ສະຫະລັດອາເມລິກາ ສັນຍາຈະສືບຕໍ່ໃຫ້ການຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກຢູ່ລາວ

193

ການປະເຊີນກັບລະເບີດບໍ່ທັນແຕກແຕ່ສະໄໝສົງຄາມຢູ່ເຂດພາກເໜືອຂອງລາວ ລວມທັງແຂວງພາກກາງ ແລະພາກໃຕ້ທີ່ມີຊາຍແດນຕິດກັບ ສສ ຫວຽດນາມເປັນຝັນຮ້າຍ ທໍລະມານຈິດໃຈປະຊາຊົນລາວມາແຕ່ດົນນານ ແລະ ພາກເອົາຊີວິດຄົນລາວໄປແລ້ວເປັນຈໍານວນຫຼາຍ, ເຖິງແມ່ນວ່າມີຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອລັດຖະບານໃນການເກັບກູ້ໄປແລ້ວບາງສ່ວນແຕ່ມັນກໍ່ຍັງຫຼົງເຫຼືອຢູ່ບໍ່ໜ້ອຍ.

ຫຼ້າສຸດ ເອກອັກຄະລັດຖະທູດສະຫະລັດອາເມລິກາ ຄົນໃໝ່ ປະຈໍາລາວ ເຜີຍວ່າ ທາງລັດຖະບານສະຫະລັດອາເມລິກາຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ໃນທຸກດ້ານ ໂດຍສະເພາະແມ່ນ ການເກັບກູ້ລະເບີດບໍ່ທັນແຕກ ແລະ ຊ່ວຍໜູນເສດຖະກິດລາວໃຫ້ເຕີບໂຕຢ່າງແຂງແຮງ.

ທ່ານ ປີເຕີ້ ເຮມອນ (Dr. Peter M. Haymond) ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ຄົນໃໝ່ປະຈໍາລາວ ໃຫ້ສໍາພາດແກ່ສື່ມວນຊົນໃນວັນທີ 25 ມິຖຸນາ 2020 ທີ່ຜ່ານມາວ່າ: ຂໍສະແດງຄວາມຊົມເຊີຍຕໍ່ລັດຖະບານລາວໃນການຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ມີປະສິດທິຜົນຫຼາຍ. ແນວໃດກໍ່ຕາມ ໃນໄລຍະຜ່ານມາ ທ່ານທູດເອງ ໄດ້ມີໂອກາດເຂົ້າມາເຮັດວຽກໃນລາວເຮົາເຖິງ 2ຄັ້ງແລ້ວ ໂດຍຄັ້ງທໍາອິດໃນປີ 1997 ຫາ 2000 ແລະ ຊ່ວງປີ 2008 ຫາ 2011 ເຊິ່ງການເຮັດວຽກໃນຕອນນັ້ນກໍ່ໄດ້ຮ່ວມມືຫຼາຍພາກສ່ວນເຮັດໃຫ້ສາຍພົວພັນລະຫວ່າງ 2ປະເທດເຂັ້ມແຂງຂຶ້ນ ແລະ ຄັ້ງນີ້ມີໂອກາດໄດ້ກັບມາເປັນຜູ້ຕາງໜ້າຢ່າງເປັນທາງການຂອງລັດຖະບານສະຫະລັດອາເມລິກາ ເຊິ່ງເຫັນໄດ້ການຈະເລີນກ້າວໜ້າໃນຫຼາຍດ້ານຂອງ ສປປ ລາວ.

ແນວໃດກໍ່ຕາມ ໃນໄລຍະຜ່ານມາ ລັດຖະບານສອງປະເທດໄດ້ມີການຮ່ວມມືກັນໃນຫຼາຍໆດ້ານບໍ່ວ່າຈະເປັນໂຄງການຊ່ວຍເຫຼືອທາງດ້ານສາທາລະນະສຸກ, ດ້ານການສຶກສາ, ດ້ານໂພຊະນາການ, ການຊ່ວຍເຫຼືອຕໍ່ຕ້ານການຄ້າມະນຸດ ພ້ອມໂຄງການໃໝ່ຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຊ່ວຍສະໜັບໜູນໃຫ້ນັກລົງທຶນຈາກຕ່າງປະເທດເຂົ້າມາລົງທຶນຢູ່ລາວ ແລະ ໂຄງການອື່ນໆອີກ, ແຕ່ສິ່ງໃຫຍ່ທີ່ສຸດແມ່ນໂຄງການຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກແຕ່ສະໄໝສົງຄາມ.

ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ກ່າວຕື່ມວ່າ: ເປັນເວລາ 20 ກວ່າປີແລ້ວທີ່ສະຫະລັດອາເມລິກາໄດ້ມີການຮ່ວມມືກັບລັດຖະບານລາວໃນການຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກໃນລາວ ເຊິ່ງມີທັງການຊ່ວຍເຫຼືອດ້ານເຝິກອົບຮົມ ໃຫ້ຄວາມແກ່ເຈົ້າໜ້າທີ່ກ່ຽວຂ້ອງຜູ້ປະຕິບັດໜ້າທີ່ຕົວຈິງ. ແນວໃດກໍ່ຕາມ ໃນໄລຍະທີ່ປະທານາທິບໍດີ ບາຣັກ ໂອບາມາ ໄດ້ມາຢ້ຽມຢາມ ສປປ ລາວ ເມື່ອປີ 2016 ກໍ່ໄດ້ເພີ່ມທະວີການສະໜັບສະໜູນ ພ້ອມຕົກລົງສັນຍາ ພາຍໃນ 3 ປີ ຈະໃຫ້ທຶນສະໜັບສະໜູນຈໍານວນ 90ລ້ານໂດລາສະຫະລັດ ໂດຍແບ່ງໃຫ້ທຶນປີລະ 30ລ້ານໂດລາສະຫະລັດ ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງລັດຖະບານສະຫະລັດທີ່ຕັ້ງໃຈຢາກຊ່ວຍໃຫ້ລັດຖະບານລາວບັນລຸເປົ້າໝາຍ ເຮັດໃຫ້ລະເບີດບໍ່ທັນແຕກເຊົາເປັນອຸປະສັກສໍາລັບການພັດທະນາໃນປີ 2030. ເຊິ່ງຄວາມໝາຍໝັ້ນດັ່ງກ່າວແມ່ນລັດຖະບານສະຫະລັດຍັງຈະສືບຕໍ່ຮ່ວມມືກັບ ສປປ ລາວ ຕໍ່ໄປໃນທຸກໆດ້ານ ລວມເຖິງການເກັບກູ້ລະເບີດບໍ່ທັນແຕກ(ລບຕ)ໃນລາວ.

ທັງນີ້, ສໍາລັບທຶນຊ່ວຍເຫຼືອແກ້ໄຂບັນຫາ ລບຕ ຢູູ່ ສປປ ລາວ ຈໍານວນ 90 ລ້ານໂດລາສະຫະລັດ ໃນ 3 ປີ ໃນນີ້ງົບປະມານ ຈໍານວນ 60 ລ້ານ ທີ່ໄດ້ຮັບການອະນຸມັດຈາກສະພາສູງນັັ້ນແມ່ນໄດ້ນໍາໃຊ້ແຕ່ ປີ2017, ຊຶຶ່ງ UXO-Lao ແມ່ນໄດ້ຮັບການສະໜັບສະໜູນໃນດ້ານການປະຕິບັດງານ 360.000 ໂດລາສະຫະລັດຕໍ່ເດືອນ (ປະມານ 4.400.000 ໂດລາສະຫະລັດ ຕໍ່ປີ). ສ່ວນທີີ່ເຫລືອແມ່ນອົງການຈັດຕັັ້ງສາກົນທີ່ບໍ່ສັງກັດລັດຖະບານ ປະຈໍາຢູູ່ ສປປ ລາວ ເປັນຜູ້ໄດ້ຮັບທຶນ ມີອົງການ NPA, MAG ແລະ HALO Trust . ຕໍ່ມາງົບປະມານສໍາລັບປີ2019 ຈໍານວນ 30 ລ້ານໂດລາ ບ້ວງສຸດທ້າຍທີ່ລັດຖະບານອາເມລິກາຈະໃຫ້ການຊ່ວຍເຫຼືອ ສະພາສູງກໍ່ໄດ້ອະນຸມັດງົບປະມານດັ່ງກ່າວໃນຕົ້ນປີ2018 ທີ່ຜ່ານມາ ແລະ ໄດ້ມອບໃຫ້ອົງການ INGOs ເຫຼົ່ານັ້ນຈໍານວນ 2/3 ຂອງຈໍານວນທັງໝົດ. ນອກນີີ້, ເງິນຊ່ວຍເຫລືອດັ່ງກ່າວຍັງຖືກແບ່ງໄປໃຫ້ບໍລິສັດເອກະຊົນຂອງ ສ. ອາເມລິກາ ທີີ່ຖືກແຕ່ງຕັ້ງມາໃຫ້ບໍລິຫານທຶນອີກດ້ວຍ.

ສະຫລຸບໄດ້ວ່າ ໃນເງິນ 90 ລ້ານນີີ້ ມີພຽງ 80.257.258 ໂດລາສະຫະລັດທີີ່ປະກອບສ່ວນເຂົ້າໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ທີີ່ເຫລືອແມ່ນເງິນບໍລິຫານຂອງບໍລິສັດອາເມລິກາ, ຄິດໄລ່ເປັນເປີເຊັນຂອງເງິນ 90 ລ້ານໂດລາສະຫະລັດມີຄື:
– ພາກລັດຖະບານໄດ້ຮັບເງິນຊ່ວຍເຫລືອດັ່ງກ່າວຈໍານວນ 22.091.080 ໂດລາສະຫະລັດ ເທົ່າກັບ 24,5% ແມ່ນ ຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ(ຄຊກລ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ(ຄກລ) ເປັນຜູ້ຈັດຕັ້ງປະຕິບັດ.
– INGOs ໄດ້ຮັບ 58.166.178 ໂດລາສະຫະລັດ ເທົ່າກັບ 64,6% ແມ່ນມີ 3 ອົງການຄື: ອົງການ NPA, MAG ແລະ HALO Trust ຈັດຕັ້ງປະຕິບັດ.
– ສ່ວນ 10,9% ແມ່ນເງິນບໍລິຫານຂອງບໍລິສັດອາເມລິກາທີີ່ເປັນຜູ້ຄຸ້ມຄອງທຶນ.