ໂອກາດທຸລະກິດພາຍໃນສະໜອງສິນຄ້າໃຫ້ຮ້ານສະດວກຊື້ໄລຍະໂຄວິດ

150

ລາຍງານພິເສດມື້ນີ້ ຈະນຳສະເໜີບົດ “ ໂອກາດທຸລະກິດພາຍໃນຂອງລາວ ໃນການສະໜອງສິນຄ້າໃຫ້ຮ້ານສະດວກຊື້ທັນສະໄໝ ໄລຍະການແຜ່ລະບາດພະຍາດໂຄວິດ – 19 ຢູ່ນະຄອນຫຼວງວຽງຈັນ ” ເຊິ່ງເປັນບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍການຄ້າ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ.

ໂດຍລວມແລ້ວສັງເກດເຫັນວ່າ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດພາຍໃນເປັນວົງກວ້າງ ໂດຍສະເພາະແມ່ນຂະແໜງການບໍລິການ. ແຕ່ເຖິງຢ່າງໃດກໍຕາມ, ມີທຸລະກິດຈໍານວນໜຶ່ງທີ່ສາມາດນໍາໃຊ້ວິກິດການນີ້ໃຫ້ເປັນໂອກາດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍາດແຍ່ງສ່ວນແບ່ງທາງການຕະຫຼາດຫຼາຍຂຶ້ນກວ່າເກົ່າໄດ້ ໂດຍສະເພາະແມ່ນທຸລະກິດການຜະລິດສິນຄ້າກະສິກໍາເພື່ອທົດແທນການນໍາເຂົ້າ, ເຄື່ອງໃຊ້ຄົວເຮືອນ, ອາຫານ ແລະ ເຄື່ອງດື່ມເຫຼົ່ານີ້ເປັນຕົ້ນ.

ແຕ່ບັນດາທຸລະກິດເຫຼົ່ານີ້ ສ່ວນໃຫຍ່ຍັງເປັນຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ, ຄວາມອາດສາມາດໃນການຜະລິດຍັງມີຈໍາກັດ ແລະ ມາດຕະຖານຂອງສິນຄ້າຍັງບໍ່ສູງ ເມື່ອທຽບກັບສິນຄ້ານໍາເຂົ້າຈໍານວນໜຶ່ງ. ດັ່ງນັ້ນ, ມັນຈຶ່ງມີຄວາມຈໍາເປັນໃນການສຶກສາຄົ້ນຄວ້າ, ຫາວິທີທາງແກ້ໄຂ ແລະ ຊ່ວຍສົ່ງເສີມໃຫ້ທຸລະກິດພາຍໃນເຕີບໂຕທັງຮັບປະກັນຄວາມຍືນຍົງຜ່ານການສ້າງນະໂຍບາຍ ແລະ ມາດຕະການສະໜັບສະໜູນຢ່າງເໝາະສົມ ເພື່ອຍົກລະດັບການຜະລິດ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ນີ້ເປັນໂອກາດອັນດີທີ່ຈະເຮັດໃຫ້ທຸລະກິດພາຍໃນຂອງລາວກາຍເປັນຜູ້ສະໜອງສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບ ແລະ ມາດຕະຖານ ເພື່ອທົດແທນການນໍາເຂົ້າໄດ້ໃນອະນາຄົດ ແລະ ເຮັດໃຫ້ຜູ້ບໍລິໂພກພາຍໃນປ່ຽນພຶດຕິກໍາມາຊົມໃຊ້ສິນຄ້າພາຍໃນໃຫ້ຫຼາຍຂຶ້ນ.

ການສຶກສາຄັ້ງນີ້ມີຈຸດປະສົງ ເພື່ອຕອບຄໍາຖາມທີ່ວ່າໃນໄລຍະການເຂັ້ມງວດມາດຕະການຈໍາກັດ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ – 19 ຜູ້ປະກອບການພາຍໃນຂອງລາວມີໂອກາດຂາຍສິນຄ້າໃຫ້ກັບຮ້ານສະດວກຊື້ເພີ່ມຂຶ້ນບໍ່? ພ້ອມທັງຊອກຫາບັນຫາ ແລະ ວິທີທາງແກ້ໄຂຊ່ວຍ ເພື່ອຮັບປະກັນໃຫ້ເຂົາເຈົ້າສາມາດສະໜອງສິນຄ້າໄດ້ຢ່າງຕໍ່ເນື່ອງ ພາຍຫຼັງການຜ່ອນຜັນ ຫຼື ຍົກເລີກມາດຕະການຈໍາກັດດັ່ງກ່າວນັ້ນ.

ກຸ່ມເປົ້າໝາຍການລົງເກັບກໍາຂໍ້ມູນຄັ້ງນີ້ແມ່ນຮ້ານສະດວກຊື້ທັນສະໄໝປະກອບດ້ວຍ ຮ້ານຄ້າສີເມືອງ, ຮ້ານສະກາຍ ( Sky Supermarket ), ຮ້ານບິກຊີ ( Mini Big – C ), ຮ້ານບາຊາບີ ( Bazaar-B ), ຮ້ານຈິບຟີ ( Jiffy ) ແລະ ຮ້ານເຈມາກ ( J mart ) ໂດຍນໍາໃຊ້ວິທີການສໍາພາດແບບເປີດ ( In – Depth Interview ) ທີ່ມີໂຄງສ້າງຄໍາຖາມອັນດຽວກັນ, ເຫດຜົນການເລືອກເອົາບັນດາຮ້ານສະດວກຊື້ເຫຼົ່ານີ້ກໍເພາະວ່າ ທາງຮ້ານມີການບໍລິຫານຈັດການທີ່ດີ, ມີລະບົບການຄຸ້ມຄອງທີ່ທັນສະໄໝ ແລະ ເປັນທີ່ຮູ້ຈັກກັນໃນສັງຄົມຢ່າງກວ້າງ ຂວາງແລ້ວ, ຖ້າທຸລະກິດຂະໜາດນ້ອຍຂອງລາວມີໂອກາດ ແລະ ສາມາດເຂົ້າຮ່ວມເປັນຕ່ອງໂສ້ການສະໜອງ ບໍ່ວ່າຈະສະໜອງວັດຖຸດິບກໍຄືສິນຄ້າ ໄດ້, ບໍ່ວ່າຈະຢູ່ໃນສະພາບການຈໍາກັດ ຫຼື ຫຼັງການຈໍາກັດມາດຕະການນັ້ນ ກໍໝາຍຄວາມວ່າທຸລະກິດສາມາດປັບຕົວ, ພັດທະນາສິນຄ້າ ພ້ອມທັງຍົກມາດຕະຖານໃຫ້ເປັນທີ່ຍອມຮັບໃນສັງຄົມ.

ແຕ່ສົມມຸດຖານທີ່ກ່າວມານັ້ນຍັງຂາດການສຶກສາ ແລະ ຢັ້ງຢືນຄໍາຕອບ ຫຼື ບາງທີມັນອາດມີສາເຫດອື່ນ ເຊັ່ນ: ການນໍາເຂົ້າສິນຄ້າໃນໄລຍະນັ້ນພົບຄວາມຫຍຸ້ງຍາກ ຮ້ານສະດວກຊື້ຈຶ່ງຫັນມາຊື້ວັດຖຸດິບ ຫຼື ສິນຄ້າຈາກພາຍໃນແທນ. ການສຶກສາຄັ້ງນີ້ຈະເປັນຂໍ້ມູນສໍາຄັນໃຫ້ແກ່ພາກສ່ວນກ່ຽວຂ້ອງເອົາໄປນໍາໃຊ້ ເພື່ອສ້າງກົນໄກສະໜັບສະໜູນ ແລະ ນະໂຍບາຍສົ່ງເສີມໃຫ້ແທດເໝາະກັບແຕ່ລະໄລຍະ ເພື່ອເຮັດໃຫ້ສິນຄ້າລາວໄດ້ມາດຕະຖານສາກົນ ແລະ ເປັນທີ່ຍອມຮັບໃນສັງຄົມລາວຫຼາຍຂຶ້ນ.

ການສຶກສາຄັ້ງນີ້ຈະໄດ້ປຽບທຽບເບິ່ງພຶດຕິກຳຂອງຮ້ານສະດວກຊື້ຢູ່ລາວ ໃນການນໍາໃຊ້ວັດຖຸດິບ/ສິນຄ້າ ຢູ່ພາຍໃນປະເທດດ້ວຍການປຽບທຽບຈາກ 3 ໄລຍະ ຄື: ກ່ອນມີມາດຕະການ, ໄລຍະປະຕິບັດມາດຕະການ ແລະ ໄລຍະຜ່ອນຜັນ ຫຼື ຍົກເລີກມາດຕະການຈໍາກັດ ( ລັອກດາວ ) ຈໍານວນໜຶ່ງ, ການວິເຄາະສາມາດຕີລາຄາເປັນສອງກໍລະນີ ຄື:

1 ຖ້າຫາກວ່າສັດສ່ວນການຊື້ວັດຖຸດິບ/ສິນຄ້າຂອງຮ້ານສະດວກຊື້ ນໍາທຸລະກິດພາຍໃນປະເທດເພີ່ມຂຶ້ນ ເມື່ອປຽບທຽບໄລຍະການປະຕິບັດມາດຕະການກັບໄລຍະກ່ອນການຈໍາກັດມາດຕະການ ນັ້ນກໍໝາຍ ຄວາມວ່າທຸລະກິດພາຍໃນຂອງລາວມີສ່ວນແບ່ງຕະຫຼາດເພີ່ມຂຶ້ນ ຫຼື ກາຍເປັນຜູ້ຜະລິດ ຫຼື ຄູ່ຮ່ວມທຸລະກິດໃໝ່.

2 ຕີລາຄາຈາກພຶດຕິກໍາ ແລະ ທັດສະນະຂອງເຈົ້າຂອງຮ້ານສະດວກຊື້ ( ຜູ້ໃຫ້ສໍາພາດ ) ຖ້າຫາກຍັງສືບຕໍ່ຊື້ວັດ ຖຸດິບ/ສິນຄ້າຈາກທຸລະກິດຢູ່ພາຍໃນ ຫຼັງຈາກຜ່ອນຜັນ ຫຼື ຍົກເລີກມາດຕະການຈໍາກັດຕ່າງໆສະແດງວ່າສິນຄ້າພາຍໃນໄດ້ມີການພັດທະນາຂຶ້ນ ອັນເນື່ອງຈາກການຮຽນຮູ້ ( Learning – by – doing ) ຫຼື ຍ້ອນໄດ້ຮັບຄໍາແນະນໍາ ຫຼື ການຖ່າຍໂອນເຕັກໂນໂລຊີຈາກຄູ່ຮ່ວມທຸລະກິດ ແລະ ຈາກສົມມຸດຖານຂອງການສຶກສາຂ້າງເທິງນັ້ນ ສາມາດຊີ້ແຈງຜົນການສຶກສາໄດ້ດັ່ງຕໍ່ໄປນີ້:

ຜົນໄດ້ຮັບຈາກການສຶກສາ:

ຜ່ານການລົງສໍາຫຼວດຕົວຈິງກັບ 5 ຮ້ານສະດວກຊື້ທີ່ທັນສະໄໝ ໂດຍມີຜູ້ອໍານວຍການ, ຜູ້ຈັດການ, ຫົວໜ້າຝ່າຍການຕະຫຼາດ, ຫົວໜ້າຝ່າຍການເງິນເຂົ້າຮ່ວມທີ່ຫ້ອງການສໍານັກງານໃຫຍ່ຂອງຮ້ານຢູ່ນະຄອນຫຼວງວຽງຈັນ ແລະ ອີກໜຶ່ງຮ້ານແມ່ນໄດ້ຕອບຄໍາຖາມເປັນລາຍລັກອັກສອນຕາມຄໍາຖາມເຈາະຈີ້ມທີ່ໄດ້ສົ່ງໃຫ້ ສາມາດສະຫຼຸບໄດ້ໂດຍລວມ ດັ່ງລຸ່ມນີ້:

ສະພາບລວມ: ໂດຍລວມແລ້ວເຫັນວ່າຮ້ານສະດວກຊື້ທັນສະໄໝຢູ່ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບພໍສົມຄວນ ເຊິ່ງສະແດງອອກຍອດຂາຍໂດຍລວມຫຼຸດລົງ ຖ້າທຽບໃສ່ເມື່ອກ່ອນ ໂດຍສະເພາະແມ່ນສິນຄ້າເຄື່ອງໃຊ້ທົ່ວໄປ ແລະ ເຄື່ອງດື່ມມີທາດເຫຼົ້າແມ່ນຫຼຸດລົງ ແຕ່ສິນຄ້າປະເພດອາຫານໂດຍລວມແມ່ນມີຍອດຂາຍເພີ່ມຂຶ້ນ ສິນຄ້າທີ່ຊື້ຈາກຜູ້ປະກອບການພາຍໃນລາວ ສ່ວນໃຫຍ່ແມ່ນອາຫານສົດ ( ຜັກ ແລະ ຊີ້ນ ), ອາຫານແຫ້ງ ( ຊີ້ນແຫ້ງ, ໝີ່ ແລະ ເຄື່ອງແຫ້ງຕ່າງໆ ), ອາຫານແຊ່ແຂງ ( ຊີ້ນ ແລະ ລູກຊີ້ນ ), ເຂົ້າໜົມ ( ເຂົ້າຈີ່ ແລະ ແຊນວິດ ), ເຄື່ອງດື່ມ ( ນໍ້າດື່ມ, ເບຍ, ນ້ຳຫວານ, ເຫຼົ້າ ), ນົມ ( ນົມສົດ ແລະ ໂຢເກິດ ) ແລະ ອື່ນໆ ( ເຂົ້າສານ, ເຄື່ອງໂອດ໊ອບ ແລະ ອື່ນໆ ). ສິນຄ້ານໍາເຂົ້າຈາກຕ່າງປະເທດສ່ວນຫຼາຍແມ່ນເຄື່ອງໃຊ້ທົ່ວໄປ, ອາຫານກະປ໋ອງ, ເຫຼົ້າ, ນົມ, ນ້ຳໝາກໄມ້, ໝາກໄມ້ ແລະ ສິນຄ້າສໍາເຮັດຮູບທີ່ພາຍໃນບໍ່ມີ ຫຼື ຜະລິດບໍ່ໄດ້.

ໂອກາດຕໍ່ກັບຜູ້ປະກອບການພາຍໃນ: ຮ້ານສະດວກຊື້ທີ່ກ່າວມານັ້ນໄດ້ນໍາໃຊ້ ແລະ ຊື້ວັດຖຸດິບ/ສິນຄ້ານໍາຜູ້ປະກອບການພາຍໃນ ສະເລ່ຍແລ້ວເພີ່ມຂຶ້ນຈາກ 20% ເປັນ 25% ເມື່ອທຽບກັບສັດສ່ວນສິນຄ້ານໍາເຂົ້າ ( ເພີ່ມຂຶ້ນ 5% ) ໂດຍສົມທຽບໄລຍະການເພີ່ມທະວີການສະກັດກັ້ນ, ກັນການລະບາດ ແລະ ຄວບຄຸມຮອບດ້ານກັບໄລຍະກ່ອນໜ້າ, ຊີ້ໃຫ້ເຫັນວ່າຜູ້ຜະລິດພາຍໃນມີໂອກາດຂາຍສິນຄ້າເພີ່ມຂຶ້ນສະເລ່ຍແມ່ນ 24% ເມື່ອທຽບກັບໄລຍະການປະຕິບັດມາດຕະການຈຳກັດການລະບາດຂອງພະຍາດໂຄວິດ – 19 ຂອງພາກລັດ ແລະ ກ່ອນທີ່ຍັງບໍ່ມີມາດຕະການຈໍາກັດ. ນອກຈາກນັ້ນ, ຍັງມີຜູ້ສະໜອງລາຍໃໝ່ຈໍານວນໜຶ່ງເກີດຂຶ້ນ ແລະ ນໍາສະເໜີສິນຄ້າໃຫ້ກັບບັນດາຮ້ານສະດວກຊື້ຜ່ານຫຼາຍຊ່ອງທາງ ເປັນຕົ້ນແມ່ນໄດ້ນໍາໃຊ້ສື່ອອນລາຍ.

ສັງເກດເຫັນວ່າມີສິນຄ້າຈໍານວນໜຶ່ງທີ່ສາມາດທົດແທນການນໍາເຂົ້າ ແລະ ໄດ້ຂາຍດີໃນໄລຍະປິດປະເທດ ( ລັອກດາວ ) ເດັ່ນກວ່າໝູ່ແມ່ນເຂົ້າຈີ່ມີການສັ່ງຊື້ເພີ່ມຂຶ້ນ ປະມານ 20 – 40%, ນອກຈາກຊື້ນໍາຜູ້ສະໜອງພາຍໃນ ບາງຮ້ານກໍໄດ້ເພີ່ມການຜະລິດຢູ່ພາຍໃນຮ້ານຂອງຕົນເອງຂຶ້ນ. ນອກນັ້ນ, ກໍມີເຂົ້າໜົມ ແລະ ປະເພດອາຫານແຫ້ງ ເຊັ່ນ: ຊີ້ນແຫ້ງ, ປາແຫ້ງ, ລີ່ແຫ້ງ, ເຫັດແຫ້ງ, ແຈ່ວພື້ນບ້ານ, ສົ້ມໝູເຫຼົ່ານີ້ເປັນຕົ້ນ ເຊິ່ງໄດ້ຮັບການຕອບຮັບດີພໍສົມຄວນຈາກຜູ້ບໍລິໂພກນໍາອີກ ( ຂໍ້ມູນຈາກຜູ້ໃຫ້ສໍາພາດ ). ຜູ້ປະກອບການພາຍໃນຍັງມີໂອກາດໄດ້ແລກປ່ຽນຂໍ້ມູນ – ຂ່າວສານດ້ານການຕະຫຼາດ, ການພັດທະນາຜະລິດຕະພັນ, ໄດ້ຮັບຄຳແນະນໍາ ແລະ ການຊ່ວຍເຫຼືອໃນການພັດທະນາສິນຄ້າຈາກໜ່ວຍງານທີ່ກ່ຽວຂ້ອງຂອງຮ້ານສະດວກຊື້ ເປັນຕົ້ນແມ່ນການຫຸ້ມຫໍ່ສິນຄ້າ, ການສ້າງຜະລິດຕະພັນໃໝ່, ການຮັກສາມາດຕະຖານຂອງສິນຄ້າ ລວມທັງຊ່ວຍໃນດ້ານການຕະຫຼາດ.