ທຳລາຍລົດຈັກ 53 ຄັນພ້ອມສິນຄ້າອື່ນ ທີ່ລະເມີດຊັບສິນທາງປັນຍາ

1420

ເປັນການທຳລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາຄັ້ງໃຫຍ່ແຫ່ງປີ ຕົກເປັນມູນຄ່າເກືອບ 2 ຕື້ກີບ ໂດຍສະເພາະ ລົດຈັກ ແລະເຄື່ອງຈັກ ລວມທັງຄີມທາໜ້າ.

May be an image of 19 people and text

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຮ່ວມກັບຄະນະກຳມະການຄຸ້ມຄອງ-ກວດກາຊັບສິນທາງປັນຍາຂັ້ນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ ໃນໂອກາດວັນຊັບສິນທາງປັນຍາໂລກຄົບຮອບ 24 ປີຄື: (26 ເມສາ 2000-26 ເມສາ 2024) ລວມມູນ ຄ່າສິນຄ້າທີ່ນຳມາທຳລາຍເກືອບ 2 ຕື້ກີບ.

May be an image of 1 person, dirt bike, motorcycle, toy, all-terain vehicle and text that says 'коВЕСО อุด'
ສຳລັບສິນຄ້າທີ່ລະເມີດເຄື່ອງໝາຍການຄ້າປະກອບມີເຄື່ອງໝາຍການຄ້າຂອງ HONDA WAVE ZOOMER-X CLICK MSX GX DOUBLE BIG-GUN OHO CASUMINA ແລະ MNV ປະເພດລົດຈັກ ນ້ຳມັນເຄື່ອງອາໄຫຼ່ ເຄື່ອງຈັກຕ່າງໆ ຢາງລົດໄຖນາເດີນຕາມ ຢາງຕີນລົດຮຸນໄດ ເຄື່ອງສໍາອາງ MNV (ແປ້ງນໍ້າໝັກໜ້າ) ແລະ ຄີມທາໜ້າໂອໂຫ ເຊິ່ງໄດ້ມາຈາກການລົງກວດກາ 16 ເປົ້າໝາຍໃນຈຳນວນ 6 ຄັ້ງ.

May be an image of 6 people, tree and text
ສິນຄ້າທີ່ນຳມາທໍາລາຍຄັ້ງປະກອບມີ ລົດຈັກ 53 ຄັນ ມູນ ຄ່າ 503.500.000 ກີບ ອາ ໄຫຼ່ ແລະ ເຄື່ອງຈັກຕ່າງໆ 258 ຊີ້ນ ມູນຄ່າ 129 ລ້ານກີບ ນໍ້າມັນເຄື່ອງ 41 ແກັດ ມູນຄ່າ 26 ລ້ານກີບ ຢ່າງລົດໄຖນາ 450 ເສັ້ນ ມູນຄ່າ 315 ລ້ານກີບ ຄີມທາໜ້າຍີ່ຫໍ້ OHO 11.610 ກ່ອງ ມູນຄ່າ 917.190.000 ກີບ ຢາງຕີນລົດຮຸນໄດ 36 ເສັ້ນ ມູນຄ່າ 23.400.000 ກີບ ແລະ ເຄື່ອງສໍາອາງ MNV 675 ກັບ ມູນຄ່າ 30.375.000 ກີບ ລວມມູນຄ່າທັງໝົດ: 1.944.465.000 ກີບ.

May be an image of toy, bucket, garbage, shovel and sports equipment

ພິທີທຳລາຍສິນຄ້າດັ່ງກ່າວ ຈັດຂຶ້ນໃນ ວັນທີ 26 ເມສາ 2024 ຜ່ານມາ ທີ່ນະຄອນ ຫຼວງວຽງຈັນ.

May be an image of dirt bike, motorcycle and scooter
—–
Cr.ວຽງຈັນທຸລະກິດສັງຄົມ