ແຂວງສະຫວັນນະເຂດ – ຄຳມ່ວນ ເຊັນບົດບັນທຶກການແກ້ໄຂເຂດແດນເຊື່ອມຕໍ່

283

ພິທີເຊັນບົດບັນທຶກການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງເມືອງວິລະບູລີ, ເມືອງອາດສະພອນ ແຂວງສະຫວັນນະເຂດ ກັບເມືອງໄຊບົວທອງ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ກັບ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະຮັບຜິດຊອບແກ້ໄຂບັນຫາເຂດແດນຂອງທັງສອງແຂວງເຂົ້າຮ່ວມ.

ໂອກາດນີ້, ທັງສອງຝ່າຍກໍໄດ້ມີການປຶກສາຫາລືກ່ຽວກັບການເຊັນບົດບັນທຶກການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງ ເມືອງອາດສະພອນ, ເມືອງວິລະບູລີ ແຂວງສະຫວັນນະ ເຂດ ກັບ ເມືອງໄຊບົວທອງ ແຂວງຄຳມ່ວນ ເຊິ່ງໄດ້ຕົກລົງເປັນເອກະພາບກັນ ດັ່ງນີ້: ດ້ານການແກ້ໄຂເຂດແດນເຊື່ອມຕໍ່ແມ່ນເຫັນດີປະຕິບັດຕາມບົດບັນທຶກກອງປະຊຸມກ່ຽວກັບການຕົກລົງແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງສະຫວັນນະເຂດ ກັບ ແຂວງຄຳມ່ວນ ສະບັບລົງວັນທີ 18/5/1999 ແລະ ແຜນທີ່ປີ 1983 ຢູ່ແຂວງຈໍາປາສັກ ເຫັນດີໂອນບ້ານໂພນຄໍາ ເມືອງໄຊບົວທອງ ແຂວງຄໍາມ່ວນ ໄປຂຶ້ນກັບອຳນາດການປົກຄອງເມືອງວິລະບູລີ ແຂວງສະຫວັນນະເຂດ ຕາມການຕົກລົງຂອງປະຊາຊົນບ້ານດັ່ງກ່າວ.


ເຫັນດີໂອນ ( ຄຸ້ມທ່າໂພ ) ບ້ານສົບເຊ ເມືອງອາດສະພອນ ແຂວງສະຫວັນນະເຂດ ຈໍານວນ 18 ຫຼັງຄາເຮືອນ, 25 ຄອບຄົວ, ພົນລະເມືອງ 137 ຄົນ ຍິງ 67 ຄົນ ທີ່ຕັ້ງຖິ່ນຖານພູມລຳເນົາບ້ານເຮືອນຢູ່ພາກເຊເບື້ອງເມືອງໄຊບົວທອງ, ແຂວງຄຳມ່ວນ ໃຫ້ໄປຂຶ້ນກັບອຳນາດການປົກຄອງເມືອງໄຊບົວທອງ ຕາມການເຫັນດີຂອງປະຊາຊົນຄຸ້ມບ້ານດັ່ງກ່າວ. ສ່ວນພິທີມອບ – ຮັບໂອນບັນດາບ້ານເປົ້າໝາຍ ແມ່ນມອບໃຫ້ສອງກອງເລຂາຂອງ 2 ແຂວງ ສືບຕໍ່ກະກຽມຈັດສັນ ເວລາ ແລະ ສະຖານທີ່ຕາມ ຄວາມເໝາະສົມ.

ດ້ານວຽກງານແກ້ໄຂເຂດແດນເຊື່ອມຕໍ່ບ້ານນາໂມ້ ເມືອງໄຊບົວທອງ ແລະ ເມືອງວິລະບູລີ ກອງປະຊຸມເຫັນ ດີມອບໃຫ້ສອງກອງເລຂາແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ສືບຕໍ່ສົມທົບກັບກະຊວງພາຍໃນ ເພື່ອປຶກສາຫາລືຊອກວິທີທາງອອກຮ່ວມກັນ ແລະ ມອບໃຫ້ຄະນະຂັ້ນເມືອງສືບຕໍ່ພົບປະຫາລືກ່ຽວກັບວຽກງານເຂດແດນເຊື່ອມຕໍ່ ໂດຍປະຕິບັດຕາມຄຳແນະນຳເລກທີ 01/ພນ.