Monthly Archives: June, 2020

ໂອກາດທຸລະກິດພາຍໃນສະໜອງສິນຄ້າໃຫ້ຮ້ານສະດວກຊື້ໄລຍະໂຄວິດ

ລາຍງານພິເສດມື້ນີ້ ຈະນຳສະເໜີບົດ “ ໂອກາດທຸລະກິດພາຍໃນຂອງລາວ ໃນການສະໜອງສິນຄ້າໃຫ້ຮ້ານສະດວກຊື້ທັນສະໄໝ ໄລຍະການແຜ່ລະບາດພະຍາດໂຄວິດ - 19 ຢູ່ນະຄອນຫຼວງວຽງຈັນ ” ເຊິ່ງເປັນບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍການຄ້າ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ. ໂດຍລວມແລ້ວສັງເກດເຫັນວ່າ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ - 19 ໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດພາຍໃນເປັນວົງກວ້າງ ໂດຍສະເພາະແມ່ນຂະແໜງການບໍລິການ. ແຕ່ເຖິງຢ່າງໃດກໍຕາມ, ມີທຸລະກິດຈໍານວນໜຶ່ງທີ່ສາມາດນໍາໃຊ້ວິກິດການນີ້ໃຫ້ເປັນໂອກາດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍາດແຍ່ງສ່ວນແບ່ງທາງການຕະຫຼາດຫຼາຍຂຶ້ນກວ່າເກົ່າໄດ້...

ຮອງນາຍົກ ຊີ້ແຈງມາດຕະການການເພີ່ມທະວີການຈັດເກັບລາຍຮັບ

ລັດຖະບານ ຈະສຸມໃສ່ຄົ້ນຄວ້າ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ ສືບຕໍ່ເລັ່ງຂະຫຍາຍການຄຸ້ມຄອງຈັດເກັບລາຍຮັບ ຜ່ານລະບົບຄຸ້ມຄອງທີ່ທັນສະໄໝໃຫ້ກວ້າງຂວາງກວ່າເກົ່າ ເພື່ອຍົກສູງປະສິດທິພາບໃນການຈັດເກັບ ທັງເປັນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ມອບພັນທະໃຫ້ຫຼາຍຂຶ້ນ. ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຄັ້ງວັນທີ 25 ມິຖຸນາ 2020, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ...

ຮອງເຈົ້າຄອງ ໃຫ້ຕະຫຼາດ ລາວອົດຊີ-ຢູໂຣບ ເອົາໃຈໃສ່ຮັກສາມາດຕະຖານ

ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມສະພາບການຊື້-ຂາຍຢູ່ຕະຫຼາດລາວອົດຊີ-ຢູໂຣບ ພ້ອມເນັ້ນຫຼາຍບັນຫາສຳຄັນໃຫ້ຕະຫຼາດດັ່ງກ່າວສືບຕໍ່ຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການປ້ອງກັນພະຍາດໂຄວິດ-19, ກົນໄກການພັດທະນາຕະຫຼາດໃຫ້ມີຄວາມຍືນຍົງ ພ້ອມນີ້ຕ້ອງຮັກສາໃຫ້ໄດ້ມາດຕະຖານຕະຫຼາດທີ່ມີຄວາມສະອາດ-ປອດໄພ ແລະ ສະຫງົບ. ນອກນັ້ນ, ຕ້ອງເປັນເຈົ້າການເຂົ້າຮ່ວມສະກັດກັ້ນສິນຄ້າເຖື່ອນທີ່ລັກລອບນໍາເຂົ້າຈາກຕ່າງປະເທດ ແລະ ໃຫ້ມີບ່ອນວາງຂາຍສິນຄ້າໂອດ໊ອບເພື່ອສົ່ງເສີມຜະລິດຕະພັນພາຍໃນ. ທ່ານ ນາງ ສຸດາໄລ ສີຄຳແພງ ຕາງໜ້າເຈົ້າຂອງຕະຫຼາດ ລາວອົດຊີ-ຢູໂຣບ ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ລາຍງານຫຍໍ້ຕໍ່ທ່ານຮອງເຈົ້າຄອງພ້ອມດ້ວຍຄະນະ...

ຈົ່ງພ້ອມກັນເປັນເຈົ້າການ ເຂົ້າຮ່ວມໃນການສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດ

ສານຂອງພະນະ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 33 ປີ, ວັນທີ 26 ມິຖຸຸນາ 2020 (26/06/1987-26/06/2020) ເຊິ່ງມີເນື້ອໃນໃຈຄວາມດັ່ງນີ້ ພີ່ນ້ອງຮ່ວມຊາດ ທີ່ ຮັກແພງ ທັງຫຼາຍ! ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ...

ຕາມນີ້! ສາທາຊີ້ແຈງ ເຫດນັກຮຽນ 200 ກວ່າຄົນ ກິນຢາຂ້າແມ່ທ້ອງແລ້ວຕ້ອງນຳສົ່ງໂຮງໝໍ

ຈາກປະເດັນ ນັກຮຽນຈໍານວນ 200ກວ່າຄົນ ຕ້ອງຖືກນຳສົ່ງເຂົ້າໂຮງໝໍດ່ວນ ໂດຍບໍ່ຮູ້ສາເຫດ ຫຼັງກິນຢ່າຂ້າແມ່ທ້ອງ, ເຊິ່ງເຮັດສັງຄົມວິພາກວິຈານໄປຕ່າງໆນາໆ ເຖິງປະເດັນດັ່ງກ່າວ, ຫຼ້າສຸດ ພາກສ່ວນກ່ຽວຂ້ອງ ໂດຍມີກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ໄດ້ອອກມາຖະແຫຼງຂ່າວຊີ້ແຈງເຫດການດັ່ງກ່າວແລ້ວ. ວັນທີ 25 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວຊີ້ແຈງເຫດນັກຮຽນກິນຢາຂ້າແມ່ທ້ອງແລ້ວຖືກສົ່ງເຂົ້າໂຮງໝໍ ໃນວັນທີ 24 ມິຖຸນາ ໂດຍການຖະແຫຼງຂອງທ່ານ ຣັດຕະນະໄຊ...

ສະຫະລັດອາເມລິກາ ສັນຍາຈະສືບຕໍ່ໃຫ້ການຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກຢູ່ລາວ

ການປະເຊີນກັບລະເບີດບໍ່ທັນແຕກແຕ່ສະໄໝສົງຄາມຢູ່ເຂດພາກເໜືອຂອງລາວ ລວມທັງແຂວງພາກກາງ ແລະພາກໃຕ້ທີ່ມີຊາຍແດນຕິດກັບ ສສ ຫວຽດນາມເປັນຝັນຮ້າຍ ທໍລະມານຈິດໃຈປະຊາຊົນລາວມາແຕ່ດົນນານ ແລະ ພາກເອົາຊີວິດຄົນລາວໄປແລ້ວເປັນຈໍານວນຫຼາຍ, ເຖິງແມ່ນວ່າມີຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອລັດຖະບານໃນການເກັບກູ້ໄປແລ້ວບາງສ່ວນແຕ່ມັນກໍ່ຍັງຫຼົງເຫຼືອຢູ່ບໍ່ໜ້ອຍ. ຫຼ້າສຸດ ເອກອັກຄະລັດຖະທູດສະຫະລັດອາເມລິກາ ຄົນໃໝ່ ປະຈໍາລາວ ເຜີຍວ່າ ທາງລັດຖະບານສະຫະລັດອາເມລິກາຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ໃນທຸກດ້ານ ໂດຍສະເພາະແມ່ນ ການເກັບກູ້ລະເບີດບໍ່ທັນແຕກ ແລະ ຊ່ວຍໜູນເສດຖະກິດລາວໃຫ້ເຕີບໂຕຢ່າງແຂງແຮງ. ທ່ານ ປີເຕີ້...

ດ່ວນທີ່ສຸດ ກົມຄວບຄຸມພະຍາດຕິດຕໍ່ ແຈ້ງການເຖິງໂຮງຮຽນຕ່າງໆໃຫ້ຢຸດ ການແຈກຢາຍຢາຂ້າແມ່ທ້ອງ

ສືບເນື່ອງມາຈາກເຫດການທີ່ເກີດຕາມບັນດາໂຮງຮຽນ ພາຍຫຼັງກິນຢາຂ້າແມ່ທ້ອງແລ້ວເຮັດໃຫ້ນ້ອງນ້ອຍນັກຮຽນເກີດອາການແພ້ຢາ ວິນຫົວປວດຮາກ ຈົນຕ້ອງໄດ້ພານ້ອງໆເຂົ້າໂຮງໝໍໂດຍດ່ວນ, ຫຼ້າສຸດ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການໃຫ້ທຸກໂຮງຮຽນຢຸດການຢາຍຢາດັ່ງກ່າວໃຫ້ນັກຮຽນກິນ. ໂດຍກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ອອກໜັງສືແຈ້ງການ ເລກທີ 792/ກຄພຕ, ນະຄອນຫຼວງວຽງຈັນ ວັນທີ 25 ມິຖຸນາ 2020 ເຖິງຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ເລື່ອງຢຸດການຢາຍຢາຂ້າແມ່ທ້ອງໃນໂຮງຮຽນຊົ່ວຄາວ. ອີງຕາມທິດຊີ້ນຳຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ວັນທີ 25...

ນ້ອງໆສາຍສາມັນກຽມສອບເສັງຈົບຊັ້ນກາງເດືອນກໍລະກົດ

ຈາກສະພາບການລະບາດຂອງພະຍາດໂຄວິດ - 19 ເຮັດໃຫ້ການຮຽນ - ການສອນໄດ້ປິດຊົ່ວຄາວເປັນເວລາເດືອນປາຍ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກີລາ ຈຶ່ງໄດ້ປັບຕາຕະລາງການຮຽນ - ການສອນ ແລະ ການສອບເສັງຄືນໃໝ່ ໂດຍໄດ້ກຳນົດການສອບເສັງຂອງສາຍສາມັນໃນກາງຫາທ້າຍເດືອນກໍລະກົດ. ອີງຕາມແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 1767/ຫກ ລົງວັນທີ 15 ມິຖຸນາ 2020...

ບໍລິສັດເຮັດບີການຄ້າຈະສຶກສາສຳຫຼວດການລົງທຶນ 3 ໂຄງການຢູ່ແຂວງໄຊສົມບູນ

ແຂວງໄຊສົມບູນ ຄ່ອຍໆແຕກໜໍ່ຈໍ່ແນວຂຶ້ນເທື່ອລະໜ້ອຍໃນເບື້ອງການພັດທະນາເສດຖະກິດ - ສັງຄົມ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ. ຫຼ້າສຸດນີ້ທາງການແຂວງຫາກໍມີພິທີເຊັນສັນຍາກັບ ບໍລິສັດ ເຮັດບີການຄ້າ ເພື່ອສຶກສາສຳຫຼວດ ແລະ ລົງທຶນໃນ 3 ໂຄງການ ທີ່ລ້ວນແຕ່ຕິດພັນກັບການສ້າງວຽກເຮັດງານທຳ, ສ້າງລາຍຮັບແກ່ປະຊາຊົນ 5 ເມືອງໃນແຂວງໄຊສົມບູນ. ການເຊັນບົດບັນທຶກ ຄວາມເຂົ້າໃຈປະກອບມີໂຄງການສໍາຫຼວດ, ສຶກສາຂໍ້ມູນທາງດ້ານນໍ້າມັນ ແລະ ອາຍແກ໊ສທໍາມະຊາດ, ໂຄງການສຶກສາສໍາຫຼວດຄວາມເປັນໄປໄດ້ ໂຄງການສົ່ງເສີມການປູກພືດອິນຊີ ໂດຍນໍາໃຊ້ເຕັກໂນໂລຊີທາງຊີວະພາບແບບປະສົມປະສານໃນຂອບເຂດ...

ເຂົ້າໄກ່ນ້ອຍສິນຄ້າປາຍແຫຼມຂອງແຂວງຊຽງຂວາງ ຈັດຕັ້ງໂຄງການສົ່ງເສີມຈິງຈັງ

ເຂົ້າໄກ່ນ້ອຍ ກຳລັງເປັນທີ່ນິຍົມຂອງຜູ້ບໍລິໂພກນັບມື້ສູງຂຶ້ນ ບໍ່ພຽງນຳໃຊ້ກິນໃນຊີວິດປະຈຳວັນເທົ່ານັ້ນ ແຕ່ເລີ່ມໄດ້ມີການນຳໃຊ້ເຂົ້າໃນໂຮງງານອຸດສາຫະກຳ ເຊິ່ງນັ້ນກາຍເປັນທ່າແຮງສຳຄັນທາງການຕະຫຼາດໃຫ້ປະຊາຊົນຊາວນາມີແຮງສູ້, ພາກລັດເອງກໍມີການຈັດຕັ້ງໂຄງການສົ່ງເສີມການປູກຢ່າງຈິງຈັງ. ຕາມຂ່າວໃຫ້ຮູ້ວ່າ: ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຊຽງຂວາງ ຮ່ວມກັບ ກົມຊັບສິນທາງປັນຍາ ແລະ ອົງການພັດທະນາຂອງຝຣັ່ງ ( AFD ) ໄດ້ເປີດກອງປະຊຸມ ກ່ຽວກັບການເຜີຍແຜ່ໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດເຂົ້າໄກ່ນ້ອຍ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ໃຫ້ຜູ້ເຂົ້າຮ່ວມທີ່ຢູ່ໃນເປົ້າໝາຍຂອງໂຄງການ ແລະ...
- Advertisment -
Slide
Slide

Most Read

error: Content is protected !!