ບັນຍາກາດການຂາຍເຄື່ອງປີນີ້ ບໍແມ່ນແມ່ຄ້າຂາຍແພງ ແຕ່ລູກຄ້າກໍ່ຫຼຸດລົງຫຼາຍ

101

ໃນໄລຍະບຸນປີໃໝ່ລາວທຸກປີ ຖືວ່າເປັນເທດສະການແຫ່ງການຫຼິ້ນກິນຢ້ຽມຢາມໝູ່ເພື່ອນຄົນຮູ້ຈັກ ແລະພົບປະກັນໃນສະມາຊິກຄອບຄົວ ເປັນບັນຍາກາດຂອງການນຸ່ງເຄື່ອງທີ່ມີສີສັນ ຈະເຫັນວ່າການຄ້າຂາຍແຕ່ລະປີແມ່ນມີບັນຍາກາດຟົດຟື້ນ ເພາະຜູ້ຄົນຕ້ອງການຊື້ເຄື່ອງຊຸດໃໝ່, ຊື້ໄປເປັນຂອງຝາກຂອງຕ້ອນກັບບ້ານ, ຊື້ອຸປະກອນເຄື່ອງໃຊ້ທີ່ຈໍາເປັນໃນໄລຍະບຸນປີໃໝ່ ແຕ່ປີນີ້ແຕກຕ່າງຈາກປີຜ່ານມາຄື ລາຄາສິນຄ້າກໍ່ແພງຂຶ້ນຫຼາຍອີງໃສ່ປັດໄຈທາງຕົ້ນທຶນ ສະນັ້ນຈາກຄ່າຄອງຊີບທີ່ສູງປົກກະຕິຢູ່ແລ້ວຄົນຈຶ່ງບໍ່ຄ່ອຍຊື້ສິນຄ້າອື່ນຖ້າບໍ່ຈຳເປັນອີຫຼີ.

May be an image of 3 people

ຕາມການໃຫ້ສຳພດຂອງນາງ ສີດາວັນ ທໍາມະວົງ ແມ່ຄ້າຂາຍເສື້ອຜ້າຢູ່ຕະຫຼາດດົງຄໍາຊ້າງ ຕໍ່ທີມຂ່າວເສດຖະກິດ-ການຄ້າພວກເຮົາໃຫ້ຮູ້ວ່າ: ໂຕເພິ່ນເອງແມ່ນເປີດຮ້ານມາໄດ້ 6 ເດືອນແລ້ວ ເຫັນວ່າການຄ້າຂາຍຈະໄດ້ຂາຍເປັນບາງມື້ ໃນໄລຍະໃກ້ຈະຮອດບຸນປີ ໃໝ່ ເຫັນວ່າມີຄົນມາຊື້ສິນຄ້າຫຼາຍ ມື້ໜຶ່ງຂາຍໄດ້ຫຼາຍສຸດປະມານ 30-40ໂຕ/ມື້ ສ່ວນມື້ປົກກະຕິຈະໄດ້ຂາຍໜ້ອຍກວ່າປະມານ 10-15 ໂຕ/ມື້ ແຕ່ຖ້າທຽບກັບປີຜ່ານມາເຫັນວ່າປີນີ້ໄດ້ຂາຍໜ້ອຍລົງ ເນື່ອງຈາກລາຄາສິນຄ້າບາງຢ່າງແພງຂຶ້ນເກືອບ 3 ເທົ່າ ເຮັດໃຫ້ຄົນຕ້ອງການຊື້ໜ້ອຍລົງ, ສິນຄ້າທີ່ໄດ້ຂາຍດີໃນໄລຍະປີໃໝ່ຈະເປັນໂສ້ງຂາສັ້ນ, ເສື້ອແຂນສັ້ນ, ຊຸດຮາວາຍ, ກະໂປງ ແລະ ເຄື່ອງປະເພດອື່ນໆທີ່ໃສ່ສະບາຍໃນຍາມຮ້ອນນີ້, ມີລູກຄ້າຫຼາຍຄົນທີ່ບໍ່ເຂົ້າໃຈວ່າເຮົາຂາຍສິນຄ້າແພງຂຶ້ນ ເຊິ່ງມີສາເຫດມາຈາກຕົ້ນທຶນສູງຢູ່ແລ້ວເຮັດໃຫ້ການຂາຍຂອງເຮົາກໍສູງຂຶ້ນຕາມ.

May be an image of 5 people, sleepwear and text
ນາງ ສົດຕິກາ ວົງສາແກ້ວ ແມ່ຄ້າຮ້ານຂາຍເກີບ ຢູ່ຕະຫຼາດບ້ານເມືອງນ້ອຍ ໃຫ້ສໍາພາດວ່າ: ຮ້ານຂອງເຮົາສ່ວນຫຼາຍຈະຂາຍສິນຄ້າປະເພດເກີບເດັກນ້ອຍ, ເກີບຜູ້ໃຫຍ່ຫຼາກຫຼາຍຊະນິດ, ນອກຈາກນັ້ນ ສິນຄ້າທີ່ນໍາເຂົ້າມາໃໝ່ຈະມີ ຖົງກັນນໍ້າ, ໝວກ, ແວ່ນຕາກັນນໍ້າ, ເກີບຫຼີ້ນສົງການຂອງເດັກນ້ອຍ-ຜູ້ໃຫຍ່ ເປັນຕົ້ນ. ການຄ້າຂາຍໃນໄລຍະບຸນປີໃໝ່ ໃນປີຜ່ານມາຈະຄຶກຄື້ນກວ່າປີນີ້ ສໍາລັບປີນີ້ ເຫັນວ່າມີຄົນສົນໃຈມາເບິ່ງມາຊົມຫຼາຍຢູ່ ແຕ່ຈະຊື້ແທ້ໆແມ່ນມີໜ້ອຍ ພໍໄດ້ຂາຍເປັນບາງມື້ ມື້ທີ່ໄດ້ຂາຍຫຼາຍສຸດປະມານ 100 ກວ່າຢ່າງ/ມື້, ເຄື່ອງທີ່ໄດ້ຂາຍດີໃນຮ້ານມີປະເພດເກີບຟອງນໍ້າຫຼີນປີໃໝ່ຂອງເດັກນ້ອຍ ແລະ ຜູ້ໃຫຍ່. ລາຄາເຄື່ອງປີນີ້ຂຶ້ນຫຼາຍທົບເຄິ່ງ ລູກຄ້າທີ່ມາຊື້ບາງຄົນກໍເຂົ້າໃຈ ແລະ ບໍ່ເຂົ້າໃຈວ່າສິນຄ້າເຮົາແພງຂຶ້ນ ແຕ່ເຮົາກໍໄດ້ອະທິບາຍໃຫ້ເຂົາເຈົ້າໄດ້ເຂົ້າໃຈ ເຊິ່ງເປັນບັນຫາໜຶ່ງຂອງແມ່ຄ້າຊາວຂາຍ ເພາະໃນແຕ່ລະເດືອນແຕ່ລະອາທິດລາຄາສິນຄ້າຈະບໍ່ຄົງທີ່ມີການເໜັງຕີງຕະຫຼອດ ນອກຈາກຂາຍໜ້າຮ້ານແລ້ວເຮົາຍັງມີເພຈອອນລາຍຂາຍໄປນຳ.

May be an image of 8 people and text that says 'จาย'
ທ່ານ ສຸກສີດາ(ນ້ອຍ) ເຈົ້າຂອງຮ້ານຂາຍເຄື່ອງໃຊ້ຄົວເຮືອນ ບ້ານດົງຄໍາຊ້າງ ໃຫ້ສໍາພາດວ່າ: ສຳລັບເພິ່ນແມ່ນເປີດຮ້ານຂາຍເຄື່ອງມາໄດ້ 3 ປີແລ້ວ ເຫັນວ່າການຂາຍເຄື່ອງໃນປີຜ່ານມາຈະໄດ້ຂາຍດີກວ່າປີນີ້ ເນື່ອງຈາກເສດຖະກິດບ້ານເຮົາປ່ຽນແປງຫຼາຍ, ໃນໄລຍະໃກ້ຈະຮອດບຸນປີໃໝ່ໄດ້ຂາຍສະເລ່ຍມື້ໜຶ່ງປະມານ 4-5 ລ້ານກີບ, ສໍາລັບມື້ປົກກະຕິໄດ້ປະມານ 8 ແສນກີບ ຫາ 1 ລ້ານກີບ ສິນຄ້າໄດ້ຂາຍດີໄລຍະນີ້ມີ ປະເພດອ່າງອາບນໍ້າ, ຂັນໃສ່ບາດ-ສົງພະ, ໂຕະ, ຕັ່ງ ເປັນຕົ້ນ. ກ່ອນຈະຮອດປີໃໝ່ພວກເຮົາກໍໄດ້ສັ່ງສິນຄ້າມາເພີ່ມ ສ່ວນຫຼາຍຈະເປັນສິນຄ້າຮັບໃຊ້ປີໃໝ່ ສ່ວນກໍາໄລກໍຈະປັບຕາມຄວາມເໝາະສົມ ເປັນລາຄາທີ່ລູກຄ້າສາມາດຈັບຕ້ອງໄດ້.

May be an image of 1 person and text