ກົມຄຸ້ມຄອງແຮງງານລົງກວດກາ ການປະຕິບັດກົດໝາຍແຮງງານຢູ່ໂຄງການທາງລົດໄຟ ລາວ – ຈີນ

152

ທ້າຍອາທິດຜ່ານມາ ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍທີມງານ ໂດຍສົມທົບກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍແຮງງານ ໃນໄລຍະ 6 ເດືອນຕົ້ນປີ 2020 ຢູ່ບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ໄລຍະຜ່ານແຂວງອຸດົມໄຊ ຢູ່ບໍລິສັດວິສະວະກໍາທາງລົດໄຟເລກ 8.

ການລົງເຄື່ອນໄຫວເຮັດວຽກຂອງກົມຄຸ້ມຄອງແຮງງານ ແລະ ພະແນກ ຮສສ ແຂວງໃນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະພາບລວມຂອງບໍລິສັດ ເຊິ່ງທາງບໍລິສັດໄດ້ປະຕິບັດກົດໝາຍແຮງງານ ແລະ ນະໂຍບາຍດ້ານຕ່າງໆ ໃຫ້ແກ່ແຮງງານ ຫຼື ກໍາມະກອນທີ່ຢູ່ໃນການຄຸ້ມຄອງຂອງບໍລິສັດຢ່າງເຂັ້ມງວດ ແລະ ເປັນປົກກະ ຕິ ຈະເປັນດ້ານສະຫວັດດີການ, ໄລຍະເວລາຂອງການເຮັດວຽກ, ການກຳນົດຈ່າຍຄ່າແຮງງານໃນແຕ່ລະເດືອນ.

ໂອກາດດັ່ງກ່າວ, ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເນັ້ນໃຫ້ແຕ່ລະບໍລິສັດທີ່ຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ໄລຍະຜ່ານແຂວງ ອຸດົມໄຊ ສືບຕໍ່ເອົາໃຈໃສ່ໃນການປະຕິບັດນະໂຍບາຍ ແລະ ກົດໝາຍແຮງງານຂອງລາວໃຫ້ເຂັ້ມງວດ ພ້ອມທັງມອບໃຫ້ພະແນກ ຮສສ ແຂວງ ອຸດົມໄຊ ສືບຕໍ່ຕິດຕາມ, ກວດກາ, ເກັບກຳຂໍ້ມູນ ແລະ ລາຍງານສະພາບໃຫ້ແກ່ການນຳແຂວງ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຢ່າງເປັນປົກກະຕິ.

[ ຂ່າວ: ຄານມະນີ ຮຽນດໍຈັນ ]