ຮອງເຈົ້າຄອງ ໃຫ້ຕະຫຼາດ ລາວອົດຊີ-ຢູໂຣບ ເອົາໃຈໃສ່ຮັກສາມາດຕະຖານ

113

ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມສະພາບການຊື້-ຂາຍຢູ່ຕະຫຼາດລາວອົດຊີ-ຢູໂຣບ ພ້ອມເນັ້ນຫຼາຍບັນຫາສຳຄັນໃຫ້ຕະຫຼາດດັ່ງກ່າວສືບຕໍ່ຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການປ້ອງກັນພະຍາດໂຄວິດ-19, ກົນໄກການພັດທະນາຕະຫຼາດໃຫ້ມີຄວາມຍືນຍົງ ພ້ອມນີ້ຕ້ອງຮັກສາໃຫ້ໄດ້ມາດຕະຖານຕະຫຼາດທີ່ມີຄວາມສະອາດ-ປອດໄພ ແລະ ສະຫງົບ. ນອກນັ້ນ, ຕ້ອງເປັນເຈົ້າການເຂົ້າຮ່ວມສະກັດກັ້ນສິນຄ້າເຖື່ອນທີ່ລັກລອບນໍາເຂົ້າຈາກຕ່າງປະເທດ ແລະ ໃຫ້ມີບ່ອນວາງຂາຍສິນຄ້າໂອດ໊ອບເພື່ອສົ່ງເສີມຜະລິດຕະພັນພາຍໃນ.

ທ່ານ ນາງ ສຸດາໄລ ສີຄຳແພງ ຕາງໜ້າເຈົ້າຂອງຕະຫຼາດ ລາວອົດຊີ-ຢູໂຣບ ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ລາຍງານຫຍໍ້ຕໍ່ທ່ານຮອງເຈົ້າຄອງພ້ອມດ້ວຍຄະນະ ເນື່ອງໃນໂອກາດລົງມາຢ້ຽມຢາມຕະຫຼາດດັ່ງກ່າວ ກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19, ການຄຸ້ມຄອງລາຄາສິນຄ້າ, ການຮັກສາມາດຕະຖານຂອງຕະຫຼາດ ລວມທັງແຜນການໃນອະນາຄົດວ່າ: ປັດຈຸບັນ ມີໂຕະຂາຍສິນຄ້າ 1.086, ແຕ່ນໍາໃຊ້ຕົວຈິງ 961 ແລະ ວ່າງ 125 ໂຕະ; ສ່ວນຫ້ອງຂາຍສິນຄ້າ 108 ຫ້ອງ ແລະ ນໍາໃຊ້ຕົວຈິງ 93 ຫ້ອງ.

ສໍາລັບໄລຍະການລະບາດຂອງພະຍາດໂຄວິດ-19 ຕະຫຼາດໄດ້ມີຄວາມເຂັ້ມງວດໃນຫຼາຍຢ່າງເປັນຕົ້ນ: ການວັດແທກອຸນຫະພູມ, ການໃສ່ຜ້າອັດປາກ, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ອະນາໄມສະຖານທີ່ ແລະ ປະຊາສໍາພັນເພື່ອໃຫ້ຜູ້ຂາຍ-ຜູ້ຊື້ເຂົ້າໃຈກ່ຽວກັບມາດຕະການດັ່ງກ່າວ.

ເນື່ອງຈາກໄລຍະໂຄວິດ-19 ໄດ້ເຮັດໃຫ້ຜູ້ຊື້-ຜູ້ຂາຍໄດ້ຮັບຜົນກະທົບຫຼາຍດ້ານລວມໄປເຖິງການສະໜອງສິນຄ້າບໍ່ພຽງພໍກັບຄວາມຕ້ອງການ ແລະ ເຮັດໃຫ້ລາຍຮັບຫຼຸດລົງກວ່າແຕ່ກອ່ນ. ສະນັ້ນ, ຈຶ່ງສະເໜີໃຫ້ພາກລັດພິຈາລະນາຫຼຸດພັນທະອາກອນ, ຄ່າກະແສໄຟຟ້າ, ຄ່ານໍ້າປະປາ ຈົນກວ່າສະພາບກັບມາເປັນປົກກະຕິ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເນັ້ນໃຫ້ຕະຫຼາດລາວອົດຊີ-ຢູໂຣບສືບຕໍ່ເອົາໃຈໃສ່ຫຼາຍບັນຫາ ໂດຍສະເພາະແມ່ນສືບຕໍ່ປ້ອງກັນພະຍາດໂຄວິດ-19 ຈົນກວ່າສະພາບການກັບມາເປັນປົກະຕິ; ເບິ່ງບົດຮຽນຂອງຫຼາຍໆຕະຫຼາດນຳມາໝູນໃຊ້ຮ່ວມກັນໃຫ້ມີຄວາມສະອາດ-ປອດໄພ ແລະ ມີຄວາມສະຫງົບ; ເພີ່ມຂີດຄວາມສາມາດໃນການຄຸ້ມຄອງ ແລະ ສະກັດກັ້ນສິນຄ້າເຖື່ອນທີ່ນໍາເຂົ້າມາຈາກຕ່າງປະເທດ ເພື່ອຕີຖອດປາກົດການຫຍໍ້ທໍ້ ແລະ ສົ່ງເສີມສິນຄ້າພາຍໃນຫຼາຍຂຶ້ນ.

ຄຽງຄູ່ກັນນັ້ນ, ກໍ່ຕ້ອງມີກົນໄກການພັດທະນາຕະຫຼາດໃນອະນາຄົດໃຫ້ມີຄວາມຍືນຍົງດ້ວຍການເພີ່ມສັກກາຍຍະພາບຂອງຕະຫຼາດໃຫ້ສູງຂຶ້ນດ້ວຍການບໍລິຫານ-ຈັດການທີ່ດີ ໂດຍມອບໃຫ້ເມືອງສີໂຄດຕະ ບອງເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຕິດຕາມ-ຊຸກຍູ້ ເພື່ອໃຫ້ມີສິນຄ້າໂອດ໋ອບເຂົ້າມາວາງຂາຍພາຍໃນຕະຫຼາດແຫ່ງນີ້ ທັງເປັນການສົ່ງເສີມການຜະລິດພາຍໃນທີ່ເປັນພື້ນຖານຂອງປະຊົນໃຫ້ເຂົາເຈົ້າໄດ້ມີບ່ອນວາງຂາຍປົກະຕິ ແລະ ສືບຕໍ່ໃຫ້ຮັກສາໄດ້ມາດຕະຖານຕະຫຼາດທີ່ຂັ້ນເທິງວາງອອກນຳອີກ. ເຊິ່ງການຢ້ຽມຢາມດັ່ງກ່າວຂຶ້ນໃນວັນທີ 25 ມິຖຸນາ 2020.