ ແທນປະທານກຳມາທິການ ແຜນການການເງິນ ແລະກວດສອບ ຂອງສະພາແຫ່ງຊາດ. ກອງປະຊຸມໄດ້ຮັບຟັງການສະເໜີ ຂອງຄະນະປະຈຳ ສະພາແຫ່ງຊາດ ກ່ຽວກັບການແຕ່ງຕັ້ງແທນ ປະທານກຳມາທິການ ແຜນການການເງິນ ແລະກວດສອບ ຂອງສະພາແຫ່ງຊາດ...

ເບີກຈ່າຍເງິນເດືອນຜ່ານ ບໍລິການ u-money ອີກໜຶ່ງຊ່ອງທາງທີ່ສະດວກ

ຢູນີມັນນີ (u-money) - ແມ່ນເຄື່ອງໝາຍການຄ້າ ບໍລິການກະເປົາເງິນເອເລັກໂຕຣນິກ ຂອງບໍລິສັດ ສະຕາ ຟີນເທັກ ເຊິ່ງເປັນບໍລິສັດລູກ ຂອງ ບໍລິສັດສະຕາ ໂທລະຄົມ ( ຢູນີເທວ ), ບໍລິການ ຢູນີມັນນີ ເຮັດໃຫ້ຊ່ອງທາງການຈ່າຍເງິນເດືອນສະດວກ ແລະ ໄວຍິ່ງຂຶ້ນ ໂດຍສະເພາະແມ່ນການເບີກຈ່າຍເງິນເດືອນແກ່ພະນັກງານ ລັດຖະກອນ, ລັດວິສາຫະກິດ ແລະ...

ທ່ານນາຍົກພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 36

ເນື່ອງຈາກປີນີ້ເກີດການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການເດີນທາງໄປມາລຳບາກ ແລະ ມີຄວາມສ່ຽງ ດັ່ງນັ້ນ, ຄະນະຜູ້ແທນລາວທີ່ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈິ່ງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຂອງຜູ້ນໍາອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36...

ກົມຄຸ້ມຄອງແຮງງານລົງກວດກາ ການປະຕິບັດກົດໝາຍແຮງງານຢູ່ໂຄງການທາງລົດໄຟ ລາວ – ຈີນ

ທ້າຍອາທິດຜ່ານມາ ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍທີມງານ ໂດຍສົມທົບກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍແຮງງານ ໃນໄລຍະ 6 ເດືອນຕົ້ນປີ 2020 ຢູ່ບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ - ຈີນ ໄລຍະຜ່ານແຂວງອຸດົມໄຊ...

ຫົວເຫວີຍ ຖືກຈັດຢູ່ໃນອັນດັບ 6 ໃນບັນດາບໍລິສັດທີ່ມີນະວັດຕະກໍາສູງສຸດຂອງໂລກ ໃນປີ 2020

ວັນທີ 24 ມິຖຸນາ 2020 ທີ່ປະເທດສິງກະໂປ ຫົວເຫວີຍ ເຊິ່ງເປັນບໍລິສັດສະໜອງໂຄງສ້າງພື້ນຖານດ້ານ ICT ຊັ້ນນໍາລະດັບໂລກ ໄດ້ຖືກຈັດຢູ່ອັນດັບທີ 6 ໃນລາຍຊື່ຫຼ້າສຸດຂອງ BCG ສໍາລັບ 50 ບໍລິສັດທີ່ມີນະວັດຕະກໍາສູງສຸດ ໃນປີ 2020 ເຊິ່ງໄດ້ຍັບຂຶ້ນຈາກອັນດັບເກົ່າເຖິງ 42 ອັນດັບ. ນີ້ຖືວ່າເປັນການຖືກຈັດອັນດັບທີ່ສູງທີ່ສຸດສໍາລັບຍັກໃຫຍ່ດ້ານເຕັກໂນໂລຊີ ນັບຕັ້ງແຕ່ປີ 2012...
- Advertisment -
Slide
Slide

Most Read

error: Content is protected !!