ບໍລິສັດເຮັດບີການຄ້າຈະສຶກສາສຳຫຼວດການລົງທຶນ 3 ໂຄງການຢູ່ແຂວງໄຊສົມບູນ

249

ແຂວງໄຊສົມບູນ ຄ່ອຍໆແຕກໜໍ່ຈໍ່ແນວຂຶ້ນເທື່ອລະໜ້ອຍໃນເບື້ອງການພັດທະນາເສດຖະກິດ – ສັງຄົມ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ. ຫຼ້າສຸດນີ້ທາງການແຂວງຫາກໍມີພິທີເຊັນສັນຍາກັບ ບໍລິສັດ ເຮັດບີການຄ້າ ເພື່ອສຶກສາສຳຫຼວດ ແລະ ລົງທຶນໃນ 3 ໂຄງການ ທີ່ລ້ວນແຕ່ຕິດພັນກັບການສ້າງວຽກເຮັດງານທຳ, ສ້າງລາຍຮັບແກ່ປະຊາຊົນ 5 ເມືອງໃນແຂວງໄຊສົມບູນ.


ການເຊັນບົດບັນທຶກ ຄວາມເຂົ້າໃຈປະກອບມີໂຄງການສໍາຫຼວດ, ສຶກສາຂໍ້ມູນທາງດ້ານນໍ້າມັນ ແລະ ອາຍແກ໊ສທໍາມະຊາດ, ໂຄງການສຶກສາສໍາຫຼວດຄວາມເປັນໄປໄດ້ ໂຄງການສົ່ງເສີມການປູກພືດອິນຊີ ໂດຍນໍາໃຊ້ເຕັກໂນໂລຊີທາງຊີວະພາບແບບປະສົມປະສານໃນຂອບເຂດ 5 ເມືອງ ແລະ ໂຄງການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນສົ່ງເສີມການປູກ, ອະນຸຮັກ ແລະ ປຸງແຕ່ງໃບຊາປ່າ ( ຊາໝ້ຽງ ) ຢູ່ບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ.


ພິທີເຊັນບົດບັນທຶກ ຄວາມເຂົ້າໃຈລະຫວ່າງພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ກັບ ບໍລິສັດ ເຮັດບີ ການຄ້າຂາອອກ – ຂາເຂົ້າ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2020 ຜ່ານມາ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ທ່ານ ຢີງ ຈິນຊຽງ, ປະທານ ບໍລິສັດ ເຮັດບີການຄ້າຂາອອກ – ຂາເຂົ້າ ຈໍາກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ ທ່ານ ຈັນທະໝອນ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ລາຍງານກ່ຽວກັບຂໍ້ມູນພື້ນຖານຂອງ 3 ໂຄງການ ວ່າ: ໂຄງການບໍ່ນໍ້າມັນ ແລະ ອາຍແກ໊ສທໍາມະຊາດ ກ່ອນທີ່ບໍລິສັດຈະໄດ້ດໍາເນີນການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກບໍ່ນໍ້າມັນ ແລະ ອາຍແກ໊ສຢູ່ພາກສະໜາມ ເຊິ່ງບໍລິສັດຕ້ອງໄດ້ຖອກເງິນຄໍ້າປະກັນ ຈຳນວນ 100.000 ໂດລາສະຫະລັດ, ສຳລັບໂຄງການສົ່ງເສີມການປູກພືດອິນຊີ ໂດຍນໍາໃຊ້ເຕັກໂນໂລຊີທາງຊີວະພາບແບບປະສົມປະສານໃນຂອບເຂດ 5 ເມືອງ ກໍຕ້ອງໄດ້ຖອກເງິນຄໍ້າປະກັນ ຈຳນວນ 100 ລ້ານກີບ ແລະ ໂຄງການສົ່ງເສີມການປູກ, ອະນຸຮັກ ແລະ ປຸງແຕ່ງພັດທະນາຜະລິດຕະພັນຊາປ່າ ( ໃບໝ້ຽງ ) ບໍລິສັດກໍຕ້ອງໃຫ້ເງິນຄໍ້າປະກັນ ຈຳນວນ 100 ລ້ານກີບ.


ສໍາລັບໂຄງການບໍ່ນໍ້າມັນ ແລະ ອາຍແກັສທໍາມະຊາດ, ໂຄງການສົ່ງເສີມການປູກພືດອິນຊີ ໂດຍນໍາໃຊ້ເຕັກໂນໂລຊີທາງຊີວະພາບແບບປະສົມປະສານໃນຂອບເຂດ 5 ເມືອງ ແລະ ໂຄງການສົ່ງເສີມການປູກ, ອະນຸຮັກ ແລະ ປຸງແຕ່ງພັດທະນາຜະລິດຕະພັນຊາປ່າ ( ໃບໝ້ຽງ ) ເຊິ່ງບົດບັນທຶກຄວາມເຂົ້າໃຈ 3 ສະບັບນີ້ ມີອາຍຸ 24 ເດືອນ ນັບແຕ່ສອງຝ່າຍລົງລາຍເຊັນເປັນຕົ້ນໄປ.


ໂອກາດດັ່ງກ່າວ, ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ເນັ້ນນັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍຄືພະແນກແຜນການ ແລະ ການລົງທຶນແຂວງ ຈົ່ງເປັນເຈົ້າການສູງໃນການປະສານງານ, ລົງຕິດຕາມກວດກາ ພ້ອມທັງອໍານວຍຄວາມສະດວກດ້ານຕ່າງໆໃຫ້ທາງບໍລິສັດໄດ້ດຳເນີນການຈັດຕັ້ງປະຕິບັດໂຄງການຢ່າງຕໍ່ເນື່ອງ ແລະ ໃຫ້ຖືກຕ້ອງຕາມເຕັກນິກວິຊາການຮອບດ້ານ. ທັງນີ້, ກໍເພື່ອໃຫ້ບໍລິສັດໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາເສດຖະກິດ ຂອງແຂວງໄຊສົມບູນ ໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນເລື້ອຍໆ.