ເຄັດລັບ ພ້ອມວິທີນຶ່ງປາບໍ່ໃຫ້ມີກິ່ນຄາວ

126

ປາເປັນຊີ້ນສັດທີ່ມີປະໂຫຍດ ບໍ່ມີໄຂມັນ ກິນແລ້ວກໍບໍ່ເຮັດໃຫ້ຕຸ້ຍ ສາມາດເປັນເມນູຫຼຸດນ້ຳໜັກໄດ້ດີ ຍ່ອຍງ່າຍມີໂປຣຕີນ ເໝາະສຳລັບເດັກນ້ອຍ ຜູ້ສູງອາຍຸ ເພາະໃຫ້ປະໂຫຍດຕໍ່ຮ່າງກາຍໄດ້ດີ ທີ່ສຳຄັນບໍ່ເປັນອັນຕະລາຍຕໍ່ຮ່າງກາຍ ແຕ່ກໍເຮັດໃຫ້ບາງຄົນບໍ່ມັກກິນນຶ້ງປາ ເພາະມີກິ່ນຄາວ.

ເຄັດລັບການນຶ້ງປາບໍ່ໃຫ້ຄາວ

  • ເລືອກປາທີ່ສົດໃໝ່ ໂດຍການສັງເກດຕາຂອງປາຈະໃສ ຟັນຟືມຕ້ອງມີສີແດງສົດ.

  • ໃຊ້ສະໝຸນໄພຊ່ວຍໃນການດັບກິ່ນຄາວຂອງປາ ຈະເຮັດໃຫ້ປາມີລົດຊາດທີ່ດີກວ່າໂດຍໃສ່ ຫົວສີໄຄ,
    ໃບຂີ້ຫູດ, ໃບບົວລະພາ ແລະ ຫອມບົວແຫ້ງ ຈະຊ່ວຍດັບກິ່ນຄາວ.

  • ວິທີການນຶ້ງປາບໍ່ໃຫ້ຄາວແມ່ນຕ້ອງເຮັດໃຫ້ນ້ຳຮ້ອນຟົດແຮງ ຈຶ່ງໃສ່ປາລົງໄປ ເພາະໄອນ້ຳຮ້ອນທີ່ຟົດຢູ່
    ຈະຊ່ວຍກຳຈັດກິ່ນຄາວໃນຊີ້ນປາໄດ້ ແລະເວລານຶ້ງໃຫ້ເປີດຝາໄວ້ເພື່ອໃຫ້ກິ່ນຄາວລະເຫີຍອອກໄປກັບໄອນ້ຳຮ້ອນ.

ສ່ວນປະກອບມີ: ປາ 1 ໂຕ, ສະອິ໊ວຂາວ 3 ບ່ວງແກງ, ນ້ຳຕານຊາຍ 1 ບ່ວງແກງ, ເຫຼົ້າຈີນ 1 ບ່ວງແກງ, ນ້ຳມັນງາ 1 ບ່ວງແກງ, ຂິງຊອຍ 100 ກຣາມ, ຫອມບົວໃບຊອຍ ແລະ ໝາກເຜັດແດງຊອຍ.

ວິທີປຸງແຕ່ງ: ຂັ້ນຕອນທຳອິດແມ່ນເອົາປາມາລ້າງ ເສາະເກັດ ຄົວໄສ້ອອກໃຫ້ສະອາດ ແລ້ວບັ້ງປາທັ້ງ 2 ດ້ານ ໃສ່ຈານ ຫຼື ຖາດໄວ້ກຽມນຶ້ງ ຕໍ່ມາແມ່ນປະສົມເຄື່ອງປຸງກໍຈະມີສະອິ໊ວຂາວ, ນ້ຳຕານຊາຍ, ນ້ຳມັນງາ ແລະ ເຫຼົ້າຈີນ ປະສົມໃຫ້ເຂົ້າກັນ ແລ້ວເອົາໄປທາໃສ່ໂຕປາທີ່ຈະນຳເອົາໄປນຶ້ງ ຫຼັງຈາກນັ້ນແມ່ນກຽມຂິງຊອຍ, ຫອມບົວໃບຊອຍ ແລະ ໝາກເຜັດແດງຊອຍ ໂຮຍເທິງໂຕປາ ຕັ້ງໝໍ້ຕົ້ມນ້ຳໃຫ້ຟົດ ຈາກນັ້ນຈຶ່ງຄ່ອຍນຳເອົາປາລົງໄປນຶ້ງ ໃສ່ຫົວສີໄຄທຸບ ແລະ ຫອມບົວແຫ້ງ ໂດຍໃຊ້ໄຟແຮງປະມານ 30 ນາທີ ໃນການນຶ້ງປາຈົນສຸກ ເມນູນີ້ສາມາດເອົາປາທີ່ທ່ານມັກກິນມາປຸງແຕ່ງໄດ້.